ພິທີປະກາດແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງໄຊຍະບູລີຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2021; ເປັນປະທານໂດຍ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ, ມີ ພົຈວ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ພັອ ຄໍາສົນ ທິບສົມພັນ ຮອງຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນ ຊາ, ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ຄຳສົນ ທິບສົມພັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດສະບັບເລກທີ 3281/ກປທ ລົງວັນທີ 16 ກໍລະກົດ 2021 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ຂັ້ນແຂວງໄຊຍະບູລີ, ອີງຕາມດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການ ສຶກສາອົບ ຮົມວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນ; ຄະນະກຳມະການສຶກສາອົບຮົມວຽກ ງານ ປກຊ-ປກສ ຂັ້ນສູງກາງ. ໃນນີ້, ຕົກ ລົງແຕ່ງຕັ້ງ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ເປັນປະທານ, ພົຈວ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີເປັນຮອງ; ທັງເປັນຜູ້ປະຈຳການຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ແຂວງ, ພັອ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສແຂວງ ເປັນຮອງ; ທ່ານ ອ່ອນຕາ ພົມມະຈິດ ຫົວໜ້າພະແກກສຶກສາທິການ ແລະ ກິລາແຂວງ ເປັນຮອງ, ທ່ານ ພອນສະຫວັນ ໄຊສົມພັນ ຫົວໜ້າຫ້ອງວ່າການ ປົກຄອງແຂວງ ເປັນຄະນະ; ທ່ານ ສຳລານ ສຸວັນນະໂສດ ຫົວໜ້າຄະນະຈັດຕັ້ງແຂວງ ເປັນຄະນະ, ທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວແຂວງ ເປັນຄະນະ; ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງ ເປັນຄະນະ, ພັທ ລິດໄຊຍະ ຜາແກ້ວ ຫົວໜ້າຫ້ອງການເມືອງກອງ ບັນຊາການທະຫານແຂວງ ເປັນຄະນະ.

ໂອກາດນີ້, ທ່ານ ສົມຈິດ ຈັນທະວົງ ໄດ້ຮຽກຮ້ອງໃຫ້ຄະນະກຳມະການສຶກສາອົບຮົມວຽກງານ ປກຊ-ປກສ ທີ່ໄດ້ ຮັບການແຕ່ງຕັ້ງໃນຄັ້ງນິ້,ຈົ່ງຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ ເຄື່ອນໄຫວ ວຽກງານຕາມພາລະບົດບາດ; ສິດ ແລະໜ້າທີ່ຂອງຕົນ, ເປັນເຈົ້າ ການຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ລົງສູ່ຮາກຖານໃຫ້ທົ່ວເຖິງທຸກເປົ້າໝາຍໂດຍສະເພາະແມ່ນສຸ່ມໃສ່ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີໃຫ້ເພີ່ມຂຶ້ນຮັບປະກັນທາງ ດ້ານ, ປະລິມານ ແລະຄຸນນະພາບ.