ເມືອງກາສີ ແຂວງວຽງຈັນ ໄດ້ຈັດພິທີປະກາດຮັບຮອງບ້ານໂພນສະຫວາດ, ບ້ານນໍ້າແປັກ, ບ້ານແກ່ວສົມພູ; ບ້ານນໍ້າແກ່ນ, ບ້ານຫ້ວຍຫົກ, ບ້ານ ວຽງທອງ, ບ້ານແດນດິນ, ບ້ານໂພນຄໍາ ແລະ ບ້ານຜາຊ້າງ ເປັນບ້ານປ້ອງກັນ ຄວາມສະຫງົບດີ ຂອງເມືອງກາສີ ແຂວງວຽງຈັນ, ໃນວັນທີ 11 ສິງຫາ 2021; ໂດຍການເຂົ້າຮ່ວມຂອງ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີ, ພັທ ວິດາ ໄຊອາດທອງ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ; ພັທ ກິປັນ ເຮັງປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງກາສີ, ມີແຂກຮັບເຊີນ, ເລຂາພັກບ້ານ, ນາຍບ້ານ ພ້ອມດ້ວຍປະຊາຊົນ 9 ບ້ານເຂົ້າຮ່ວມ.

ທ່ານ ສາຍທອງ ຈັນວິໄລສັກ ເລຂາພັກບ້ານນາຍຜາຊ້າ ຕາງໜ້າໃຫ້ 9 ບ້ານ ຂຶ້ນຜ່ານບົດສະຫຼຸບການເປີດຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າໃຫ້ຮູ້ວ່າ: 9 ບ້ານ ມີ 896 ຄອບຄົວ, ມີ 47 ໜ່ວຍສາມັກຄີ, ມີພົນລະເມືອງ ທັງ ໝົດ 5.232 ຄົນ ຍິງ 2.656 ຄົນ; ປະຊາຊົນສ່ວນຫຼາຍແມ່ນມີມູນເຊື້ອດຸໝັ່ນຂະຫຍັັນພຽນ ໃນການຜະລິດກະສິກຳ ປູກຝັງ-ລ້ຽງສັດ, ແຕ່ລະບ້ານມີອົງການຈັດຕັ້ງພັກ-ລັດເປັນລະບົບຄົບຊຸດມີຄວາມເຂັ້ມແຂງຮອບດ້ານ.

ໃນປີຜ່ານມາ, ຄະນະພັກ, ອຳນາດການປົກຄອງບ້ານແຕ່ລະບ້ານໄດ້ຊີ້ນຳ-ນຳພາ ລົງໃກ້ຊິດຕິດແທດກັບປະຊາຊົນແຕ່ລະຄອບຄົວ ໂດຍນຳເອົາແນວທາງນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານທີ່ສຳຄັນຕ່າງໆ ມາຈັດຕັ້ງເຜີຍ ແຜ່ເຊື່ອມຊຶມເປັນແຕ່ລະໄລຍະຈຶ່ງເຮັດ ໃຫ້ປະຊາຊົນຢູ່ພາຍໃນບ້ານມີຄວາມ ຮັບຮູ້, ມີຄວາມເຂົ້າໃຈຢ່າງຈະແຈ້ງ ພ້ອມທັງຕື່ນຕົວເຂົ້າຮ່ວມຂະບວນການສ້າງ ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ; ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆຢ່າງເປັນເຈົ້າການ, ໃນໄລຍະ ຜ່ານມາ, ສາມາດຕີລາຄາ 5 ມາດຖານ ຂອງຄອບຄົວ ແລະ 6 ມາດຖານບ້ານທີ່ເຮັດວຽກງານປ້ອງກັນຄວາມສະຫງົບດີ ພາຍໃນ 9 ບ້ານ ປະເມີນໄດ້ດັ່ງນີ້: ປະ ເພດຄອບຄົວ 95%-100% ມີ 320 ຄອບຄົວ; ປະເພດຄອບຄົວ 85%-94% ມີ 564 ຄອບຄົວ, ປະເພດ 84% ລົງມາ ມີ 12 ຄອບຄົວ ອີງ ຕາມມາດຖານເງືອນໄຂແລ້ວເຫັນວ່າ 9 ບ້ານສາມາດຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີໄດ້.

ມອບໃບຢັ້ງຢືນໃຫ້ແກ່ຄອບຄົວປ້ອງກັນຄວາມສະຫງົບດີ ຈໍານວນ 884 ຄອບຄົວ ໂດຍທ່ານ ສີທົນ ແສງພະຈັນ ແລະ ມອບໃບຢັ້ງຢືນໃຫ້ ແກ່ບ້ານປ້ອງກັນຄວາມສະຫງົບດີ ໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ; ພ້ອມນັ້ນຍັງໄດ້ພ້ອມກັນເປີດແຜ່ນປ້າຍເພື່ອ ຮັບຮອງເອົາ 9 ບ້ານເປັນບ້ານປ້ອງກັນ ຄວາມສະຫງົບດີ ຂອງເມືອງກາສີ ແຂວງ ວຽງຈັນ ຢ່າງເປັນທາງການ.