ວັນທີ 23 ສິງຫາ 2021, ເວລາປະມານ 15:30 ໂມງ ໄດ້ມີເຫດການລູກຊາຍກໍ່ເຫດຄາດ ຕະກຳພໍ່ ໂດຍໃຊ້ພ້າຟັນຄໍ ຈົນເສຍຊີວິດ ຍ້ອນຖືກພໍ່ຮ້າຍດ່າ ເຫດການດັ່ງກ່າວເກີດຂຶ້ນຢູ່ບ້ານໂພນຫໍ ເມືອງໂພນໂຮງ ແຂວງວຽງຈັນ.

ເຈົ້າໜ້າທີ່່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ເປີດເຜີຍວ່າ: ຜູ້ກໍ່ເຫດຊື່ ທ້າວ ກ້ານ ອາຍຸ 34 ປີ ບ້ານໂພນຫໍ ເມືອງໂພນໂຮງ ໄດ້ໃຊ້ພ້າຂໍຟັນຄໍ ທ້າວ ກອງສີ ອາຍຸ 66 ປີ (ພໍ່) ເສຍຊີວິດຄາທີ່. ຈາກຄໍາໃຫ້ການໃນເບື້ອງຕົ້ນ, ຜູ້ກໍ່ເຫດມີຄວາມແຄ້ນໃຫ້ພໍ່ເປັນເວລາ 2 ທິດ, ຍ້ອນຖືກພໍ່ຮ້າຍດ່າ ແລະ ບອກໃຫ້ຜູ້ກ່ຽວໄປຕາຍ; ກ່ອນເກີດເຫດຜູ້ເສຍຊີວິດໄດ້ນັ່ງກິນເຂົ້າຢູ່ເຮືອນຖຽງນາ. ໃນຂະນະນັ້ນ, ທ້າວ ກ້ານ ກໍໄດ້ນັ່ງຫຼິ້ນຢູ່ໜ້າຖຽງນາ. ພາຍຫຼັງພໍ່ກິນເຂົ້າແລ້ວ ກໍໄປນອນຢູ່ຕຽງກ້ອງຕົ້ນໄມ້ ຫ່າງຈາກຖຽງນາ່ປະມານ 10 ເເມັດ. ເວລານັ້ນ, ຈຶ່ງມີແນວຄິດຢາກຂ້າພໍ່ຂຶ້ນມາທັນທີ ຍ້ອນພໍ່ຮ້າຍຕະຫຼອດເວລາ ຮ້າຍຍາມໃດບອກໃຫ້ໄປຕາຍ ຈຶ່ງໄດ້ເກັບຄວາມແຄ້ນໄວ້ໃນໃຈປະມານ 2 ອາທິດ. ຈາກນັ້ນ, ຈຶ່ງຍ່າງໄປຈັບເອົາພ້າຂໍຍາວ ປະມານ 60 ຊັງຕີແມັດ ແລ້ວຍ່າງ ໄປຫາພໍ່ ເມື່ອໄປຮອດກໍເຫັນພໍ່ນອນສະແຄງ ຈຶ່ງຍົກພ້າຂຶ້ນຟັນກ້ານຄໍເບື້ອງຊ້າຍ 1 ບາດ ເຫັນເລືອດໄຫຼອອກມາ ຈຶ່ງຟັນຊໍ້າອີກຄັ້ງທີ 2 ແລະ ຄັ້ງທີ 3 ຟັນໃສ່ບ່ອນເກົ່າ ເມື່ອຮູ້ວ່າພໍ່ເສຍຊີວິດແລ້ວ ຈຶ່ງໄດ້ຖືພ້າຍ່າງໄປຫາພໍ່ຕູ້ປູ່ທີ່ນັ່ງຢູ່ຕູບ ພ້ອມທັງບອກວ່າ ເຮົາຂ້າພໍ່ແລ້ວໃດ; ຈາກນັ້ນ, ໄດ້ໄປອາບນໍ້າປ່ຽນເຄືື່ອງນຸ່ງ ແລ້ວມານັ່ງຢູ່ລົດໄຖນາຕໍ່ມາ ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ.

ເຈົ້າໜ້າທີ່ເປີດເຜີຍວ່າ ຈາກເອົາຄໍາໃຫ້ການໃນເບື້ອງຕົ້ນຈາກຜູ້ກໍ່ເຫດການລົງມືຄາດຕະກໍາຄັ້ງນີ້ ແມ່ນຍ້ອນຄຽດໃສ່ພໍ່ ຕອນພໍ່ຮ້າຍຍາມໃດແມ່ນບອກໃຫ້ໄປຕາຍຕະຫຼອດ; ຜ່ານມາຜູ້ກໍ່ເຫດເຄີຍຖືກເຈົ້າໜ້າທີ່ ກັກຕົວມາແລ້ວ 1 ຄັ້ງໃນຂໍ້ຫາມົ້ວສຸມຢາເສບຕິດ. ຢ່າງໃດກໍຕາມ, ເຈົ້າໜ້າທີ່ຍັງຈະສືບສວນຢ່າງລະອຽດກ່ຽວກັບເຫດການດັ່ງກ່າວ ແລະ ນຳຜູ້ຖືກຫາໄປດຳເນີນຄະດີຕາມກົດໝາຍ.