ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສະຫຼຸບການເກີດອຸບັດຕິເຫດທາງທ້ອງຖະໜົນໃນ 6 ເດືອນຕົ້ນປີ 2021 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 3.391 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 2.781 ຄັນ, ສົມຄວນ 3.192 ຄັນ, ໃຊ້ການບໍ່ໄດ້ 161 ຄັນ, ຄົນໄດ້ຮັບ ບາດເຈັບເລັກໜ້ອຍ 2.416 ຄົນ, ສົມຄວນ 2164 ຄົນ, ສາ ຫັດ 648 ຄົນ ແລະ ເສຍຊີວິດ 484 ຄົນ ຍິງ 122 ຄົນ. ໃນນີ້, ຜູ້ຂັບຂີ່ເສຍຊີວິດ 231 ຄົນ ຍິງ 61 ຄົນ, ຜູ້ໂດຍສານເສຍ ຊີວິດ 118 ຄົນ ຍິງ 39 ຄົນ ແລະ ຄົນຍ່າງເສຍຊີວິດ 23 ຄົນ ຍິງ 12 ຄົນ.


ບັນດາແຂວງໃນຂອບເຂດທົ່ວປະເທດທີ່ເກີດອຸບັດຕິເຫດມີດັ່ງນີ້ ນະຄອນຫຼວງວຽງຈັນ 568 ຄັ້ງ ເສຍຊີວິດ 98 ຄົນ, ຜົ້ງສາລີ 76 ຄັ້ງ ເສຍຊີວິດ 5 ຄົນ, ອຸດົມໄຊ 153 ຄັ້ງ, ເສຍຊີວິດ 14 ຄົນ, ຫຼວງນໍ້າທາ 192 ຄັ້ງ ເສຍຊີວິດ 11 ຄົນ, ບໍ່ແກ້ວ 63 ຄັ້ງ ເສຍຊີວິດ 16 ຄົນ, ໄຊຍະບູລີ 186 ຄັ້ງ ເສຍຊີວິດ 31 ຄົນ, ຫຼວງພະບາງ 248 ຄັ້ງ ເສຍຊີວິດ 31 ຄົນ, ຫົວພັນ 41 ຄັ້ງ ເສຍຊີວິດ 18 ຄົນ, ຊຽງຂວາງ 74 ເສຍຊີວິດ 18 ຄົນ, ໄຊສົມບູນ 47 ຄັ້ງ ເສຍຊີວິດ 9 ຄົນ, ວຽງຈັນ 243 ຄັ້ງ ເສຍຊີວິດ 23 ຄົນ, ບໍລິຄໍາໄຊ 227 ຄັ້ງ, ເສຍຊີວິດ 41 ຄົນ, ຄໍາມ່ວນ 55 ຄັ້ງ, ເສຍຊີວິດ 25 ຄົນ, ສະຫວັນນະເຂດ 382 ຄັ້ງ ເສຍຊີວິດ 54 ຄົນ, ສາລະວັນ 127 ຄັ້ງ ເສຍຊີວິດ 16 ຄົນ, ຈໍາປາສັກ 513 ຄັ້ງ ເສຍຊີວິດ 49 ຄົນ, ເຊກອງ 84 ຄັ້ງ ເສຍຊີວິດ 11 ຄົນ ແລະ ແຂວງອັດຕະປື 112 ຄັ້ງ ເສຍ ຊີວິດ 14 ຄົນ.

ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ເກີດຈາກການດື່ມເຫຼົ້າ, ຄວາມໄວ, ປ່ຽນທິດທາງ, ແຊງບໍ່ຮັບປະກັນ, ບໍ່ປ່ອຍສິດ, ລ່ວງປ້າຍ, ເຕັກນິກບໍ່ຮັບປະກັນ ແລະ ອື່ນໆ; ລັກສະນະເສັ້ນທາງທີ່ພາໃຫ້ເກີດ ອຸບັດຕິເຫດຫຼາຍກວ່າໝູ່ແມ່ນເກີດຂຶ້ນຢູ່ທາງຊື່, ຮອງລົດມາທາງໂຄ້ງ, ທາງຄ້ອຍ, 3 ແຍກ, 4 ແຍກ ແລະ ທາງວົງວຽນຕາມລໍາດັບ, ປະເພດໜ້າທາງຄອນກຼີດ, ປູ ຢ່າງ ແລະ ດິນແດງ, ສະພາບໜ້າທາງ ແຫ້ງ, ປຽກຊຸ່ມ ແລະ ຫຼຸບໂນນ. ລັກສະນະການຕໍາ ຕໍາໜ້າເຊິ່ງໜ້າ, ຕໍາທາງຂ້າງ, ດາດ, ບົ້ມເອງ, ປິ້ນເອງ, ຕໍາກໍາແພງ, ຕໍາ ເສົາໄຟ, ຕໍາຄູກາງທາງ, ຕໍາຕົ້ນໄມ້, ຕໍາເຮືອນ ແລະອື່ນໆ, ອຸບັດຕິເຫດທີ່ເກີດຂຶ້ນ ສ່ວນໃຫຍ່ແມ່ນ ກໍາມະກອນ, ນັກຮຽນ -ນັກສຶກສາ, ພະນັກງານ, ພໍ່ຄ້າຊາວຄ້າ; ໂມງທີ່ເກີດອຸບັດຕິເຫດເກີດຫຼາຍກວ່າ ໝູ່ໃນລະຫວ່າງເວລາ 20:00 ໂມງ -23: 00 ໂມງ ແລະ ຫຼາຍສຸດແມ່ນເກີດ ຂຶ້ນລະຫວ່າງໄວອາຍຸ 15-38 ປີ.

