ວັນທີ 20 ສິງຫາ 2021, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີພິທີມອບ-ຮັບ ພາຫະນະ ແລະ ອຸປະກອນ ເພື່ອຮັບໃຊ້ເຂົ້າໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໃຫ້ຫ້ອງພາລາກົມໃຫຍ່ຕໍາຫຼວດ; ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ປກສ ແຂວງ ຈໍານວນ 5 ແຂວງ ຄື: ແຂວງ ຜົ້ງສາລີ, ແຂວງໄຊສົມບູນ, ແຂວງບໍລິຄໍາໄຊ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ເພື່ອຮັບໃຊ້ເຂົ້າໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໃຫ້ກຽດມອບໂດຍ ທ່ານ ພັອ ອິນປົງ ຈັນທະວົງສາ, ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ເຊິ່ງມີຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ໃນພິທີ, ພັທ ວົງໄຊ ພັນທະວົງ, ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ: 1231/ປກສ, ລົງວັນທີ 19 ກໍລະກົດ 2021 ວ່າດ້ວຍການຈັດແບ່ງເຄື່ອງອຸປະກອນ ແລະ ພາຫະນະຊ່ວຍເຫຼືອລ້າ ຈາກຄະນະກໍາມະການຕ້ານຢາເສບຕິດ, ກົມຕໍາຫຼວດ ແຂວງຢຸນນານ ສປ.ຈີນ; ເຊິ່ງການຊ່ວຍເຫຼືອຂອງຄະນະກໍາມະການຕ້ານຢາເສບຕິດ ສປ ຈີນ ໃນຄັ້ງນີ້ແມ່ນປະຕິບັດຕາມບົດບັນທຶກກອງປະຊຸມປຶກສາຫາລືຮ່ວມມືປະຈໍາປີ ລະດັບເຈົ້າໜ້າທີ່ອາວຸໂສສອງຝ່າຍ, ເຊິ່ງຈັດຂຶ້ນເປັນປະຈໍາທຸກໆປີ ໂດຍຜັດປ່ຽນກັນເປັນເຈົ້າພາບການຊ່ວຍເຫຼືອແມ່ນໄດ້ຮັບເປັນເຄື່ອງອຸປະກອນ ແລະ ພາຫະນະປະເພດລົດກະບະຈໍານວນໜຶ່ງ ລວມມູນຄ່າທັງໝົດ 1.709.960 ຢວນ (RMB-Yuan); ເຊິ່ງການຊ່ວຍເຫຼືອແມ່ນໄດ້ຈັດແບ່ງຮັບໃຊ້ເຂົ້າໃນວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໂດຍສະເພາະການສະກັດກັ້ນລັກລອບການປູກຝິ່ນ ຕາມເຈດຕະນາລົມຂອງຝ່າຍ ສປຈີນ ແລະ ການຕົກລົງເຫັນດີ ຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ໃນໂອກາດດຽວກັນນັ້ນ, ພັອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການກວດກາ ແລະ ຄວບ ຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບໄດ້ກ່າວວ່າ: ການຊ່ວຍ ເຫຼືອຂອງຝ່າຍ ສປ ຈີນ ໄດ້ສະແດງເຖິງຄວາມເປັນມິດສະຫາຍທີ່ດີ, ເປັນເພື່ອນບ້ານທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ເຊິ່ງຍາມໃດກໍພະຍາຍາມຊຸກຍູ້ຊ່ວຍເຫຼືອສົ່ງເສີມການສ້າງຄວາມເຂັ້ມແຂງໃນການຮ່ວມມື, ຄວາມເປັນຫ່ວງເປັນໃຍ, ຄວາມຈິງໃຈການຮ່ວມມືແກ້ໄຂບັນຫາຢາເສບຕິດ ໂດຍສະເພາະການລັກລອບປູກຝິ່ນ, ການຕິດຕາມຊຸກຍູ້ໂຄງການປູກພືດທົດແທນຝິ່ນຂອງບັນດາບໍລິສັດ ຈາກ ສປຈີນ ເພື່ອຊຸກຍູ້ສະໜັບສະໜູນການປະຕິບັດໜ້າທີ່ວຽກງານຂອງເຈົ້າໜ້າທີ່ຝ່າຍລາວ ໃນຂົງເຂດວຽກງານກວດກາ ແລະ ຄວບຄຸມຢາເສບຕິດໃຫ້ມີໝາກຜົນຫຼາຍຂຶ້ນ.