ໃນທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງພາກເໜືອ ສປປ ລາວ ແລະ ກອງບັນຊາການຕໍາຫຼວດກິ່ງ ແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ໄດ້ເປີດກອງປະຊຸມທາງໄກ ວຽກງານປ້ອງກັນຄວາມສະຫງົບ; ຝ່າຍ ສປປ ລາວ ມີ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ອຸດົມໄຊ, ຝ່າຍ ສປ ຈີນ ມີ ພົຈວ ຫຼິ້ລີ້ ຫົວໜ້າກອງບັນຊາການຕຳຫຼວດກິ່ງ ສິບສອງພັນນາ ແຂວງຢຸນນານ ແຫ່ງ ສປ ຈີນ; ມີບັນດາຫົວໜ້າກອງບັນຊາການ ປກສ ແຂວງພາກເໜືອ ຂອງ ສປປ ລາວ ( ແຂວງຫຼວງນ້ຳທາ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ ແລະ ແຂວງ ຜົ້ງສາລີ ) ແລະ ຄະນະບັນຊາການກອງ ບັນຊາການຕໍາຫຼວດກິ່ງສິບສອງພັນນາ ແຂວງຢຸນນານ ສປ ຈີນ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອເປັນການເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບຖານອ້າຍນ້ອງທີ່ເປັນມູນເຊື້ອ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນ ຄົງ, ຍາວນານຕາມທິດ 4 ດີ ແລະ ເປັນຄູ່ຮ່ວມສະຕາກຳລາວ-ຈີນ, ຈີນ-ລາວ ພ້ອມທັງເປັນການເພີ່ມທະວີການຮ່ວມມືທີ່ເປັນມູນເຊື້ອລະຫວ່າງກະ ຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ, ເວົ້າລວມ, ເວົ້າ ສະເພາະ ກໍຄືການພົວພັນຮ່ວມມືລະ ຫວ່າງ ກອງບັນຊາການ ປກສ 5 ແຂວງ ພາກເໜືອ ຂອງ ສປປ ລາວ ກັບກອງ ບັນຊາການຕຳຫຼວດກິ່ງສິບສອງພັນນາ ແຂວງຢຸນນານ ແຫ່ງ ສປ ຈີນ ໄດ້ມີ ບາດກ້າວໃໝ່ ແລະ ມີຜົນສຳເລັດອັນ ໃຫຍ່ຫຼວງໃນການຮ່ວມມືຮອບດ້ານ ຕະຫຼອດໄປ.

ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມ ສົນໃຈຮ່ວມກັນ ເພື່ອປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຂອບເຂດຊາຍແດນ; ປືກສາຫາລືສືບຕໍ່ຮ່ວມມືປະສານງານເພີ່ມທະວີວຽກງານໂຄສະນາສຶກສາອົບຮົມໃຫ້ພໍ່-ແມ່ປະຊາຊົນປະຕິບັດມາດຕະການປ້ອງກັນ ຄວບຄຸມພະຍາດໂຄວິດ-19 ຂອງສອງ ປະເທດ, ປະຕິບັດມາດຕະການລະບຽບກົດໝາຍໃຫ້ເຂົ້າ-ອອກຕາມປະຕູດ່ານ ທີ່ໄດ້ກຳນົດຢ່າງເປັນລະບຽບ, ບໍ່ຂົນ ຂວາຍ, ບໍ່ອຳນວຍບ່ອນພັກເຊົາ, ບໍ່ຂົນ ສົ່ງຜູ້ລັກລອບເຂົ້າ-ອອກເມືອງ; ມີສະຕິຕໍ່ຕ້ານການລັກລອບຂ້າມແດນ, ຄ້າ ຂາຍເຖື່ອນ, ຄ້າຂາຍຢາເສບຕິດ ແລະ ກໍ່ອາດຊະຍາກຳອື່ນໆທີ່ຜິດກົດໝາຍ, ເກັບກຳສະພາບພື້ນທີ່ຢູ່ຈຸດຫຼ່ໍແຫຼມ; ກຳແໜ້ນພື້ນທີ່ອາດຈະມີຄວາມສ່ຽງໃນ ການລັກລອບເຂົ້າ-ອອກເມືອງ ຢູ່ຂົງ ເຂດຊາຍແດນ ແລະ ເພີ່ມທະວີໃນການ ຈັດວາງກຳລັງ ປກສ ບັນດາເມືອງ, ປກສ ເຂດ, ຊີ້ນຳ ປກສ ກຸ່ມບ້ານ, ປກສ ບ້ານ ເຄື່ອນໄຫວລາດຕະເວນລຽບຕາມຊາຍແດນ; ແລກປ່ຽນຂໍ້ມູນຂ່າວ ສານເຊິ່ງກັນ ແລະກັນ ເພື່ອປ້ອງກັນສະກັດກັ້ນການກໍ່ອາຊະຍາກຳຂ້າມແດນ, ການລັກລອບ ເຂົ້າ-ອອກເມືອງຢ່າງເຂັ້ມແຂງ.