ເພື່ອເປັນການຊົມເຊີຍວັນ ລັດຖະທຳມະນູນແຫ່ງຊາດ ຄົບຮອບ 30  ປີ ຢ່າງສຸດໃຈ (ວັນທີ 15 ສິງຫາ 1991-15 ສິງຫາ 2021) ສະໂມສອນບານເຕະສິລະປິນລາວ ຮ່ວມກັບສະມາ ຄົມສຽງແຄນລາວ ມີ​ຄວາມ​ພາກພູມ​ໃຈ​ ແລະ ຊົມ​ເຊີຍ​ລັດຖະທຳ​ມະນູນ​ແຫ່ງ​ຊາດຢ່າງ​ສຸດ​ໃຈ ໄດ້ສ້າງບົດເພງ ເພື່ອຂໍ່ານັບຮັບຕ້ອນ ວັນດັ່ງກ່າວ.   

ບົດເພງ​​ສະ​ເຫຼີມສະຫຼອງ​ວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດຄົບຮອບ 30 ປີ ປະກອບມີ 3 ບົດເພງ, ເຊິ່ງແຕ່ງໂດຍ ນັກປະພັນທີ່ມີຊື່ສຽງຂອງລາວເຮົາ ເຊັ່ນ: ໃຕ້ຟ້າລາວໃໝ່ ປະພັນໂດຍ ທ່ານ ບົວເງິນ ຊາພູວົງ, ສິລະປິນແຫ່ງຊາດ, ປະທານສະມາຄົມສິລະປິນລາວ ​ຮ້ອງໂດຍ: ບຸນມະນີ ພົມມະສານ, ເພງໃຕ້ຟ້າລາວໃໝ່ນີ້ ທ່ານ ບົວເງິນ ຊາພູວົງ ໄດ້ຊີ້ນໍາທຳນອງເພງຢ່າງໃກ້ຊິດ ເພື່ອໃຫ້ບົດເພງດັ່ງກ່າວມີຊີວິດຊີວາເຕັມໄປດ້ວຍອາລົມທີ່ສື່ສານໃຫ້ເຫັນເຖິງເນື້້ອໃນຄວາມໝາຍຄວາມສຳຄັນຄວາມເປັນມາຂອງລັດຖະທຳມະນູນ​ແຫ່ງ​ຊາດ. ​ເພງລະ​ເສີນລັດຖະທຳ​ມະນູນ ປະພັນ​​ໂດຍ: ທ່ານ​ ຄຳ​ສະ​ແຫວງ ຫວາດ​ສະໜາ​ສົ່ງ, ນັກ​ປະພັນ​ເພງ​ຮຸ້ນສືບ​ທອດທັ້ງ​ເປັນ​ຄະນະ​ບໍລິຫານ​ງານ​ສະມາຄົມ​ສິລະ​ປິນລາວ, ຮ້ອງ​ໂດຍ ​ບຸນ​ມະນີ ພົມມະ​ສານ ແລະ ເພງທີ 3 ຄື ​ຊີວິດ​ໃໝ່​ໃຕ້ລັດຖະທຳ​ມະນູນ ປະພັນ​​ໂດຍ: ທ່ານ​ ຄຳ​ສະ​ແຫວງ ຫວາດ​ສະໜາສົ່ງ ຮ້ອງ​ໂດຍ: ຊາຍ​ສະໝອນ ອໍ​ຫຼວງ​​ເສກ,  ຄວບ​ຄຸມ​ການ​ຜະລິດ​ໂດຍ: ບຸນ​ມະນີ ພົມມະ​ສານ, ປະທານ​ສະ​ໂມ​ສອນ​ບານ​ເຕະ​ລວມສິລະ​ປິນລາວ, ຄະນະ​ບໍລິຫານ​ງານ​ສະມາຄົມ​ສິລະ​ປິນລາວ,ຫົວໜ້າ​ຫ້ອງການ​ສະມາຄົມ​ສຽງ​ແຄນ​ລາວ;

ທັງ​ສາມ​ບົດ​ເພງ​ນີ້​​ແມ່ນ​ໄດ້​ສ້າງສັນດົນຕີ ​ແລະ ຮ້ອງ​ໃໝ່​ເພື່ອ​ເປັນ​ການ​ປະກອບສ່ວນ​ສະ​ເຫຼີ​ມສະຫຼອງ 30 ປີ ວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ​ຢ່າງ​ສຸດ​ໃຈ ​ໂດຍ ໄດ້ຮັບການສະໜູບສະໜູນ, ວັດຖູ ແລະ ປັດໃຈຈາກບັນດາ​ບໍ​ລະ​ສັດ ​ແລະ ບຸກຄົນ​ ທີ່ໄດ້​​ເຫັນ​ຄວາ​ມສຳຄັນ​ໃນ​ໂອາກາດ​ວັນ​ສຳຄັນ​ດັ່ງກ່າວ​ນີ້ ​ ເຊັ່ນ: ບໍລິ​ສັດຈະ​ເລີ​ນ​ເຊ​ກອງ​ພະລັງງານ​ຈຳກັດ, ບໍລິສັດ​ລາວ​ໂທລະ​ຄົມ​ມະຫາຊົນ, ບໍລິສັດ​ໄຟຟ້າ​ນໍ້າ​ເທີນ,  ບໍລິສັດ​ຮຸ່ງ​ອາ​ລຸນ​ຂົນ​ສົ່ງ​ດ່ວນ, ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ມະຫາຊົນ, ລັດ​ວິ​ສະຫະ​ກິດ​ນໍ້າມັນ​ເຊື້ອ​ໄຟ​ລາວ, ທ່ານ ​ນາງ ສຸປານີ ​ແກ້ວ​ສຸລິຍາ ປະທານ​ບໍລິສັດ 3 M ບໍລິການ, TAKA JEWELRY , ທ່ານ​ ນາງ ອ້ອຍ​ໃຈ ​ເປິ​ນສະມຸດ.  ​ ການ​ຜະ ລິດ ເພງ​​ແມ່ນ​ສຳ​ເລັດ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ຈະ​ນຳ​ໄປ​ມອບ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ສື່​ຕ່າງໆ​ເພື່ອ​ນຳ​ໃຊ້​ແລະ ​ເຜື​ຍ​ແຜ່ ​ໃນ​ໂອກາດ​ຕໍ່​ໄປ.