ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງອະນຸວົງ ແຂວງໄຊສົມບູນ ສົມທົບກັບພາກສ່ວນທີ່ກ່ຽວຂອ້ງ ເຄື່ອນໄຫວຕິດຕາມເປົ້າໝາຍມົ່ວສຸມ ແລະ ຄ້າຂາຍຢາເສບຕິດ ໃນວັນທີ 10 ກໍລະກົດ ທີ່ຜ່ານມາ, ພາຍຫຼັງທີ່ໄດ້ຮັບແຈ້ງ ຈຶ່ງໄດ້ນໍາກໍາລັງວິຊາສະເພາະລົງກວດກາ ເຫັນວ່າມີມູນຄວາມຈິງ. ໃນນັ້ນ, ສາມາດກັກຕົວ ທ້າວ ສືຊົ່ງ ອາຍຸ  48 ບ້ານທົ່ງຮັກ ເມືອງອະນຸວົງ ພ້ອມຢາບ້າ 146 ເມັດ, ເງິນສົດ 7.150.000 ກີບ, ໂທລະສັບ 3 ເຄື່ອງ ແລະ ອຸປະກອນເສບຢ່າບ້າຈຳນວນໜຶ່ງ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວສາລະພາບວ່າ ໄດ້ເລີ່ມເສບຢາຝິ່ນ ແລະ ຢາບ້າ ມາແຕ່ປີ 2000 ຈົນເຖິງປະຈຸບັນ, ເຊິ່ງຢາບ້າທີ່ນຳມາເສບ ແລະ ຂາຍໃນແຕ່ລະຄັ້ງແມ່ນໄດ້ຊື້ນຳນາງ ອີໂລຄ່າງ ຢູ່ບ້ານທົ່ງຄູນ ເມືອງອະນຸວົງ ຄັ້ງລະ 100-200 ເມັດ ຈຳນວນ ຫຼາຍຄັ້ງ; ນອກຈາກນັ້ນ, ຍັງໄດ້ຊື້ນໍາ ນາງ ເຈຍຊົ່ງ ຢູ່ບ້ານທົ່ງຮັກ ເມືອງອະນຸວົງ ຄັ້ງລະ 100 ເມັດ; ພາຍຫຼັງທີ່ໄດ້ຢາມາໃນແຕ່ລະຄັ້ງ ກໍໄດ້ນໍາໄປເສບເອງ ແລະ ຂາຍກິນກໍາໄລ. ຄັ້ງລ້າສຸດ ໄດ້ໄປຊື້ນໍາ ທ້າວ ເຕຍລີ ຈໍານວນ 400 ເມັດ ແລະ ຊື້ນໍາ ນາງ ກໍຊົ່ງ ຢູ່ບ້ານຖົງຮັກ  400 ເມັດ; ຕົກມາຮອດວັນທີ 10 ກໍລະກົດ ຈຶ່ງໄດ້ຖືກເຈົ້າໜ້າທີ່ຕຳຫຼວດ ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງອະນຸວົງ ກຳລັງເລັ່ງສອບສວນຂະຫຍາຍຜົນຫາພັກພວກຮ່ວມຂະບວນການດຽວກັນໃຫ້ໄດ້ໂດຍໄວ.