ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຕາມລະບຽບກົດໝາຍຂອງກໍາລັງ ປກສ ຂຶ້ນໃນທ້າຍອາທິດຜ່ານມາ; ເປັນປະທານ ແລະ ປະດັບຊັ້ນໂດຍ ພັທ ສອນວິໄລ ຕຸລາທອງ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະກອງບັນຊາການ, ບັນດາຫ້ອງ, ກອງ, ຄ້າຍ, ໂຮງຮຽນ, ປກສ ເມືອງ, ຜູ້ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ບຸນແພງ ລໍນີຈັນ ຫົວໜ້າຫ້ອງ ການເມືອງກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການ ປກສ ແຂວງອຸດົມໄຊ ຈໍານວນ 46 ສະຫາຍ; ໃນນີ້, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ16 ສະຫາຍ ຍິງ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 19 ສະຫາຍ ຍິງ 1 ສະຫາຍ, ພັນຕີ ຂຶ້ນ ພັນໂທ 11 ສະຫາຍ ຍິງ 1 ສະຫາຍ.

ພັທ ສອນວິໄລ ຕຸລາທອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້, ເຊິ່ງມັນສະແດງເຖິງຜົນງານ, ຜົນສໍາເລັດ ແລະ ໝາກຜົນ ທີ່ບັນດາສະຫາຍເຮັດໄດ້. ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍສືບຕໍ່ປົກປັກຮັກສາເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວໃຫ້ນັບມື້ມີການພັດທະນາ ແລະ ສູງເດັ່ນຂຶ້ນ; ຕິດພັນກັບການປັບປຸງຕົນເອງໃຫ້ກາຍເປັນພະນັກງານ-ນັກຮົບທີ່ດີເດັ່ນ, ມີຄຸນສົມບັດ-ສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ມີແນວຄິດ-ການເມືອງໜັກແໜ້ນ, ມີແບບແຜນ ວິທີເຮັດວຽກທີ່ດີ, ພັດທະນາທາງດ້ານ ຄວາມຮູ້, ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະທີ່ການຈັດຕັ້ງ ມອບໝາຍໃຫ້ມີຜົນສຳເລັດ.