ສະຫະພັນນັກຮົບເກົ່າ ແຂວງຄຳມ່ວນ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ພັທ ເລ ກາກັນຍາ ປະທານສະຫະພັນນັກຮົບເກົ່າ ແຂວງຄຳມ່ວນ ຜູ້ເກົ່າ ແລະ ພັອ ຄຳມອນ ບຸນໂຈມເຮືອງສີ ປະທານສະຫະພັນນັກຮົບເກົ່າ ແຂວງຄຳມ່ວນ ຜູ້ໃໝ່ ໃນວັນທີ 18 ສິງຫາ 2021, ມີ ທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ພົຈວ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີບັນດາຄະນະສະຫະພັນນັກຮົບເກົ່າແຂວງ, ສະຫະພັນນັກຮົບເກົ່າເມືອງ, ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເກົ່າ ເຂົ້າຮ່ວມ.

ໃນພິທີ ທ່ານ ອິນປັນ ແກ້ວມະນີ ຮອງຄະນະຈັດຕັ້ງແຂວງຄໍາມ່ວນ ກ່າວວ່າ:

ການປັບປຸງການຈັດຕັ້ງ ກໍຄື ການມອບຮັບໜ້າທີ່ປະທານສະຫະພັນນັກຮົບເກົ່າ ແຂວງຄໍາມ່ວນ ຄັ້ງນີ້ ເປັນການປະຕິບັດຕາມມະຕິຕົກລົງຂອງ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກໍຄື ຄະນະນໍາຂັ້ນແຂວງ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ໄລຍະ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສອດຄ່ອງກັນສະພາບຕົວຈິງຂອງໜ້າທີ່ວຽກງານ.

ພ້ອມນັ້ນ, ທ່ານ ວັນໄຊ ຟອງສະຫວັນ ກໍໄດ້ໃຫ້ທິດຊີ້ນໍາແກ່ ປະທານສະຫະພັນນັກຮົບເກົ່າ ຜູ້ໃໝ່ ຈົ່ງເອົາໃຈໃສ່ຕັ້ງໜ້າປະຕິບັດວຽກງານຊີ້ນໍາ-ນໍາພາວຽກງານ ໃຫ້ມີຄວາມໝັກແໜ້ນ, ເຂັ້ມແຂງ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີເປັນເອກະພາບ, ຊີ້ນຳ-ນຳພາ, ເພີ່ມທະວີການສຶກສາອົບຮົມ, ປັບປຸງທັດສະນະການເມືອງ-ແນວຄິດຂອງຖັນແຖວພະນັກງານນັກຮົບເກົ່າ ໃຫ້ມີຄວາມໜັກແໜັ້ນກວ່າເກົ່າ.