ໃນທ້າຍອາທິດທີ່ຜ່ານມາ, ກອງບັນຊາການ ປກສ ເມືອງອາດສະພັງທອງ ແລະ ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານຂັ້ນນໍາພາ-ບັນຊາ; ມີ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະຫ້ອງ ການເມືອງ, ຄະນະກອງບັນຊາການ ປກສ ເມືອງ,ພະນັກງານນັກ-ນັັກຮົບ, ແຂກຖືກເຊີນ ເຂົ້າຮວ່ມ.

ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນນໍາພາ-ບັນຊາກອງບັນຊາການ ປກສ ເມືອງອາດສະພັງທອງ ແລະ ເມືອງອາດສະພອນ; ໃນນີ້, ແຕ່ງຕັ້ງ ພັທ ສາຍທອງ ໄຊຍະສານ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງອາດສະພັງທອງ ແລະ ແຕ່ງຕັ້ງ ພັທ ສັງທອງ ຄຳມະວົງ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງອາດສະພອນ ສ່ວນຫົວໜ້າ ແລະ ຮອງ ທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ນອກຈາກນັ້ນ, ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນດຽວກັນ, ສອງກອງບັນຊາການດັ່ງກ່າວຍັງໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຜູ້ທີ່ມີຜົນງານດີເດັ່ນ; ມີມາດຖານເງື່ອນໄຂຄົບຖ້ວນຕາມລະບຽບ, ກົດໝາຍກະຊວງປ້ອງກັນຄວາມ ສະຫງົບ; ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 5 ສະຫາຍ ຍິງ1ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ 1 ສະຫາຍ; ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 4 ສະຫາຍ ຍິງ 1 ສະຫາຍ, ປະດັບຊັ້ນໂດຍ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.