ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ສາມາດຈັບຕົວ ຍິງ ອາຍຸ 30 ປີ ເຄື່ອນໄຫວພົວ ພັນຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງເພື່ອຈໍາໜ່າຍ ພາຍຫຼັງທີ່ຕິດຕາມເປົ້າໝາຍ ມາ ແຕ່ປີ 2019 ຈົນມາຮອດວັນທີ 10 ສິງຫາ 2021, ຈຶ່ງສາມາດນໍາຕົວຜູ້ກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ຮັບລາຍງານຈາກ ພາກສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ຂຶ້ນເປົ້າໝາຍຕິດ ຕາມຜູ້ກ່ຽວມາແຕ່ປີ 2019 ແລະ ຜ່ານການ ຕິດຕາມເຫັນວ່າ: ຜູ້ກ່ຽວມີການເຄື່ອນໄຫວຄ້າຂາຍຢາເສບຕິດແທ້. ມາຮອດເວລາ 12:00 ໂມງ ຂອງວັນທີ 10 ສິງຫາ 2021, ຈຶ່ງໄດ້ຈັດວາງກໍາລັງເຂົ້າໄປກວດຄົ້ນເຄຫາສະຖານທີ່ສົງໄສ, ເຊິ່ງ ເປັນເຮືອນຂອງ ນາງ ຊົ່ງມີ້ ອາຍຸ 30 ປີ ບ້ານນາເກືອ ເມືອງຊຳໃຕ້; ໃນນັ້ນ, ຜ່ານການກວດຄົ້ນ ພົບເຫັນຂອງກາງປະເພດຢາບ້າ ຈໍານວນ 265 ເມັດ ແລະ ປືນບວດ 1 ກະ ບອກ ທີ່ຊຸກເຊື່ອງໄວ້ຢູ່ກ້ອງຕຽງນອນຂອງຜູ້ກ່ຽວ.

ຜ່ານການສືບສວນ-ສອບສວນເບື້ອງຕົ້ນ, ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຢາບ້າ ຈໍານວນ 265 ເມັດ ແລະ ປືນບວດ 1 ກະບອກ ແມ່ນຂອງຜູ້ ກ່ຽວແທ້ ເຊິ່ງຜູ້ກ່ຽວໄດ້ຊື້ນໍາບຸກຄົນບໍ່ຮູ້ຊື່ ແລະ ທີ່ຢູ່ອັນແນ່ນອນທີ່ນໍາຂາຍໃຫ້ຕົນ ເພື່ອຫວັງໄວ້ ຂາຍຕໍ່ກິນກໍາໄລ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈຶ່ງໄດ້ນໍາຕົວຜູ້ກ່ຽວພ້ອມທັງເຄື່ອງຂອງກາງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ເພື່ອສືບສວນຫາກຸ່ມແກ້ງຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.