ທ້າວ ຊົງພາງ ອາຍຸ 51 ປີ ອາໄສຢູ່ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ ໄດ້ຜິດຖຽງກັນກັບເມຍ ເພາະສົງໄສວ່າເມຍຫຼິ້້ນຊູ້ເຖິງຂັ້ນລົງມືຄາດຕະກໍາເມຍ ແລະ ລູກຊາຍ.

ໃນວັນທີ 10 ສິງຫາ 2021, ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ແຂວງຫົວພັນ ໄດ້ນໍາເອົາຄະດີມາສາທິດຄືນ ຈາກເຫດການທີ່ເກີດຂຶ້ນ ໃນວັນທີ 10 ພຶດສະພາ 2021, ເຊິ່ງເຫດການເກີດຂຶ້ນໃນຄັ້ງນັ້ນ ມີຜູ້ເສຍຊີວິດ 2 ຄົນ ຄື: ນາງ ປາງພາງ ອາຍຸ 53 ປີ ແລະ ທ້າວ ເພັງພາງ ອາຍຸ 22 ປີ, ແມ່ລູກຖືກ (ພໍ່) ຄາດຕະກໍາຢູ່ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ.

ເຈົ້າໜ້າທີ່ ເປີດເຜີຍວ່າ: ໃນປີ 2013 ທ້າວ ຊົງພາງ ຖືກເຈົ້າໜ້າທີ່ດໍາເນີນຄະດີໃນຂໍ້ຫາ ມີອາວຸດເສີກໄວ້ໃນຄອບຄອງຮອດ, ປີ 2018 ໄດ້ພົ້ນໂທດອອກຈາກຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫົວພັນ ແລ້ວໄດ້ກັບມາຢູ່ນໍາຄອບຄົວທີ່ບ້ານຫ້ວຍຮຽງ; ຕົກມາຮອດປີ 2019 ເລີ່ມສົງໄສວ່າເມຍມີຊູ້ ແລ້ວໄດ້ຜິດຖຽງກັນມາຫຼາຍຄັ້ງ, ພາຍຫຼັງຜິດຖຽງກັນໃນແຕ່ລະຄັ້ງ ຜູ້ເປັນເມຍໄດ້ໜີໄປຢູ່ເຮືອນພີ່ນ້ອງເປັນໄລຍະເວລາ 5-6 ວັນ ຈຶ່ງກັບມາເຮືອນ; ຜ່ານມາ, ຍາດຕິພີ່ນ້ອງເຄີຍມາສຶກສາອົບຮົມ ຈໍານວນ 2-3 ຄັ້ງ ເເຕ່ຜູ້ກ່ຽວກັບເມຍກໍບໍ່ມີການປ່ຽນແປງ.

ຕົກຮອດເວລາ 7:00 ໂມງ ຂອງວັນທີ 29 ພຶດສະພາ 2021, ທັງສອງຄົນໄດ້ຜິດຖຽງກັນອີກ ຜູ້ເປັນເມຍຄິດຊີໜີໄປເຮືອນພີ່ນ້ອງແຕ່ຖືກຜົວໃຊ້ສາຍມັດມືໄວ້ ແລ້ວໄດ້ບອກໃຫ້ລູກຊາຍໄປບອກຍາດຕິພີ່ນ້ອງມາໂອ້ລົມ; ຮອດເວລາປະມານ 19:00 ໂມງ ຂອງວັນດຽວກັນ ຍາດຕິພີ່ນ້ອງໄດ້ມາໂອ້ລົມແຕ່ພວກກ່ຽວກໍບໍ່ຍອມດີກັນ.