ພັອ ກົງສີ ສຸວັນນະຕູ້ມ ຫົວໜ້າກົມ ຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ເປີດເຜີຍວ່າ: ໃນໄລຍະຜ່ານມາ, ກົມຕໍາຫຼວດຈະລາຈອນໄດ້ ສຸມໃສ່ຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນ ອຸບັດຕິເຫດ. ນອກນັ້ນ, ພະແນກຕໍາຫຼວດ ຈະລາຈອນປກສ ແຂວງ ກໍໄດ້ສຸມໃສ່ ວຽກງານວິຊາສະເພາະຢ່າງຕັ້ງໜ້າປະຈໍາຈຸດ-ປະຈໍາປ້ອມ, ເຮັດໜ້າທີ່ກວດກາ, ຈັດສັນລະບຽບຕາມສາຍທາງຕິດ ຕາມການເຄື່ອນໄຫວຂອງພາຫະນະ, ໂຄສະນາກົດລະບຽບຈະລາຈອນຕາມ ສໍານັກງານອົງການ, ໂຮງຈັກ-ໂຮງງານ ແລະ ຕາມສາຍທາງຕ່າງໆ ເພື່ອເຮັດໃຫ້ຜູ້ຂັບຂີ່ຮັບຮູ້ໄດ້ກົດລະບຽບຈະລາຈອນຫຼາຍຂຶ້ນ ພ້ອມທັງຈັບຄວາມໄວ, ກວດທາດເຫຼົ້າ, ບັງຄັບໃຊ້ກົດໝາຍຢ່າງ ເຂັ້ມງວດ, ສຶກສາອົບຮົມຜູ້ທີ່ລ່ວງລະເມີດກົດລະບຽບຈະລາຈອນໄປພ້ອມກັບການປັບໃໝຕ່າງໆ; ແຕ່ເຖິງຢ່າງໃດກໍຕາມ, ຍັງມີຫຼາຍວຽກງານທີ່ຕໍາຫຼວດຈະລາຈອນ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ຄຽງຄູ່ກັບນັກຂັບຂີ່ຈໍານວນໜຶ່ງ, ຍັງລະເມີດກົດລະບຽບຈະລາຈອນທີ່ວາງອອກ ເຮັດໃຫ້ສະພາບຈະລາຈອນແອອັດຢູ່ບາງແຂວງ ແລະ ຍັງມີອຸບັດຕິ ເຫດເກີດຂຶ້ນໃນຂອບເຂດທົ່ວປະເທດ.

ໃນ 6 ເດືອນທ້າຍປີ 2021, ສະພາບການສັນຈອນ ຍັງຈະສືບຕໍ່ແອອັດຢູ່ບັນດາຕົວເມືອງໃຫຍ່ ຄຽງຄູ່ກັບຜູ້ຂັບຂີ່ຍັງຈະມີການລະເມີດກົດລະບຽບຈະລາ ຈອນ ເຮັດໃຫ້ເກີດອຸບັດຕິເຫດ. ດັ່ງ ນັ້ນ, ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ຄືຈະລາຈອນບັນດາແຂວງຈະສຸມໃສ່ຈັດຕັ້ງປະຕິບັດ, ໂດຍໂຄສະນາດໍາລັດ188/ນຍ ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ທີ່ລ່ວງລະ ເມີດກົດໝາຍກ່ຽວກັບຈະລາຈອນທາງບົກ, ການຂົນ ສົ່ງທາງບົກ ແລະ ການປົກປັກຮັກສາທາງ ຫຼວງ ເພື່ອປູກຈິດສໍານຶກໃຫ້ຜູ້ຂັບຂີ່ໃນການໃຊ້ລົດ-ໃຊ້ຖະໜົນ, ຈັດຕັ້ງໂຄສະນາໃຫ້ຄວາມຮູ້, ດ້ານກົດລະບຽບການສັນຈອນ, ສະພາບການລະເມີດ ແລະ ສະພາບເກີດອຸບັດຕິເຫດທາງບົກ ໃຫ້ແກ່ທຸກຊັ້ນຄົນໃນສັງຄົມ, ຢູ່ໃນບ້ານ ແລະ ກຸ່ມບ້ານ, ຊາວຄ້າຂາຍຕາມຕະຫຼາດ, ສູນການຄ້າ, ກໍາມະກອນຢູ່ຕາມໂຮງຈັກ, ໂຮງງານ, ພະນັກງານຕາມອົງການຂອງ ລັດ ແລະ ເອກະຊົນ ຕະ ຫຼອດຮອດນັກ ຮຽນ-ນັກສຶກສາໃຫ້ທົ່ວເຖິງ ພ້ອມທັງ ເຂັ້ມງວດໃນການບັງຄັບໃຊ້ກົດໝາຍ.