ຄະນະວິຊາຄູ ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຂຶ້ນໃນວັນທີ 13 ສິງຫາ ນີ້, ເຂົ້າຮ່ວມເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍການ ວຕປ, ມີແຂກຮັບເຊີນ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ພັອ ປອ ບຸນເພັງ ເຂັມມະນາ ຮອງຫົວໜ້າຊີ້ນໍາຄູ ຫົວໜ້າຄະນວິຊາເສດຖະກິດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ວ່າ: ໃນ 6 ເດື່ອນຜ່ານມາ ບັນດາຄະນະວິ ຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວຄູ-ອາຈານເຊື່ອມຊຶມ, ກໍາແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກຳລັງ ປກສ ໂດຍສະເພາະແມ່ນທິດທາງແຜນການຂອງ ວຕປ ວາງອອກໃນແຕ່ລະໄລຍະ ເຮັດໃຫ້ພະນັກງານຄູ-ອາຈານມີແນວຄິດອຸ່ນອ່ຽງທຸ່ນທ່ຽງສາມາດປະຕິບັດໜ້າທີ່ໃນການສິດສອນໄດ້ເປັນຢ່າງດີ ສະແດງອອກຄື: ຂຶ້ນຫ້ອງສິດສອນຕາມໂຄງການຫຼັກສູດໃຫ້ນັກສຶກສາທຸກຮຸ່ນ, ທຸກລະບົບພາຍໃນ ວຕປ ໄດ້ທັງໝົດ 5.933 ຊົ່ວໂມງ, ຂຶ້ນຫ້ອງສອນພາຍນອກ 171 ຊົ່ວໂມງ, ແປຕໍາລາພາສາຕ່າງປະເທດມາເປັນພາສາລາວໄດ້ 409 ໜ້າ, ແຕ່ງບົດສອນ 153 ບົດ, ປັບປຸງບົດສອນ 424 ບົດ; ນອກນີ້, ຄູ-ອາຈານຍັງໄດ້ເປັນອານຸກໍາມະການປ້ອງກັນປະລິນຍາໂທ 27 ຄັ້ງ ແລະ ແນະນຳວິທະຍານິພົນໄດ້ 18 ຫົວຂໍ້.

ໃນພິທີ, ພົຈວ ປອ ວົງເຊໂດນ ພັນທະແກ້ວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ວິຊາສະເພາະຂອງບັນດາຄູ-ອາຈານພາຍໃນ ວຕປ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ບັນດາຄູ-ອາຈານຈົ່ງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າປະຕິບັດໜ້າທີ່ໃນການສິດສອນຢ່າງຫ້າວຫັນຖ່າຍທອດຄວາມຮູ້ທີ່ຮຽນມາໃຫ້ນັກສຶກສາຢ່າງເຕັມເມັດເຕັມໜ່ວຍ ເພື່ອສ້າງໃຫ້ນັກສຶກສາຂອງກຳລັງ ປກສ ມີຄວາມຮູ້ຄວາມສາມາດທາງດ້ານວຽກງານວິຊາສະເພາະທີ່ໄດ້ຮຽນມາ.

ພາບ-ຂ່າວ: ຈັນສະໝອນ ໝື່ນສີ