ກອງບັນຊາການ ປກສ ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໃຫ້ໜ່ວຍພະແນກຕໍາຫຼວດ ແລະ ໜ່ວຍພັກພະແນກຫ້ອງການ ໃນວັນທີ 19 ສິງຫາ ຜ່ານມາ; ເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ສະຫາຍ ພັທ ທອນມີ ແກ້ວຈິນດາ ຄະນະປະຈຳພັກເມືອງ ເລຂາພັກຮາກຖານ ຫົວ ໜ້າກອງບັນຊາການ ປກສ ເມືອງວຽງໄຊ, ມີຄະນະພັກຮາກ ຖານ, ເລຂາ-ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມ ບູນ, ສຳຮອງ ເຂົ້າຮ່ວມ.

ສະຫາຍ ພັຕ ພົງທອງ ສິງຄາລັກ ຄະນະໜ່ວຍພັກພະ ແນກຕຳຫຼວດໄດ້ຜ່ານມະຕິຕົກລົງ ສະບັບເລກທີ 117 /ຄປຈຂ, ລົງວັນທີ 18 ມີຖຸນາ 2021 ຂອງຄະນະປະຈຳພັກ ແຂວງຫົວພັນ ວ່າດ້ວຍການຮັບຮອງເອົາໜ່ວຍພັກພະແນກຫ້ອງການ ແລະ ໜ່ວຍພັກພະແນກຕຳຫຼວດ ທີ່ຂຶ້ນກັບ ຮາກຖານພັກກອງບັນຊາການ ປກສ ເມືອງວຽງໄຊ ເປັນໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020. ຈາກ ນັ້ນ, ເລຂາໜ່ວຍພັກທັງ 2 ໜ່ວຍ ກໍໄດ້ລາຍງານແບບແຜນໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ວ່າ: ການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແມ່ນໄດ້ນຳເອົາ ແນວທາງ; ມະຕິ; ຄຳສັ່ງລະບຽບຂອງພັກ; ກົດໝາຍຂອງລັດ ຫັນເປັນແຜນການ, ທັງເປັນທິດທາງ ແລະ ຜັນຂະຫຍາຍ ເພື່ອແນ່ໃສ່ສຶກສາອົບຮົມສະມາຊິກພັກໃຫ້ມີຫຼັກໝັ້ນຊົນຊັ້ນ, ຈຳແນກໄດ້ອັນຜິດ-ອັນຖືກຕ້ານໄດ້ກົນອຸບາຍຫັນປ່ຽນໂດຍ ສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ຕະຫຼອດໄລຍະຜ່ານມາ ສະມາຊິກພັກແມ່ນມີຄວາມຊື່ສັດຕໍ່ການຈັດຕັ້ງ, ປອດໃສ, ປະຕິບັດລະບຽບຂອງພັກ, ເຄົາລົບລະບຽບວິໄນຂອງກຳລັງ ປ້ອງກັນຄວາມສະຫງົບກຳນົດອອກຢ່າງເຂັ້ມງວດ.

ໃນໂອກາດດັ່ງກ່າວ, ສະຫາຍ ພັທ ທອນມີ ແກ້ວຈິນດາ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ໃນ ຄັ້ງນີ້, ແລະ ຍັງໄດ້ເນັ້ນໜັກໃຫ້ເລຂາ-ຄະນະໜ່ວຍພັກສືບຕໍ່ ຊີ້ນຳ-ນຳພາສະມາຊິກພັກທຸກສະຫາຍໃຫ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ເພື່ອຕອບຕ້ານກັບບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ, ສືບຕໍ່ເອົາໃຈໃສ່ ສ້າງພັກພະນັກງານສືບທອດປ່ຽນແທນໃຫ້ຖືກຕ້ອງຕາມເປົ້າໝາຍ; ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ-ພາຍນອກໃຫ້ກ້ວາງຂວາງ ພ້ອມ ກັນ ເອົາໃຈໃສ່ສ້າງສາພັດທະນາເສດຖະກິດຄອບຄົວໃຫ້ມີ ຄວາມເຂັ້ມແຂງຂຶ້ນເລື່ອຍໆ.