ທ້າວ ຫຼອດແກ້ວ ຫຼື ແກ້ວ ຈຳເລີຍ, ອາຍຸ 26 ປີ, ສັນຊາດລາວ ກໍາມະກອນ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຄີຍຖືກສານຕັດສິນຕິດຄຸກມາແລ້ວ 6 ປີໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ) ໃນປີ 2013. ເມື່ອຜູ້ກ່ຽວພົ້ນໂທດອອກມາ ກໍກັບມາເຄື່ອນໄຫວແບບເກົ່າ. ຫຼ້າສຸດ, ຖືກສານຕັດສິນຈຳຄຸກອີກ 5 ປີ, ປັບໃໝ 10 ລ້ານ.

ໃນປີ 2013, ທ້າວ ຫຼອດແກ້ວ ໄດ້ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ) ແລະ ຖືກສານປະຊາຊົນນະຄອນຫຼວງວຽງຈັນ ຕັດສິນລົງໂທດຕັດອິດສະລະພາບ 6 ປີ ແລະ ໄດ້ຖືກປ່ອຍຕົວອອກມາໃນ ວັນທີ 20 ມີນາ 2019. ຕົກມາຮອດເດືອນສິງຫາ 2021, ຜູ້ກ່ຽວໄດ້ເລີ່ມຄ້າຂາຍຢາເສບຕິດ (ຢາບ້າ) ອີກ, ຢາບ້າທີ່ເອົາມາຂາຍນັ້ນຜູ້ກ່ຽວໄດ້ຊື້ນຳ ທ້າວ ສີ, ຢູ່ບ້ານສາລາຄໍາເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຄັ້ງລະ 30 ເມັດ ຊື້ຫຼາຍຄັ້ງບໍ່ສາມາດຈື່ໄດ້. ເມື່ອຊື້ຢາບ້າມາແລ້ວ, ຜູ້ກ່ຽວໄດ້ເອົາມາເສບ ແລະ ແບ່ງຂາຍໃຫ້ ທ້າວ ອິນປອນ ຄັ້ງລະ 1-2 ເມັດ ໂດຍແຕ່ລະຄັ້ງພວກກ່ຽວໄດ້ເສບຢາບ້ານໍາກັນຢູ່ເຮືອນຂອງ ທ້າວ ອິນປອນ.

ຕໍ່ມາໃນວັນທີ 6 ສິງຫາ 2019, ເວລາ 24 ໂມງ, ຜູ້ກ່ຽວໄດ້ຊື້ຢາບ້ານໍາ ທ້າວ ສີ ຈໍານວນ 30 ເມັດ, ພາຍຫຼັງຊື້ຢາບ້າມາແລ້ວ ໄດ້ເອົາມາເສບ ຈໍານວນ 2 ເມັດ, ຍັງເຫຼືອຢາບ້າຈໍານວນ 26 ເມັດ ແລະ ໃນວັນທີ 7 ສິງຫາ 2019 ໄດ້ເອົາຢາບ້າມາ ເສບ 2 ເມັດ ແລະ ໄດ້ຂາຍໃຫ້ ທ້າວ ອິນປອນ ແລະ ໄວລຸ້ນຜູ້ທີ່ເສບຢາບ້າ ຈໍານວນ 6 ເມັດ; ຈາກນັ້ນ, ຕໍ່ມາໃນເວລາ 13:00 ໂມງ ຂອງວັນດຽວກັນ, ທ້າວ ຫຼອດແກ້ວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມຂອງກາງຢາບ້າຈໍານວນ 18 ເມັດ ຢູ່ໃນຖົງໂສ້ງຂອງຜູ້ກ່ຽວ.

