ພັຕ ອຸດົມພອນ ໄຊຍະຈັກ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫຼວງນໍ້າທາ ໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນມິຖຸນາ ຫາຕົ້ນເດືອນກໍລະກົດ 2021 ໄດ້ຮັບແຈ້ງຄວາມວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວເສບ ແລະ ຄ້າຂາຍຢາເສບຕິດ ຢູ່ເຂດບ້ານນໍ້າແດງໃຕ້ ເມືອງ-ແຂວງຫຼວງນໍ້າທາ ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະ ລົງສົມທົບກັບ ປກສ ກຸ່ມບ້ານຫ້ວຍດໍາ ແລະ ກຸ່ມບ້ານບວມພຽງ ຕິດຕາມເປົ້າໝາຍ.

ຜ່ານການຕິດຕາມເປົ້າໝາຍ ຈຶ່ງສາມາດຈັບກຸມຜູ້ຖືກຫາໄດ້ 4 ຄົນຄື:

1. ທ້າວ ເກີຢາງ ອາຍຸ 30 ປີ ບ້ານນໍ້າແດງໃຕ້ ພ້ອມຂອງກາງຢາບ້າ 13 ເມັດ;

2. ທ້າວ ຈາຍເປິງ ອາຍຸ 24 ປີ ພ້ອມຂອງກາງຢາບ້າ 83 ເມັດ;

3. ທ້າວ ຫວາດ ອາຍຸ 22 ປີ ຂອງການຢາບ້າ 12 ເມັ;

4. ທ້າວ ວັນດີ ອາຍຸ 23 ປີ ພ້ອມຂອງກາງ 12 ເມັດ.

ພວກກ່ຽວທັງ 3 ເປັນປະຊາຊົນ ຢູ່ບ້ານນໍ້າແງ້ນ ເມືອງຫຼວງນໍ້າທາ. ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ, ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນ 138 ເມັດ ແມ່ນຂອງພວກກ່ຽວແທ້ ໄດ້ພາກັນຊື້ມາໄວ້ເສບ ແລະ ຄ້າຂາຍຍ່ອຍກິນກໍາໄລໃຫ້ກັບຜູ້ຮ່ວມຂະບວນການດຽວກັນ.

ພັຕ ອຸດົມພອນ ໄຊຍະຈັກ ຍັງໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ, ຜູ້ຖືກຫາທັງ 4 ຄົນ ທາງເຈົ້າໜ້າທີ່ໄດ້ກັກຕົວໄວ້ທີ່ຫ້ອງກັກຂັງຊົ່ວຄາວ ປກສ ເມືອງຫຼວງນໍ້າທາ ເພື່ອດໍາເນີນການສືບສວນຂະ ຫຍາຍຫາພັກພວກກຸ່ມແກ້ງ ມາດໍາເນີນຄະດີຕາມລະບຽບກົດໝາຍ.