ກົມສື່ມວນຊົນ ປກສ ເຊື່ອມຊຶມມະຕິກົມການເມືອງສູນກາງພັກ

0
729

ວັນທີ 17 ສິງຫາ 2021, ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່,ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ- ແນວຄິດ ໃນໄລຍະໃໝ່ , ເປັນປະທານ ແລະ ເຜີຍແຜ່ເອກະສານໂດຍ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ, ມີຄະນະໜ່ວຍພັກ, ກອງ, ພ້ອມດ້ວຍ ຫ້ອງການ, ສະມາຊິກພັກ ແລະ ພະນັກງານນັກຮົບ ເຂົ້າຮ່ວມ.

ພັອ ເພີນຄໍາ ແສງດາລາ ໄດ້ຍົກໃຫ້ເຫັນເນື້ອໃນທີ່ສໍາຄັນຂອງເອກະສານ ບາງຕອນ ວ່າ: ວັດທະນະທຳ ແມ່ນບັນດາຄຸນຄ່າທາງດ້ານວັດຖຸ ແລະ ຈິດໃຈ ທີ່ມວນມະນຸດປະດິດສ້າງຂຶ້ນໃນຂະບວນວິວັດ ແຕ່ລະໄລຍະປະຫວັດສາດແຫ່ງການກໍາເນີດ, ຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ, ພັກປະຊາຊົນປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ຄວາມເອົາໃຈໃສ່ຕໍ່ວຽກງານວັດທະນະທຳໂດຍຖືວ່າວັດທະນະທໍາແມ່ນຄຸນລັກສະນະ ແລະ ເປັນປັດໄຈພື້ນຖານຂອງການ ດຳລົງຄົງຕົວຂອງຊາດ, ແມ່ນກຳລັງດັນ ແລະ ຈຸດໝາຍຂອງການພັດທະນາສັງ ຄົມຕາມທິດສັງຄົມນິຍົມ,ບົນພື້ນຖານທິດນໍາ “ຢາກສ້າງສັງຄົມນິຍົມ ຕ້ອງມີຄົນສັງຄົມນິຍົມ”, ພັກເຮົາໄດ້ນໍາພາຊີ້ນໍາການສ້າງ ແລະ ເສີມຂະຫຍາຍຄວາມສີວິໄລທາງດ້ານວັດທະນະທໍາໃຫ້ເປັນພື້ນຖານແຫ່ງຊີວິດສັງຄົມຂອງຊາດລາວ ໂດຍສຸມໃສ່ດຳເນີນວຽກງານສຶກສາອົບຮົມ, ສ້າງຄຸນສົມບັດສິນທໍາກ້າວໜ້າ ແລະ ແບບແຜນການດຳລົງຊີວິດອັນສົດໃສ, ສ້າງວັດທະນະທຳໃຫ້ມີລັກ ສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ, ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ, ປົວແປງ ແລະ ຍົກລະດັບດີຂຶ້ນເທື່ອລະກ້າວ.

ໃນການດໍາເນີນພາລະກິດປ່ຽນແປງໃໝ່,ພັກເຮົາຍາມໃດກໍເຫັນໄດ້ຄວາມສຳຄັນຂອງວຽກງານການເມືອງ-ແນວຄິດ ແລະ ໃນທຸກໆມະຕິຂອງກອງປະຊຸມໃຫຍ່ຂອງພັກລ້ວນແຕ່ໄດ້ກໍານົດທິດທາງອັນສຳຄັນ ແລະ ຊີ້ນໍາຢ່າງໃກ້ຊິດຕໍ່ການ ເຄື່ອນໄຫວໃນຂົງເຂດດ້ານການເມືອງ-ແນວຄິດ.ພ້ອມນັ້ນ, ກົມການເມືອງຍັງໄດ້ອອກມະຕິເລກທີ 60/ກມສພ,ລົງວັນທີ 4 ກໍລະກົດ 2003 ກ່ຽວກັບທິດທາງ,ໜ້າທີ່ຕົ້ນຕໍ ແລະ ມາດຕະການລວມຂອງວຽກງານການເມືອງ-ແນວຄິດໃນສະພາບການໃໝ່, ທັງໝົດນັ້ນໄດ້ກາຍເປັນບ່ອນອີງພື້ນຖານໃຫ້ແກ່ການເຄື່ອນ ໄຫວຂອງທົ່ວພັກເວົ້າລວມ ແລະ ສໍາລັບບັນດາອົງການທີ່ກ່ຽວຂ້ອງໂດຍກົງໃນການເຮັດໜ້າທີ່ໃນຂົງເຂດການເມືອງ-ແນວຄິດ.

ໃນພິທີ, ກໍຍັງໄດ້ປາຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (1 ກໍລະກົດ 1921-1 ກໍລະກົດ 2021) ເພື່ອຍົກໃຫ້ເຫັນເຖິງມູນເຊື້ອ ແລະ ວິລະກໍາອັນສະຫງ່າອົງອາດຂອງພັກກອມມູນິດຈີນ ໃນການນໍາພາຊີ້ນໍາປະຊາຊົນຈີນອ້າຍນ້ອງບູລະນະສ້າງສາລະບອບສັງຄົມນິຍົມ ທີ່ມີສີສັນອັນພິເສດຂອງຈີນ, ທີ່ຍຶດໝັ້ນອຸດົມການສັງຄົມນິຍົມ,ຖືຜົນປະໂຫຍດຂອງປະຊາຊົນເປັນໃຈກາງ ແລະ ມີການປະດິດສ້າງໃໝ່ທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ທີ່ສອດຄ່ອງກັບຍຸກສະໄໝອັນເປັນການໄຂສັງກາດໃໝ່ແຫ່ງການພັດ ທະນາ ສປ ຈີນ ຕາມເສັ້ນທາງສັງ ຄົມນິຍົມ ຈຶ່ງສາມາດເຮັດສໍາເລັດພາລະກິດອັນຍິ່ງໃຫຍ່ຂອງພັກ,ຂອງຊາດ,ເພື່ອປະກາດຄວາມເປັນເອກະ ລາດຂອງຊາດ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 1 ຕຸລາ 1949 ຢ່າງສະຫງ່າຜ່າເຜີຍ ພາຍໃຕ້ການນໍາພາຊີ້ນໍາຂອງພັກກອມມູນິດຈີນ.

ພາບ-ຂ່າວ: ແກ້ວ ອຸເພັດ