ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງຈະ ເລີນສຸກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 27 ມີນາ 2021 ທີ່ຜ່ານມາ, ໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານລາດບົກ ວ່າ: ມີຄົນ ເສຍຊີວິດເປັນເດັກນ້ອຍ ອາຍຸພຽງ 8 ເດືອນ ຢູ່ເຮືອນຂອງທ້າວ ປອນວິໄລ ອາຍຸ 22 ປີ ຢູ່ບ້ານລາດບົກ ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງເຄື່ອນໄຫວສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊັນນະສູດສະຖານທີ່ເກີດເຫດ.


ພາຍຫຼັງກວດກາສະຖານທີ່ເກີດເຫດ ພົບເຫັນຊາກສົບຂອງ ທ້າວ ກໍ (ນາມສົມມຸດ) ອາຍຸໄດ້ 8 ເດືອນ ນອນເສຍຊີວິດຢູ່ໃນເຮືອນ; ໃນຂະນະນັ້ນ, ພົບເຫັນ ທ້າວປອນວິໄລ (ຜູ້ເປັນພໍ່) ຈຶ່ງໄດ້ສອບຖາມ ແລະ ຜູ້ກ່ຽວກໍສາລະພາບວ່າ: ຜູ້ກ່ຽວໄດ້ໃຊ້ແຂນຮັດລຳຕົວລູກຊາຍຂອງຕົນເອງ ຈົນເສຍຊີວິດຄາທີ່ ຍ້ອນຄວາມບໍ່ພໍທີ່ລູກໄຫ້. ຈາກນັ້ນ, ຈຶ່ງໄດ້ກັກຕົວຜູ້ກ່ຽວໄປສອບສວນ ແລະ ຜ່ານການສືບສວນ-ສອບສວນຜູ້ກ່ຽວຮັບສາລະພາບວ່າ: ໃນປີ 2018, ຜູ້ກ່ຽວໄດ້ເຄື່ອນໄຫວ ເສບຢາບ້າຈຳນວນຫຼາຍຄັ້ງ ໂດຍຢາບ້າດັ່ງກ່າວ ແມ່ນໄດ້ຊື້ນຳໄວລຸ້ນເຂດບ້ານໃກ້ຄຽງ ແລະ ມາ ຮອດປີ 2019 ໄດ້ສ້າງຄອບຄົວກັບນາງ ດຳ ອາຍຸ 27 ປີ ( ຄົນບ້ານດຽວກັນ ) ມີລູກນຳກັນ 1 ຄົນຊື່ທ້າວ ກໍ (ນາມສົມມຸດ). ຮອດວັນທີ 26 ມີນາ 2021, ຜູ້ກ່ຽວໄດ້ຊື້ຢາບ້າມາເສບອີກຈຳ ນວນ 1 ເມັດ. ຫຼັງຈາກນັ້ນ, ກໍໄປນອນ ແລະ ມື້ຕໍ່ມາເວລາປະມານ 8:00 ໂມງຜູ້ກ່ຽວໄດ້ຕື່ນນອນແລ້ວ ໃຊ້ເມຍໄປແຕ່ງກິນ, ສ່ວນຜູ້ກ່ຽວແມ່ນໄດ້ເອົາລູກ. ໃນເວລານັ້ນ, ລູກໄດ້ຮ້ອງໄຫ້ບໍ່ເຊົາຜູ້ກ່ຽວ ຈຶ່ງເກີດມີແນວຄິດຢາກຮ້າຍ ຈຶ່ງໄດ້ອຸ້ມເອົາລູກປິ້ນໜ້າເຂົ້າຫາລຳຕົວຂອງຜູ້ກ່ຽວ ແລ້ວເອົາຄາງລູກກ່າຍໃສ່ບ່າໄຫຼ່ເບື້ອງຂວາ ກ່ອນໃຊ້ແຂນຮັດເຂົ້າລຳຕົວຂອງລູກຊາຍຢ່າງແຮງຈົນເຮັດໃຫ້ລູກເສຍຊີວິດຄາທີ່. ຈົນຮອດເວລາ 11:00 ໂມງ ຂອງວັນດຽວ, ກັນຈຶ່ງຖືກເຈົ້າ ໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງ ຈະເລີນສຸກ ກັກຕົວໄປດຳເນີນຄະດີ.


ບັດຈຸບັນ, ຄະດີດັ່ງກ່າວຢູ່ແມ່ນກຳລັງສົ່ງສຳນວນຄະດີໃຫ້ພະແນກສືບສວນ-ສອບສອນ ປກສ ແຂວງຈຳປາສັກ ເພື່ອສົ່ງຟ້ອງໄອຍະການປະຊາຊົນແຂວງຈຳປາສັກ ດຳເນີນຄະດີຕໍ່ໄປ.