ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາຕັດສິນຄະດີທ້າວ ບຸນສວນ, ອາຍຸ 24 ປີ, ເຊື້ອຊາດ ແລະ ສັນຊາດລາວ, ກໍາມະກອນ, ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈຳຄຸກ 5 ປີ ປັບໃໝ 10 ລ້ານກີບ ໃນຂໍ້ຫາ ການຄ້າຂາຍຢາເສບຕິດ (ຢາບ້າ).


ໃນສຳນວນຄະດີທີ່ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ຖະແຫຼງໄຈ້ແຍກການກະທໍາຜິດຕົວຈິງຂອງຈໍາເລີຍຕໍ່ຄະນະສານອາຍານະຄອນຫຼວງວຽງຈັນ ໃນວັນທີ 31 ມີນາ 2021 ວ່າ: ທ້າວ ບຸນສວນ ເລີ່ມເສບຢາເສບຕິດ (ຢາບ້າ) ແຕ່ປີ 2019 ເປັນຕົ້ນມາ, ຢາບ້າທີ່ເອົາມາເສບ ແມ່ນຊື້ຈາກຊາວໜຸ່ມທົ່ວໄປຢູ່ຮ້ານເກມບ້ານຈອມເພັດໃຕ້ ເມືອງສີສັດຕະນາກ ຈໍານວນ ຫຼາຍຄັ້ງ ບໍ່ສາມາດຈື່ໄດ້ ຄັ້ງລະ 10 ເມັດ, ເມື່ອໄດ້ ຢາບ້າກໍເອົາໄປເສບຢູ່ປ່າ ແລະ ບາງຄັ້ງກໍເສບຢູ່ ເຮືອນໝູ່ ມາຮອດເດືອນ ກໍລະກົດ ປີ 2019 ທ້າວ ບຸນສວນ ເລີ່ມເຄື່ອນໄຫວຄ້າຂາຍຢາເສບ ຕິດ (ຢາບ້າ) ຢາບ້າທີ່ເອົາມາຂາຍ ແມ່ນຊື້ຈາກ ຊາວໜຸ່ມທົ່ວໄປຢູ່ ຮ້ານເກມບ້ານ ຈອມເພັດໃຕ້, ຈໍານວນຫຼາຍຄັ້ງບໍ່ສາມາດຈື່ໄດ້ ຄັ້ງລະ 20-30 ເມັດ, ເມື່ອໄດ້ຢາບ້າກໍເອົາໄປຂາຍໃຫ້ໄວໜຸ່ມ ທົ່ວໄປບ່ອນຜູ້ກ່ຽວເຮັດວຽກ. ມາຮອດວັນທີ 15 ກໍລະກົດ 2020 ເວລາປະມານ 11 ໂມງ ຜູ້ກ່ຽວໄດ້ຂັບຂີ່ລົດຈັກຍີ່ຫໍ້ຮອນດ້າເທນ້າ ໝາຍເລກທະບຽນ ຈກ 2035 ກໍາແພງນະຄອນ ໄປຊື້ຢາບ້ານໍາໄວໜຸ່ມທົ່ວໄປຢູ່ຮ້ານເກມເຂດບ້ານຈອມເພັດໃຕ້ ມາຂາຍຈໍານວນ 30 ເມັດ, ເມື່ອໄດ້ຢາບ້າຜູ້ກ່ຽວກໍເສບຢູ່ຮ້ານເກມ ຈໍານວນ 4 ເມັດ ແລະ ຂາຍໃຫ້ຜູ້ເສບຈໍານວນ 2 ເມັດ, ຍັງເຫຼືອຢາບ້າ 24 ເມັດ, ມາຮອດເວລາປະມານ 15 ໂມງຂອງວັນດຽວກັນທ້າວ ບຸນສວນ ຈຶ່ງຖືກເຈົ້າໜ້າທີ່ ຈັບຕົວພ້ອມຂອງກາງຢາບ້າ 24 ເມັດ.


ຈາກນັ້ນ, ຄະນະສານອາຍາ ໄດ້ຄົ້ນຄວ້າບັນ ດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ປະກອບຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ເຫັນວ່າມີຫຼັກຖານ ຮັດກຸມທີ່ໜັກແໜ້ນ ແລະ ພຽງພໍ ຢັ້ງຢືນວ່າ ການກະທໍາຂອງທ້າວ ບຸນສວນ (ຈໍາເລີຍ) ເປັນການກະທໍາຜິດທາງອາຍາໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ) ເຊິ່ງເປັນການກະທໍາຜິດທີ່ແຕະຕ້ອງຕໍ່ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ມາດຕາ 315, ເຊິ່ງການກະທໍາດັ່ງກ່າວຈໍາເລີຍກໍໃຫ້ການຮັບສາລະພາບວ່າ ໄດ້ເຄື່ອນໄຫວເສບຢາເສບຕິດ (ຢາບ້າ) ແທ້ ແລະ ຢາບ້າຈໍານວນ 24 ເມັດ ກໍແມ່ນຂອງຈໍາເລີຍທີ່ມີໄວ້ເພື່ອຂາຍຕາມບົດບັນທຶກຄໍາໃຫ້ການຮັບສາລະພາບຂອງຈໍາເລີຍ ສະບັບລົງວັນທີ 16 ກໍ ລະກົດ 2020 ແລະ 21 ກັນຍາ 2020 ຢາບ້າຈໍານວນ 24 ເມັດ ນ້ຳໜັກ 2.2773 ກຼາມ ໄດ້ນໍາໃຊ້ເຂົ້າໃນການກວດພິສູດ-ວິໄຈຈໍານວນ 5 ເມັດ, ຜ່ານການກວດພິສູດ-ວິໄຈແລ້ວພົບວ່າຢາບ້າຈໍານວນດັ່ງກ່າວ ບັນຈຸສານເສບຕິດປະເພດຢາບ້າແທ້, ຕາມບົດສະຫຼຸບຜົນການກວດພິສູດ-ວິໄຈຂອງສູນວິໄຈ ອາຫານ ແລະ ຢາ ສະບັບເລກທີ 2676-20/ກນວ, ລົງວັນທີ 11 ກັນຍາ 2020; ການກະທໍາຂອງທ້າວ ບຸນສວນ (ຈໍາເລີຍ) ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍ ມີຄວາມຕັ້ງໃຈຄ້າຂາຍຢາເສບຕິດ (ຢາບ້າ) ທັງໆທີ່ຈໍາເລີຍກໍຮູ້ດີວ່າ ເປັນການກະທໍາຜິດຕໍ່ປະມວນກົດໝາຍອາຍາ.

ດັ່ງນັ້ນ, ສານຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ຈໍາເລີຍຕາມປະມວນໝາຍອາຍາ ມາດຕາ 315 ວັກ 1.