ກອງປະຊຸມຄົບຄະນະບໍລິຫານງານ ອົງຄະນະພັກ ກົມໃຫຍ່ການເມືອງ ປກສ ຄັ້ງທີ III

0
1067

ກອງປະຊຸມຄົບບໍລິຫານງານພັກ III ສະໄໜທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງ ປກສ, ໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2021ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ບັນດາຄະນະພັກ-ຄະນະບັນຊາກົມອ້ອມຂ້າງກົມໃຫຍ່ການ ເມືອງເຂົ້າຮ່ວມ.

ພົຈວ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານບົດສະຫຼຸບການເຄື່ອນ ໄຫວຊີ້ນຳ-ນຳພາຂອງຄະນະພັກກົມໃຫຍ່ການເມືອງ ປກສ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈຳ 6 ເດືອນທ້າຍປີ ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກົມໃຫຍ່ການເມືອງ ປກສ ໄດ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ,ນາຍ ແລະ ພົນຕຳຫຼວດເປັນປົກກະຕິ;ດ້ວຍຫຼາຍຮູບ,ຫຼາຍວິທີການເປັນຕົ້ນ ແມ່ນໄດ້ຫັນລົງແຕ່ລະຮາກຖານພັກຢ່າງແທດເຖິງ ເຮັດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ,ຈົງຮັກພັກດີຕໍ່ພັກ ແລະ ປະເທດຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ,ເປັນກຳລັງປະກອບອາວຸດປະຕິວັດຂອງພັກຢ່າງແທ້ຈິງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ແລະ ເຮັດສຳເລັດ ໜ້າທີ່ ທີ່ໄດ້ຮັບມອບໝາຍ.

ໃນນີ້, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ມາຮອດປັດຈຸບັນໄດ້ມອບບັດໃຫ້ສະມາຊິກພັກສົມບູນ ຈໍານວນ 5.945 ສະຫາຍ ຍິງ 1.157 ສະຫາຍ; ສໍາເລັດກອງປະຊຸມສະຫຼຸບມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ຈໍານວນ 186 ໜ່ວຍ ໃນນັ້ນ, ໜ່ວຍພັກຮາກຖານທີ່ຂຶ້ນກັບກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຖືກຮັບຮອງເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຈຳນວນ 21 ໜ່ວຍພັກ ແລະ ໄດ້ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງບາງຫົວໜ່ວຍຢູ່ບັນດາກົມກອງ-ທ້ອງຖິ່ນ ຈຳນວນ 1.063 ສະຫາຍ ຍິງ 171 ຕໍາແໜ່ງ (ຊັ້ນນາຍພົນ 3 ສະຫາຍ, ນາຍພັນ 576 ສະຫາຍ ຍິງ 82 ສະຫາຍ, ນາຍຮ້ອຍ 466 ສະຫາຍ ຍິງ 82 ສະຫາຍ, ນາຍສິບ 29 ສະຫາຍ ຍິງ 7 ສະຫາຍ); ຈັດຕັ້ງພິທີປະກາດ ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນ ຊັ້ນໃຫ້ນາຍຕຳຫຼວດຂັ້ນສູງ ຂອງກະຊວງ ປກສ ໃນນັ້ນເລື່ອນຊັ້ນ ພົຈວ ຂຶ້ນ ພົຕ ຈຳນວນ 4 ສະຫາຍເລື່ອນຊັ້ນ ພັອ ຂຶ້ນ ພົຈວ ຈຳນວນ 5 ສະຫາຍ ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນ ພັທ ຂຶ້ນ ພັອ ຈໍານວນ 39 ສະຫາຍ ຍິງ 4 ສະຫາຍ; ອອກຂໍ້ຕົກລົງເລື່ອນຊັ້ນ ພັທ ລົງມາ ງວດທ້າຍປີ 2020 ໃຫ້ນາຍ ແລະ ພົນຕຳຫຼວດ ຢູ່ບັນດາກົມກອງ-ທ້ອງຖິ່ນ ແລະ ພາກສ່ວນທີ່ສຳເລັດການສຶກສາຈາກພາຍໃນ ແລະ ຕ່າງປະເທດ ຈໍານວນ 4.841 ສະຫາຍ ຍິງ 1.037 ສະຫາຍ ແລະ ຮັບພະນັກງານທີ່ຍົກຍ້າຍມາຈາກກະຊວງອື່ນໃຫ້ບັນດາກົມກອງອ້ອມຂ້າງກະຊວງ ປກສ ຈຳນວນ 12 ສະຫາຍ ຍິງ 1 ສະຫາຍ.

ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາກົມ ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຢູ່ກົມໃຫຍ່ການເມືອງ ປກສ ໃຫ້ກາໍແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງເລິກເຊິ່ງ, ເຮັດໃຫ້ພະນັກງານ, ສະມາຊິກພັກມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຈັດຕັ້ງກວດກາແບບແຜນວິທີເຮັດວຽກຂອງພະນັກງານແຕ່ລະຂັ້ນ, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ,ເຮັດວຽກເປັນໝູ່ຄະນະ,ມອບໝາຍໃຫ້ບຸກຄົນຮັບຜິດຊອບ;ສືບຕໍ່ປັບປຸງການຈັດຕັ້ງໃຫ້ສອດຄ່ອງຕາມທິດຊີ້ນຳຂອງຂັ້ນເທິງ, ສູ້ຊົນແກ້ໄຂບັນດາປະ ກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງ.

ພາບ-ຂ່າວ: ບຸນພະຈັນ ຄຳແສງໂຄດ