ໃນທ້າຍອາທິດຜ່ານມາ, ບໍລິສັດເຊື້ອໄຟ ສົມໃຈ ຫຼັກ10 ໄດ້ມອບນໍ້າດື່ມ ຈຳນວນ 100 ແພັກ, ເຫຼົ້າເກົ້າສິບ 4 ຕຸກໃຫຍ່; ເຄື່ອງສີດນໍ້າ 8 ເຄື່ອງ, ໝີ່ເຄິ່ງສຳເລັດຮູບ 20 ແກັດ, ນໍ້າຢາໄຮເຕີ້ 8 ແກັດໃຫ່ຍ ແລະ ເຕັ້ນນ້ອຍ 2 ດາງ ລວມມູນຄ່າ 10.000.000 ກີບ (ສິບລ້ານກີບ) ໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ; ເພື່ອຊຸກຍູ້ ແລະ ປະກອບສ່ວນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19; ມອບໂດຍ ທ່ານ ນາງ ແອ່ມ ປະທ່ານບໍລິສັດ ເຊື້ອໄຟ ສົມໃຈ ຫຼັກ 10, ກ່າວຮັບໂດຍ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ສະຫວັນນະເຂດ, ທັງເປັນ ຄະນະຊີ້ນຳ-ຄະນະສະເພາະກິດປ້ອງກັນ; ຄວບຄຸມ ແລະ ແກ້ໄຂການລະບາດ ພະຍາດໂຄ ວິດ 19 ຂັ້ນແຂວງ, ມີຄະນະກອງ, ພະນັກງານບໍລິສັດເຊື້ອໄຟ ສົມໃຈ ຫຼັກ 10 ເຂົ້າຮ່ວມ.

ທ່ານ ນາງ ແອ່ມ ກ່າວວ່າ: ເຄື່ອງທີ່ນໍາມາມອບໃຫ້ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຄັ້ງນີ້, ແມ່ນຄວາມຕັ້ງໃຈຂອງບໍລິສັດພວກເຮົາທີ່ຈະນໍາມາປະກອບສ່ວນອີກແຮງໜຶ່ງໃຫ້ ປກສ ແຂວງສະຫວັນເຂດ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະ; ເປັນຕົ້ນແມ່ນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພະ ຍາດໂຄວິດ-19 ໃຫ້ມີຄວາມສະດວກທາງດ້ານອຸປະກອນນໍາໃຊ້ເຂົ້າວຽກງານດັ່ງກ່າວນີ້.

ພັອ ສົມໝາຍ ພົມມະຈັນ ໄດ້ສະ ແດງຄວາມຂອບໃຈ ແລະ ຊົມເຊີນມາ ຍັງປະທານບໍລິສັດ ເຊື້ອໄຟສົມໃຈຫຼັກ 10 ທີ່ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນ ເຂົ້າໃນວຽກງານສະກັດກັ້ນ; ຄວບຄຸມ ແລະ ແກ້ໄຂການລະ ບາດພະຍາດ ໂຄວິດ-19 ແລະ ທັງເປັນການປະກອບສ່ວນຊຸກຍູ້ອ້າຍ-ນ້ອງກຳ ລັງປ້ອງກັນຄວາມສະຫງົບທີ່ກຳລັງເຄື່ອນໄຫວປະຕິບັດໜ້າທີ່; ພ້ອມທັງຢືນຢັນວ່າຈະນໍາໃຊ້ເຄື່ອງຈຳນວນດັ່ງກ່າວໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດຜົນປະໂຫຍດສູງສຸດ.