ຫຼັງຈາກຍາດຕິພີ່ນ້ອງ ໄດ້ກັບເມືອເຮືອນໝົດແລ້ວ, ທັງສອງກໍໄດ້ພ້ອມກັນເຂົ້າໄປໃນຫ້ອງນອນ ແລ້ວໄດ້ລົມກັນອີກແຕ່ຕ່າງຝ່າຍບໍ່ຍອມກັນຄືເກົ່າ, ທ້າວ ຊົງພາງ ຜູ້ເປັນຜົວໄດ້ລຸກຈາກບ່ອນນອນມາຈັບເອົາສາຍແອວ ຍາວປະມານ 1,5 ແມັດ ມັດໃສ່ຄໍຂອງ ນາງ ປາງພາງ (ເມຍ) ຢ່າງແຮງປະມານ 10 ນາທີ ເຮັດໃຫ້ເສຍຊີວິດຄາທີ່. ຈາກນັ້ນ, ທ້າວ ຊົງພາງ (ຜົວ) ຄິດຈະຂ້າຕົວຕາຍແຕ່ບໍ່ກ້າ ແລ້ວໄດ້ເອີ້ນໃສ່ລູກຊາຍໃຫ້ມາເບິ່ງແມ່ ແລະ ເມື່ອລູກຊາຍໄດ້ເຫັນແມ່ເສຍຊີວິດ ດ້ວຍຄວາມໃຈຮ້າຍ ທ້າວ ເພັງພາງ (ລູກ) ໄດ້ໃຊ້ມືທັງສອງເບື້ອງບີບຄໍ ທ້າວ ຊົງພາງ ຜູ້ເປັນພໍ່.

ຈາກນັ້ນ, ຜູ້ເປັນພໍ່ໄດ້ໃຊ້ມືຍູ້ລູກອອກ ແແຕ່ຜູ້ເປັນລູກໄດ້ໃຊ້ມືບີບຄໍພໍ່ອີກຄັ້ງໜຶ່ງ, ຜູ້ເປັນພໍ່ກໍໄດ້ຖີບອອກເຮັດໃຫ້ລູກລົ້ມລົງກັບພື້ນ, ຫຼັງຈາກນັ້ນ ຜູ້ກ່ຽວໄດ້ຍ່າງໄປຈັບເອົາປືນອັດລົມທີ່ປະໄວ້ຢູ່ແຈຫ້ອງນອນມາທຸບໃສ່ຫົວລູກຊາຍ 2 ບາດ ເຮັດໃຫ້ນອນລົງກັບພື້ນ ແລ້ວໄດ້ໃຊ້ປືນຍິງ 1 ນັດ ຖືກບໍລິເວນໜ້າເອິກ ພ້ອມທັງສຶບຕໍ່ໃຊ້ທ້າຍປືນທຸບໃສ່ຫົວອີກ 1 ບາດ ເຮັດໃຫ້ ທ້າວ ເພັງພາງ ເສຍຊີວິດຄາທີ່.

ພາຍຫຼັງຄາດຕະກໍາເມຍ ແລະ ລູກແລ້ວ ກໍໄດ້ຮ້ອງຫາຊາວບ້ານມາຊ່ວຍ, ສ່ວນຜູ້ກ່ຽວກໍໄດ້ເຂົ້າໄປນອນຢູ່ເລົ້າເຂົ້າຢູ່ຂ້າງເຮືອນ. ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ກັກຕົວໄປດໍາເນີນຄະດີ.

ເຈົ້າໜ້າທີ່ ເປີດເຜີຍວ່າ: ສາເຫດຄາດຕະກໍາຄັ້ງນີ້ ຍ້ອນຜູ້ກ່ຽວຕິດຢາເສບຕິດ ແລ້ວສົງໄສວ່າເມຍມີຊູ້ ເຮັດໃຫ້ຜິດຖຽງກັນມາຫຼາຍຄັ້ງ ພ້ອມທັງຍັງມີບັນຫາເລື່ອງອື່ນອີກ ເຊັ່ນ: ຍ້ອນບໍ່ຊື້ລົດໃຫຍ່ ແລະ ຂາຍງົວ ຈຳນວນ 11 ໂຕ ໃຫ້ຜູ້ກ່ຽວ.