ໃນວັນທີ 4 ສິງຫາ 2021 ນີ້, ສານປະຊາຊົນແຂວງອຸດົມໄຊ ໄດ້ນໍາຄະດີຂໍ້ຫາຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ຈໍານວນ ຂຶ້ນມາພິຈາລະນາໄຈ້ແຍກຕັດສິນຕາມລະບຽບກົດໝາຍ. ໃນນັ້ນ, ມີຈໍາເລີຍທັງໝົດ 5 ຄົນ ຍິງ 3 ຄົນ.

ຄະນະສານອາຍາໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດທີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ເຫັນວ່າ ມີຂໍ້ມູນຫຼັກຖານທີ່ສາມາດຢັ້ງຢືນໄດ້ວ່າ ການກະທໍາຂອງພວກກ່ຽວ ເປັນການກະທໍາຜິດຕາມຂໍ້ກ່າວຫາ ແທ້ດ້ວຍເຫດນີ້, ຄະນະສານອາຍາສານປະຊາຊົນ ຂັ້ນຕົ້ນ ແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດພວກຈໍາເລີຍ ຄື: ຕາມປະເດັນຄຳຕັດສິນຄະດີອາຍາ ສະບັບ ເລກທີ 085/ຂຕ.ອ, ລົງວັນທີ 4 ສິງຫາ 2021 ໄດ້ ຕັດສິນ ນາງ ເວນ (ຈໍາເລີຍ1) ອາຍຸ 30 ປີ ຢູ່ບ້ານໂພນໄຊ ເມືອງຮຸນ ແຂວງອຸດົມໄຊ ຖືກກັກຕົວ ໃນວັນທີ 1 ທັນວາ 2020 ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 515 ເມັດ ລົງໂທດຈຳຄຸກ 5 ປີ ແລະ ປັບໄໝ 10.000.000 ກີບ;

ຕັດສິນ ທ້າວ ຄໍາແດງ (ຈໍາເລີຍ2) ອາຍຸ 39 ປີ ຢູ່ບ້ານຫ້ວຍລ້ອມ ເມືອງງາ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 13 ພະຈິກ 2020 ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳ ນວນ 1 ຖົງ ມີ 202 ເມັດ ລົງໂທດຈຳຄຸກ 5 ປີ ພ້ອມທັງປັບໄໝ 10.000.000 ກີບ, ຮິບເງິນຈຳນວນ 140.000 ກີບ ຂອງ ຈຳເລີຍທີ່ໄດ້ມາຈາກການກະທຳຜິດມາເປັນຂອງລັດ;

ຕັດສິນ ທ້າວ ຊຽງຈິດ (ຈໍາເລີຍ3) ອາຍຸ 41 ປີ ຢູ່ບ້ານໂຮມໄຊ ເມືອງນາໝໍ້ ແຂວງອຸດົມໄຊ ຖືກກັກຕົວ ໃນວັນທີ 9 ພະຈິກ 2020 ໃນຂໍ້ຫາຄ້າ ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳ ນວນ 179 ເມັດ ລົງໂທດຕັດອິດສະລະພາບຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ, ພ້ອມທັງສົ່ງໂທລະສັບ ມືຖືຍີ່ຫໍ້ຢູນີເທວ 1 ເຄື່ອງ ແລະ ເງິນສົດ 1.624.000 ກີບ ຄືນ ໃຫ້ແກ່ ທ້າວ ຊຽງຈິດ (ຈໍາເລີຍ 3);

ຕັດສິນ ນາງ ພຽນ (ຈໍາເລີຍ 4 ) ອາຍຸ 31 ປີ ຢູ່ບ້ານໄຊຊະນະ ເມືອງປາກແບງ ແຂວງອຸດົມໄຊ ຖືກກັກຕົວ ໃນວັນ ທີ 12 ມັງກອນ 2020 ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 80 ເມັດ ສານໄດ້ຕັດສິນລົງ ໂທດຈຳຄຸກ 5 ປີ ແລະ ປັບໄໝ 10. 000.000 ກີບ.

ຕັດສິນ ນາງ ເສີນ (ຈໍາເລີຍ 5) ອາຍຸ 40 ປີ ຢູ່ບ້ານສາມກາງ ເມືອງແບງ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 25 ພະ ຈິກ 2020 ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 52 ເມັດ ຖືກສານປະຊາຊົນ ແຂວງອຸດົມໄຊ ລົງໂທດຕັດອິດສະລະພາບ ຈໍາຄຸກ 5 ປີ ແລະ ປັບໄໝ 10.000.000 ກີບ.

ສ່ວນຂອງກາງທີ່ຢຶດໄດ້ຈາກພວກຈໍາ ເລີຍ ສານໄດ້ຕັດສິນພິຈາລະນາຮິບຢາເສບຕິດໄປທຳລາຍຖິ້ມ.