ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ມອບເຄື່ອງກິລາ ໃຫ້ໜັງສືພິມຄວາມສະຫງົບ

0
889

ວັນທີ 13 ສິງຫາ ຜ່ານມາ, ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ,ພ້ອມດ້ວຍ ທ່ານ ພູມປັນຍາ ໄຊຊະນະ  ແລະ ທີມກິລາ ເພື່ອນຕຳຫຼວດໄດ້ນຳເອົາເຄື່ອງກິລາ ແລະບານເຕະ 1 ໜ່ວຍ ລວມມູນຄ່າ 1.500.000 ກີບ ມາມອບໃຫ້ກອງບັນ ນາທິການໜັງສືພິມຄວາມສະຫງົບ ກົມສື່ມວນຊົນ ປກສ ເພື່ອປະກອບສ່ວນເຂົ້າໃນຂະບວນການກິລາ ຊາວໜຸ່ມ-ແມ່ຍິງ ພາຍໃນກອງ.

ກ່າວມອບໂດຍ ທ່ານ ສີວຽງແກ້ວ ທຳມະວົງ ເຈົ້າຂອງວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ແລະ ກ່າວຮັບໂດຍ ພັທ ສາຄອນ ແກ້ວປະເສີດ ຫົວໜ້າກອງບັນນາທິການ ໜັງສືພິມຄວາມສະ ຫງົບ, ໂດຍມີ ພັທ ວັນຄໍາ ສາຍຕາແກ້ວ ຮອງຫົວໜ້າກົມສື່ມວນຊົນ ປກສ, ພ້ອມດ້ວຍ ຄະນະກອງເຂົ້າຮ່ວມ.

ໃນໂອກາດນີ້, ພັທ ສາຄອນ ແກ້ວປະເສີດ ຫົວໜ້າກອງບັນນາທິການ ໜັງສືພິມຄວາມສະຫງົບ ໄດ້ຕ່າງໜ້າໃຫ້ຄະ ນະພັກ, ຄະນະກອງ ກ່າວສະແດງຄວາມຂອບໃຈມາຍັງ ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ແລະ ທ່ານ ພູມປັນຍາ ໄຊຊະນະ, ພ້ອມດ້ວຍທີມເຕະບານເພື່ອນຕຳຫຼວດ, ພ້ອມດ້ວຍຄະນະ ທີ່ນຳເອົາເຄື່ອງກິລາດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້.

ໃນໂອກາດດັ່ງກ່າວ, ພັທ ສາຄອນ ແກ້ວປະເສີດ ຍັງໄດ້ມອບໃບຍ້ອງຍໍ ພ້ອມອວຍໄຊອັນປະເສີດໃຫ້ແດ່ບັນດາຄະ ນະດັ່ງກ່າວທີ່ມາຊຸກຍູ້ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ.