ເຈົ້າໜ້າທີ່ກອງຄະດີ ປກສ ເມືອງໄຊເສດຖາ ນຳຕົວ ທ້າວ ໄຊ ອາຍຸ 35 ປີ, ອາຊີບກໍາມະກອນ, ທ້າວ ດວງໃຈ (ໃຈ) ອາຍຸ 21 ປີ, ກໍາມະກອນ ທັງ 2 ຄົນ ພັກເຊົາຢູ່ບ້ານໂພນພະເນົາ, ທ້າວ ອາ ລຸນຊະນະ (ເຢ້) ອາຍຸ 35 ປີ, ກໍາມະກອນຢູ່ບ້ານທາດຫຼວງເໜືອ ແລະ ທ້າວ ຜາອໍາພອນ (ເກັ່ງ) ອາຍຸ 30 ປີ, ກໍາມະກອນຢູ່ບ້ານໂນນສະຫວັນ ທັງ 4 ຄົນ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງ ຈັນ ມາສອບສວນ ພາຍຫຼັງພວກກ່ຽວຖືກ ປກສ ບ້ານໂພນພະເນົາ ກັກຕົວໄດ້ພ້ອມຂອງກາງຢາບ້າ ເກືອບ 1.000 ເມັດ.

ເຈົ້າໜ້າທີ່ກອງຄະດີ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ໃນວັນທີ 9 ສິງຫາ 2021, ເວລາປະ ມານ 19:30 ໂມງ ປກສ ບ້ານໂພນພະເນົາ ໄດ້ລົງແກ້ໄຂຈຸດມົ້ວສຸມຄ້າຂາຍຢາເສບຕິດຢູ່ບ້ານໂພນພະເນົາ ສາມາດຈັບຕົວຜູ້ຖືກຫາໄດ້ 1 ຄົນ ຄື: ທ້າວ ໄຊ ອາຍຸ 35 ປີ, ກໍາມະກອນ ພັກເຊົາຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພ້ອມທັງກວດພົບຂອງກາງຢາບ້າ ຈໍານວນ 19 ເມັດ ເຊື່ອງໄວ້ໃນຖົງໂສ້ງເບື້ອງຂວາຂອງຜູ້ກ່ຽວ ແລ້ວ ທ້າວ ໄຊ ຍັງໄດ້ໃຫ້ການຕໍ່ ປກສ ບ້ານອີກວ່າ ຢາບ້າທີ່ເອົາມາຂາຍແຕ່ລະຄັ້ງນັ້ນ ແມ່ນເອົານໍາ ທ້າວ ດວງໃຈ, ເຊິ່ງເປັນນ້ອງເຂີຍຂອງຜູ້ກ່ຽວ.

ຫຼັງຈາກນັ້ນ, ປກສ ບ້ານ ໂພນພະເນົາ ຈຶ່ງນໍາຕົວ ທ້າວ ໄຊ ມາຫ້ອງການບ້ານໂພນພະເນົາ, ແຕ່ໃນເວລາທີ່ຂີ່ລົດມາຕາມທາງນັ້ນໃກ້ຈະຮອດປ້ໍານ້ໍາມັນ ປຕທ ທີ່ກໍາລັງກໍ່ສ້າງໄດ້ມີຜູ້ຊາຍໄວລຸ້ນຍ່າງມາຕາມທາງແບບມີພິລຸດ ເຈົ້າໜ້າທີ່ຈຶ່ງໄດ້ຈອດລົດແລ້ວເຂົ້າຂໍກວດຄົ້ນຕົວ ຈຶ່ງພົບຂອງກາງ ຢາບ້າຈໍານວນ 8 ເມັດ ຢູ່ໃນຖົງໂສ້ງເບື້ອງຂວາຂອງຜູ້ກ່ຽວ ຈຶ່ງນຳຕົວໄປຫ້ອງການບ້ານ ແລະ ໄດ້ ສອບຖາມເອົາຂໍ້ມູນເບື້ອງຕົ້ນ ຈຶ່ງຮູ້ຊື່ ທ້າວ ອາລຸນຊະນະ (ເຢ້) ອາຍຸ 35 ປີ, ກໍາມະກອນບ້ານ ທາດຫຼວງເໜືອ ເມືອງໄຊເສດຖາ ນວ ແລ້ວຜູ້ກ່ຽວ ກໍໄດ້ໃຫ້ການຕໍ່ ປກສ ບ້ານໂພນພະເນົາ ວ່າ: ຢາບ້າຈໍານວນດັ່ງກ່າວນັ້ນເປັນຂອງ ທ້າວ ດວງໃຈ ຜູ້ກ່ຽວບອກໃຫ້ເອົາໄປສົ່ງໃຫ້ກໍາມະກອນເຮັດວຽກຢູ່ປ້ຳນ້ໍາມັນ ປຕທ, ເຊິ່ງ ທ້າວ ດວງໃຈ ແມ່ນຖ້າຢູ່ເຮືອນຂອງຜູ້ກ່ຽວ ແລ້ວ ປກສ ບ້ານໂພນພະເນົາ ຈຶ່ງໄປນໍາເອົາຕົວ ທ້າວ ດວງໃຈ ຢູ່ເຮືອນ ທ້າວ ອາລຸນຊະນະ ຢູ່ບ້ານທາດຫຼວງເໜືອ ເຈົ້າໜ້າທີ່ ຈຶ່ງໄດ້ນຳຕົວໄປຫ້ອງການບ້ານສອບຖາມເອົາຂໍ້ມູນເບື້ອງຕົ້ນຮູ້ວ່າ ທ້າວ ດວງໃຈ ອາຍຸ 21 ປີ, ກໍາມະກອນ, ພັກເຊົາຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນວ ພ້ອມທັງກວດພົບຂອງ ກາງຢາບ້າ ຈໍານວນ 163 ເມັດ ເຊື່ອງໄວ້ໃນໝວກທີ່ຜູ້ກ່ຽວໃສ່ ຈຶ່ງນໍາຕົວມາຫ້ອງການບ້ານໂພນພະເນົາ ແລະ ສົ່ງຕົວພວກກ່ຽວໃຫ້ກອງຄະດີ ເມືອງໄຊເສດຖາ ເພື່ອດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

ຕໍ່ມາໃນວັນທີ 10 ສິງຫາ 2021, ເວລາປະມານ 11:00 ໂມງ ເຈົ້າໜ້າທີ່ໜ່ວຍງານຢາເສບຕິດ ເມືອງໄຊເສດຖາ ຈຶ່ງໄດ້ຂະຫຍາຍຜົນຕໍ່ ສາມາດຈັບຕົວ ທ້າວ ຜາອໍາພອນ (ເກັ່ງ) ອາຍຸ 30 ປີ, ກໍາມະກອນ ຢູ່ບ້ານໂນນສະຫວັນ ເມືອງໄຊເສດຖາ ນວ ພ້ອມທັງກວດພົບຂອງກາງຢາບ້າ ຈໍານວນ 604 ເມັດ ເຊື່ອງໄວ້ຖົງພາຍສີຂາວຫ້ອຍຢູ່ຕູ້ ເສື້ອຜ້າໃນຫ້ອງນອນຂອງຜູ້ກ່ຽວ ແລ້ວຈຶ່ງນຳຕົວມາກອງຄະດີເມືອງໄຊເສດຖາ ເພື່ອທໍາການສືບສວນ-ສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ທ້າວ ຜາອໍາພອນ ໄດ້ໃຫ້ການວ່າ: ຢາບ້າທີ່ນໍາມາຂາຍແຕ່ ລະຄັ້ງນັ້ນແມ່ນຮັບເອົາມາຈາກ ທ້າວ ບັອບປີ້ ຢູ່ບ້ານໂສກປ່າຫຼວງ. ແຕ່ທ້າວ ບັອບປີ້ ເອົາຕົວຫຼົບ ໜີ. ປັດຈຸບັນ, ມີຄໍາສັ່ງນຳຈັບຈາກອົງການໄອຍະການ ນວ ແລ້ວ; ທ້າວ ຜາອໍາພອນ ຍັງໃຫ້ການອີກວ່າ ໄປຮັບເອົາຢາບ້ານໍາ ທ້າວ ບັອບປີ້ ມາຂາຍຄັ້ງ ລະ 500-1.000 ເມັດ ເອົາຈໍານວນຫຼາຍຄັ້ງບໍ່ສາມາດຈື່ໄດ້, ສ່ວນຮູບການຮັບເອົາຢາບ້ານນໍາ ທ້າວ ບັອບປີ້ ແມ່ນອີງຕາມຜູ້ກ່ຽວຈະຕິດຕໍ່ຫາ ໃຫ້ໄປເອົາຢູ່ໃສ; ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ກອງຄະດີເມືອງໄຊເສດຖາ ກຳລັງສະຫຼຸບສຳນວນຄະດີ ເພື່ອສົ່ງໃຫ້ໄອຍະການສັ່ງຟ້ອງສານຕັດສິນ.