ວຕປ ປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ

0
563

ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ໃນວັນທີ 18 ສິງຫາ 2021, ປາຖະກະຖາໂດຍ ພັອ ຄໍາພັດ ສາລີວອນ ຮອງຫົວໜ້າອໍານວຍການ ວຕປ, ມີຄະ ນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ສູນ, ຄະນະວິຊາ, ຄູອານຈານ ແລະ ກອງຮ້ອຍນັກສຶກສາ ເຂົ້າຮ່ວມ.

ພັອ ຄໍາພັດ ສາລີວອນກ່າວວ່າ: ການປາຖະກະຖາວັນດັ່ງກ່າວນີ້, ກໍເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ, ຄູ-ອານຈານ ແລະ ນັກສຶກສາ ໄດ້ຮັບຮູ້-ເຂົ້າໃຈ ເນື້ອໃນເອກະສານວັນລັດຖະທໍາມະນູນແຫ່ງ ສປປ ລາວ ຢ່າງທົ່ວເຖິງ ແລະ ເລິກເຊິ່ງ, ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ທີ່ໄດ້ຖືກຫັນມາເປັນກົດໝາຍພື້ນຖານຂອງລັດເຮົາ, ຂອງລະບອບປະຊາທິປະໄຕປະ ຊາຊົນ ຊຶ່ງກໍານົດກ່ຽວກັບລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານຂອງ ພົນລະເມືອງລາວ,

ການຈັດຕັ້ງລະບົບອຳນາດແຫ່ງລັດຂັ້ນຕ່າງໆ ຂອງລະບອບປະຊາທິປະໄຕປະຊາຊົນ ຊຶ່ງເປັນເຄື່ອງມືພື້ນຖານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງລັດເຮົາແນ່ໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ດ້ານການເມືອງຢ່າງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ທັງເປັນພື້ນຖານໃຫ້ແກ່ການພັດທະນາກົດໝາຍຂອງປະເທດເຮົາໃຫ້ເປັນລະ ບົບ, ຄົບຊຸດ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ຮັບປະກັນໃຫ້ແກ່ ການປົກປັກຮັກສາ ແລະ ສ້າງສາປະເທດຊາດໄປຕາມຈຸດໝາຍສັງຄົມນິຍົມທີ່ພັກເຮົາໄດ້ກໍານົດໄວ້.

ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຂອງການປະຕິວັດຊາດ-ປະຊາທິປະໄຕປະຊາຊົນພາຍໃຕ້ການນຳພາຂອງພັກປະຊາ ຊົນປະຕິວັດລາວ ແລະ ແມ່ນຜົນງານອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮົາ, ເປັນການຢືນຢັນເຖິງຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດຊາດ,ທັງສ່ອງແສງຢ່າງຈະແຈ້ງ ແລະ ຄົບຖ້ວນ ເຖິງຄວາມມຸ້ງມາດປາຖະໜາອັນສູງສົ່ງ ແລະ ເດັດດ່ຽວຕັດສິນໃຈຢ່າງແຮງກ້າ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາ ຊົນຢ່າງແທ້ຈິງ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ພາບ-ຂ່າວ: ແກ້ວ ອຸເພັດ