ການກະທຳດັ່ງກ່າວຂອງຈຳເລີຍຖືກໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຖະແຫຼງຕໍ່ຄະນະສານອາຍາສານປະຊາຊົນນະຄອນຫຼວງວຽງຈັນ ໃນວັນທີ 31 ມີນາ 2021; ຈາກນັ້ນ, ຄະນະສານອາຍາ ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິ ໄສແລ້ວ ເຫັນວ່າ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ທ້າວ ຫຼອດ ແກ້ວ ຫຼື ແກ້ວ (ຈໍາເລີຍ) ເປັນການກະທໍາຜິດ ທາງອາຍາ ໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາ ບ້າ) ທີ່ເເຕະຕ້ອງເຖິງສະຖຽນລະພາບທາງດ້ານ ເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຕາມປະມວນກົດໝາຍອາຍາ ມາດຕາ 315.

ເຫັນວ່າ ການກະທໍາຂອງຈໍາເລີຍເປັນການ ກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າຈໍາເລີຍ ຈົງໃຈຄ້າຂາຍຢາບ້າ ທັງທີ່ຈໍາເລີຍກໍຮູ້ດີວ່າຢາ ເສບຕິດກົດໝາຍຫ້າມຜະລິດ, ປຸງແຕ່ງ, ມີໄວ້ ຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ ແລະ ຂົນສົ່ງເດັດຂາດ, ທ້າວ ຫຼອດແກ້ວ ຫຼື ແກ້ວ ມີສະຕິສໍາປະຊັນຍະສົມບູນດີ, ມີອາຍຸກະສຽນທາງອາຍາຄົບຖ້ວນແລ້ວສາມາດຮູ້ ແລະ ຈໍາ ແນກໄດ້ເຖິງການກະທໍາຂອງຕົນ. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານອາຍານະ ຄອນຫຼວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບຈໍາເລີຍ 5 ປີ ປັບໃໝ 10 ລ້ານກີບ ແລະ ຈຳ ເລີຍ ເຄີຍຖືກສານປະຊາຊົນ ນະຄອນຫຼວງວຽງ ຈັນ ຕັດສິນລົງໂທດຕັດອິດສະລະພາບ 6 ປີ ໃນ ຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ) ຕາມຄໍາຕັດ ສິນເລກທີ 393/ຂຕ.ອ, ລົງວັນທີ 10 ກໍລະກົດ 2014. ສະນັ້ນ, ຈຶ່ງເປັນການກະທໍາຜິດທີ່ບໍ່ເຂັດຫຼາບ ຕາມປະມວນກົດຫມາຍອາຍາ ມາດຕາ 21.

ສ່ວນເປົ້າໝາຍທີ່ ທ້າວ ຫຼອດແກ້ວ ໄດ້ໃຫ້ການຊັດທອດເຖິງຄື: ທ້າວ ສີ, ເຈົ້າໜ້າທີ່ໄດ້ແຍກສໍານວນຄະດີຕ່າງຫາກແລ້ວ ຕາມບົດສະຫຼຸບຄະດີເລກທີ 2887/ປຫຟ, ລົງວັນທີ 20 ພະຈິກ 2020. ປັດຈຸບັນ, ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງ ແລະ ສັ່ງຟ້ອງຜູ້ກ່ຽວຂຶ້ນສານປະຊາຊົນ ນະຄອນຫຼວງວຽງຈັນ ຕາມສະໂນດນໍາສົ່ງເລກທີ 64/ອຍກ.ນວ, ລົງວັນທີ 25 ມັງກອນ 2021. ສ່ວນ ທ້າວ ອິນປອນ ເຈົ້າໜ້າທີ່ໄດ້ສຶກສາອົບຮົມມອບຄືນໃຫ້ຜູ້ປົກຄອງ ເພື່ອນໍາໄປປິ່ນປົວ ແລະ ບໍາບັດ ຕາມບົດບັນທຶກສຶກສາອົບຮົມກ່າວເຕືອນ ເລກ ທີ 1441/ພຕຫຼ, ລົງວັນທີ 24 ສິງຫາ 2020.