ພະແນກຈະລາຈອນສົມທົບກັບພະແນກຄວບຄຸມຢາເສບຕິດ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ໃນວັນທີ 11 ສິງຫາ 2021 ຢູ່ສະໂມສອນກອງບັນຊາການ ປກສ ແຂວງ; ເຜີຍແຜ່ໂດຍ ພັທ ລຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະຫ້ອງ, ກອງຮ້ອຍ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ລຸນລຽນ ແສນວົງ ເວົ້າວ່າ: ຢາເສບຕິດແມ່ນມີຜົນຮ້າຍ ແລະ ເປັນໄພອັນຕະລາຍຕໍ່ຊີວິດ, ຊັບສິນ ແລະ ສຸ ຂະພາບຖ້າຮາກເຮົາຕົກເປັນເຫຍື່ອຂອງ ມັນໂດຍສະເພາະແມ່ນຢາບ້າ, ເຮໂຣ ອິນ, ກັນຊາ, ຝິ່ນ, ໂຄເຄນ ແລະອື່ນໆ; ເຊິ່ງເປັນສານເສບຕິດທີ່ອອກລິດທາງປະສາດຖ້າໄດ້ເສບເຂົ້າໄປໃນຮ່າງກາຍ ແລ້ວຈະພາໃຫ້ເກີດປະສາດຫຼອນ, ຄວບ ຄຸມສະຕິຕົນເອງບໍ່ໄດ້ ເຊິ່ງພາໃຫ້ເກີດ ການກໍ່ອາດຊະຍາກໍາ ເຊັ່ນ: ບັນຫາຂີ້ລັກ ງັດແງະ, ປຸ້ນຈີ້, ຊີງຊັບ, ຂ້າເຈົ້າເອົາຂອງ ແລະ ຮ້າຍແຮງໄປກວ່ານັ້ນຍັງເຮັດໃຫ້ ເປັນບ້າເສຍຈິດ.

ນອກນັ້ນ, ໃນພິທີດຽວກັນຍັງໄດ້ໂຄສະນາເຜີຍແຜ່ລະບຽບການສັນຈອນ ໂດຍການເຜີຍແຜ່ຂອງ ພັທ ຄຳຕຸ່ນ ສຸວັນ, ຮອງຫ້ອງຕໍາຫຼວດຜູ້ຊີ້ນຳວຽກງານ ຈະລາຈອນ ປກສ ແຂວງ ເພື່ອເຮັດໃຫ້ ພະນັກງານ-ນັກຮົບອ້ອມຂ້າງກອງບັນ ຊາການ ປກສ ແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງລະບຽບການສັນຈອນ; ເປັນຕົ້ນແມ່ນການຈະລາຈອນທາງບົກ, ການ ສັນຈອນຕາມທ້ອງຖະໜົນຫຼວງ, ຄວາມໝາຍ-ຄວາມສໍາຄັນຂອງປ້າຍຫ້າມ, ປ້າຍເຕືອນ, ຂີດລາຍຕາມເສັ້ນທາງຫຼວງຕິດ ພັນກັບການຂັບຂີ່, ການສັນຈອນ ເຊັ່ນ: ນັກຂັບຂີ່ສ່ວນຫຼາຍບໍ່ໃສ່ໝວກກັນກະທົບ, ບໍ່ໃສ່ສາຍຮັດນິລະໄພ, ດື່ມສິ່ງມຶນເມົາໃນເວລາຂັບຂີ່ການດັດແປງສະພາບລົດ; ຂັບຂີ່ລົດແຂ່ງກັນເປັນຂະບວນ ແລະ ບັນຫາອື່ນໆ ເຊິ່ງເປັນສາເຫດທີ່ ພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.