ປິດຊຸດຝຶກອົບຮົມ ແລະ ປະກາດເລື່ອນຊັ້ນ-ປະດັບຊັ້ນໃຫ້ນາຍຕໍາຫຼວດ ທີ່ສໍາເລັດການສຶກ ຈາກ ສສ ຫວຽດນາມ

0
972

ກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ກະຊວງ ປກສ ຈັດພິທີປິດຊຸດຝຶກອົບຮົມໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ສໍາເລັດການສຶກສາປະລິນຍາຕີ ຈາກ ສສ ຫວຽດນາມ ໃນວັນທີ 13 ສິງຫາ ຜ່ານມາ,ໂດຍການເປັນປະທານຂອງ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະກົມ, ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ ແລະ ນັກສຶກສາເຂົ້າຮ່ວມ.

ພັທ ປອ ວຽງໄຊ ທໍາມະສິດ ຮອງຫົວໜ້າກົມກໍ່ສ້າງກໍາລັງ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ມີນັກສຶກສາທີ່ສໍາເລັດປະລິນ ຍາຕີ ຮຸ່ນທີ 31 ແລະ ຮຸ່ນທີ 33 ລະບົບ 6 ປີ ແລະ ລະບົບ 4 ປີ ເຊິ່ງໄປສຶກສາຢູ່ ສສ ຫວຽດນາມ ແຕ່ປີ 2015 ຫາ 2021, ຈໍານວນນັກສຶກສາ ທີ່ສົ່ງໄປຮຽນ ທັງ ໝົດ 76 ສະຫາຍ ຍິງ 17 ສະຫາຍ. ໃນນັ້ນ, ຈົບຈາກໂຮງຮຽນວັດທະນະທໍາເລກ 1 ແລ້ວໄປສຶກສາຕໍ່ປະລິນຍາຕີ ຈໍານວນ 20 ສະຫາຍ ຍິງ 5 ສະຫາຍ, ຈົບຈາກວິທະຍາຄານສັນຕິບານປະຊາຊົນ ມີ 48 ສະຫາຍ ຍິງ 9 ສະຫາຍ ແລະ ມະຫາວິທະຍາໄລເຕັກນິກພະລາ 28 ສະຫາຍ ຍິງ 8 ສະຫາຍ, ປະກອບ ມີ 5 ຂະແໜງການຮຽນ ຄື: ຕ້ານນັກສືບສອດແນມ ມີ 28 ສະຫາຍ ຍິງ 4 ສະຫາຍ, ຄຸ້ມຄອງລັດມີ 10 ສະ ຫາຍ ຍິງ 3 ສະຫາຍ, ສືບສວນ-ສອບສວນຄະດີການເມືອງ 10 ສະຫາຍ ຍິງ 2 ສະຫາຍ, ໂທລະຄົມ ແລະ ການສື່ ສານ ມີ 15 ສະຫາຍ ຍິງ 4 ສະ ຫາຍ ແລະ ເສນາທິການ 13 ສະຫາຍ ຍິງ 3 ສະຫາຍ.

ຕະຫຼອດໄລຍະການສຶກສາ, ຮໍ່າຮຽນນັບທັງຮຽນພາສາ ເຫັນວ່າ ນັກສືກສາມີຄວາມເອົາໃຈໃສ່ຫ້າວຫັນໃນການຄົ້ນຄວ້າ ແລະ ຖືເອົາການຮຽນເປັນໜ້າທີ່ຕົ້ນຕໍ ດ້ວຍການເປັນເຈົ້າການໃນການຊອກຮູ້ຮໍ່າຮຽນດ້ານພາສາ ແລະ ວິຊາສະເພາະ ກໍຄື ຄວາມຮູ້ທາງຂະແໜງການຮຽນຂອງຕົນ ສະແດງອອກໃນການສອບເສັງແຕ່ລະປີສາມາດຍາດໄດ້ຄະແນນດີຂຶ້ນໄປ; ນອກນັ້ນ, ນັກສຶກສາ ຍັງໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນ ເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈບຸກບືນອົດທົນເສຍສະຫຼະສູງ, ດຸໝັ່ນຂະຫຍັນພຽນເຂົ້າໃນການຮໍ່າຮຽນ ເພື່ອກາຍເປັນນັກສຶກ ສາທີ່ມີຄຸນສົມບັດດີ ສະແດງອອກ ນັບແຕ່ມື້ໄປສຶກສາຈົນຮອດເວລາຈົບ ສາມາດສ້າງມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສົມບູນ 27 ສະຫາຍ ຍິງ 4 ສະຫາຍ,ສໍາຮອງ 8 ສະຫາຍ ຍິງ 3 ສະຫາຍ  ແລະ ຍັງສາມາດຍາດໄດ້ໃບຂັ້ນຕ່າງໆ ຄື: ຍ້ອງຍໍຂັ້ນສະຖານທູດ ແລະ ຂັ້ນໂຮງຮຽນຈໍານວນໜຶ່ງ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປະກາດເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາລະດັບປະລິນຍາຕີ ຈາກ ສສ ຫວຽດນາມ.ໃນນັ້ນ, ປະກາດເລື່ອນຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ 1 ສະຫາຍ ແລະ ປະດັບຊັ້ນ ຮ້ອຍໂທ ຈໍານວນ 75 ສະຫາຍ ຍິງ 17 ສະ ຫາຍ ແລະ ມອບໃບຍ້ອງຍໍ ໃຫ້ນັກສຶກສາຜູ້ທີ່ມີຜົນງານດີເດັ່ນ; ພ້ອມທັງປະກາດຊັບຊ້ອນ ໄປປະຈໍາການຢູ່ 4 ກົມ-ກອງ ອ້ອມຂ້າງກະຊວງ ຈໍານວນ 43 ສະຫາຍ ຍິງ 6 ສະຫາຍ ແລະ ບັນດາ ກອງບັນຊາການ ປກສ ແຂວງ 16 ແຂວງ ຈໍານວນ 30 ສະຫາຍ ຍິງ 11 ສະຫາຍ ແລະ ໂຮງຮຽນ ປກສ ຊັ້ນສູງ 4 ແຫ່ງ ຈໍານວນ 3 ສະຫາຍ.

ໃນໂອກາດນີ້, ບັນດານາຍ ແລະ ພົນຕໍາຫຼວດ ທີ່ເຂົ້າຮ່ວມໃນຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມ ຈາກ ພົຈວ ຄໍາສາຍ ຈັນທະວົງ ຕື່ມອີກ.

ພາບ-ຂ່າວ: ລັດດາວັນ ບຸດຕະວົງ