ຕໍາຫຼວດແຂວງຮ່າຕີ່ງ ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ ປກສ ແຂວງບໍລິຄໍາໄຊ ແລະ ປກສ ແຂວງຄໍາມ່ວນ

0
739

ວັນທີ 11 ສິງຫາ 2021, ທີ່ດ່ານສາກົນ ເກົາແຈ່ວ ສສ ຫວຽດນາມ, ກອງບັນຊາການຕໍາຫຼວດ ແຂວງຮ່າຕີ່ງ ສສ ຫວຽດນາມ ໄດ້ນໍາເອົາວັດ ຖຸອຸປະກອນຮັບໃຊ້ວຽກງານຕ້ານ, ສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19 ມາມອບໃຫ້ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ກອງບັນຊາການ ປກສ ແຂວງຄໍາມ່ວນ ສປປ ລາວ, ລວມມູນຄ່າ 180.000.000 ດົງ, ຕາງໜ້າກ່າວມອບໂດຍ ພັອ ຫງວຽນ ຫິ້ວທຽນ ຮອງຫົວໜ້າກອງບັນຊາການຕໍາຫຼວດ ແຂວງຮ່າຕີ່ງ,  ກ່າວຮັບໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ພັທ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ມີພະນັກງານພາກສ່ວນທີ່ກ່ຽວຂ້ອງທັງ 2 ຝ່າຍ ເຂົ້າ ຮ່ວມ.

ພັອ ຫງວຽນ ຫິ້ວ ທຽນ ກ່າວວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນວຽກງານຕ້ານສະກັດກັ້ນ ແລະ ປ້ອງກັນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19, ເຊິ່ງເຫັນວ່າປັດຈຸບັນ ຍັງມີຄວາມສ່ຽງ ແລະ ມີການແພ່ລະບາດເປັນວົງກວ້າງ ຢູ່ ສປປ ລາວ ຈຶ່ງໄດ້ນໍາເອົາເຄື່ອງພົ່ນຢາຂ້າເຊື້ອ, ເຄື່ອງວັດແທກອຸນຫະພູມ, ເຈວລ້າງມື, ຜ້າປິດປາກ, ນໍ້າຢາຂ້າເຊື້ອ ລວມມູນຄ່າທັງໝົດ 180.000.000 ດົງ,  ມາມອບໃຫ້ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະກອງບັນຊາການ ປກສ ແຂວງຄໍາມ່ວນ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ,ສະກັດກັ້ນ ແລະ ປ້ອງກັນ ການແພ່ລະບາດຂອງເຊື້ອພະບາດໂຄວິດ-19  ບໍ່ໃຫ້ແພ່ລະບາດເປັນວົງກວ້າງ ເປັນຕົ້ນແມ່ນຢູ່ພາຍໃນກໍາລັງປ້ອງກັນຄວາມສະຫງົບຂອງ 2 ແຂວງ ໃຫ້ມີຄວາມປອດໄພ  ແລະ ບໍ່ມີຄວາມສ່ຽງທີ່ຈະຕິດເຊື້ອພະຍາດດັ່ງກ່າວ, ໂອກາດດຽວກັນ, ທ່ານຍັງໄດ້ລາຍງານຫຍໍ້ກ່ຽວກັບແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສສ ຫວຽດນາມ ເວົ້າລວມເວົ້າສະເພາະ ແມ່ນ ແຂວງຮ່າຕີ່ງ ກໍໄດ້ແພ່ລະບາດບາດຫຼາຍພໍສົມຄວນ ແຕ່ກໍສາມາດຕ້ານ, ສະກັດກັ້ນ ປ້ອງກັນ ແລະ ຄວບຄຸມໄດ້.

ໂອກາດນີ້, ຕາງໜ້າຝ່າຍກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ປກສ ແຂວງຄໍາມ່ວນ  ກໍໄດ້ພັດປ່ຽນກັນລາຍງານສະພາບປະກົດການຫຍໍ້ທໍ້ທ່ີ່ເກີດຂຶ້ນຢູ່ຂອບເຂດບໍລິເວນຊາຍແດນ ລາວ-ຫວຽດນາມ ແລະ ສະພາບການແພ່ລະບາດຂອງເຊື້ອພະບາດໂຄວິດ-19 ຢູ່ປະເທດລາວ, ເປັນຕົ້ນ ແມ່ນແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນໃຫ້ຝ່າຍກອງບັນຊາການຫຼວດ ແຂວງຮ່າຕີ້ງ ໄດ້ຮັບຊາບ,ພ້ອມທັງກ່າວສະແດງຄໍາຂອບ ໃຈ ພັອ ຫງວຽນ ຫິ້ວ ທຽນ  ຮອງຫົວໜ້າກອງບັນຊາການຕໍາຫຼວດ ແຂວງຮ່າຕີ່ງ ພ້ອມດ້ວຍຄະນະ, ທີ່ໄດ້ນໍາເອົາເຄື່ອງຈໍານວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ແລະ ຈະນໍາໃຊ້ເຄື່ອງດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ, ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ທ່ານພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ມີພາລາໄມສົມບູນ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ສືບຕໍ່ປະສານສົມທົບ ແລະຮ່ວມມືກັນເຮັດວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອບເຂດບໍລິເວນຊາຍແດນຮ່ວມກັນ, ຄຽງຄູ່ກັບການຮັກສາມູນເຊື້ອ, ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ເປັນຕົ້ນແມ່ນ ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງຮ່າຕີ່ງ ສສ ຫວຽດນາມ  ໃຫ້ຍືນຍົງຕະຫຼອດໄປ.