ພັຕ ບຸນປະດິດ ພັນດານຸວົງ ຮອງຫົວໜ້າພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ ມີຄົນຮ້າຍມາລັກເອົາລົດຈັກຂອງຕົນໄປໃນຄັ້ງວັນທີ 9 ກໍລະກົດ 2021. ມາຮອດ ວັນທີ 10 ກໍລະກົດ 2021, ໃນຂະນະທີ່ເຈົ້າໜ້າທີ່ຈະລາຈອນ ປກສ ແຂວງ ປະຕິບັດໜ້າທີ່ກວດກາຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນຕາມເສັ້ນທາງຫຼວງ ຈຶ່ງພົບເຫັນລົດຮຸນໄດສະຕາແລັກ ສີປອນດໍາ ໝາຍເລກທະບຽນ ກຄ 4110 ກໍາແພງນະຄອນ ບັນທຸກລົດຈັກເວບຮ້ອຍ ຈໍານວນ 2 ຄັນ ບໍ່ມີປ້າຍທະບຽນ ແລະ ເອກະສານລົດທີ່ຖືກຕ້ອງ ຈຶ່ງໄດ້ຂໍຢຶດລົດຈໍານວນດັ່ງກ່າວມອບໃຫ້ພະແນກສືບສວນ-ສອບສວນ ປກສ ແຂວງ ມາທໍາການສືບສວນ-ສອບສວນຂະຫຍາຍຜົນ ຈຶ່ງຮູ້ວ່າ ຜູ້ທີ່ຂັບລົດຮຸນໄດສະຕາແລັກ ບັນທຸກລົດຈັກເວບ 100 ຈໍານວນ 2 ຄັນມາແມ່ນບຸກຄົນທີ່ໄດ້ຮັບຊື້ຊັບຜິດກົດໝາຍ, ເຊິ່ງໄດ້ຊື້ລົດຈັກຄັນດັ່ງກ່າວນໍາ ທ້າວ ເສັງທໍ່ ອາຍຸ 20 ປີ, ປະຊາຊົນ, ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ. ມາຮອດ ວັນທີ 12 ກໍລະກົດ 2021, ຈຶ່ງສາມາດຈັບຕົວ ທ້າວ ເສັງທໍ່ ມາດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສອບສວນ, ທ້າວ ເສັງທໍ່ ໄດ້ໃຫ້ການຮັບສາລະພາບວ່າ: ໃນເດືອນ ກໍລະກົດ 2021, ເວລາປະມານ 8 ໂມງ ຜູ້ກ່ຽວກັບ ທ້າວ ນົງວ່າງ ໄດ້ພາການຂັບຂີ່ ລົດຈັກເວບ 100 ສີຂຽວ ໄປຊອກລັກລົດຈັກຢູ່ເຂດບ້ານບໍ່ ເມືອງບໍລິຄັນ. ພໍໄປຮອດບ້ານບໍ່ ຈຶ່ງພົບເຫັນລົດເວບຮ້ອຍ ສີແດງດໍາ ຈອດຢູ່ແຄມທາງ, ທ້າວ ນົງ ວ່າງ ຈຶ່ງໄດ້ລົງໄປລັກເອົາລົດຄັນດັ່ງກ່າວ ແລ້ວພາກັນຂັບຂີ່ລົດອອກມາຊຸກເຊື່ອງໄວ້ຮ້ານກິນດື່ມແຫ່ງໜຶ່ງເຂດຕະຫຼາດ ບ້ານຜາເມືອງ. ຫຼັງຈາກນັ້ນ, ກໍໄດ້ພາກັນຂັບຂີ່ລົດຈັກໄປເລາະລັກລົດຈັກເຂດບ້ານດົງ ເມືອງບໍລິຄັນ. ພໍໄປຮອດບ້ານດົງ ພົບເຫັນລົດຈັກເວບ 100 ສີຂຽວ ບໍ່ມີປ້າຍທະບຽນຈອດຢູ່ແຄມປ່າ ຈຶ່ງໄດ້ຫັກ ຄໍລົດຈັກຄັນດັ່ງກ່າວ ແລ້ວຂັບຂີ່ໄປຊຸກເຊື່ອງໄວ້ທີ່ຮ້ານກີນດື່ມບ່ອນເກົ່າ. ມື້ຕໍ່ມາ, ຜູ້ກ່ຽວກັບ ທ້າວ ນົງວ່າງ, ທ້າວ ໄອວ່າງ ແລະ ທ້າວ ເຢັງທໍ່ ໄດ້ພາກັນຂັບຂີ່ລົດໄປ ເລາະລັກລົດເຂດບ້ານຜັກເບືອກ ເມືອງບໍລິຄັນ ຈຶ່ງພົບເຫັນລົດເວບ 100 ສີ ແດງດໍາ ຈອດຢູ່ແຄມນໍ້າ. ຈາກນັ້ນ, ທ້າວ ໄອວ່າງ ແລະ ທ້າວ ເຢັງທໍ່ ເປັນຜູ້ລົງໄປລັກເອົາລົດຈັກຄັນດັ່ງກ່າວ ແລ້ວພາກັນຂັບຂີ່ໄປຊຸກເຊື່ອງໄວ້ຮ້ານກິມດື່ມບ່ອນເກົ່າ, ແລ້ວຜູ້ກ່ຽວຈຶ່ງໄດ້ປະກາດຂາດລົດຈໍານວນດັ່ງກ່າວລົງທາງເຟສບຸກ ໄດ້ມີຄົນສົນໃຈ ແລ້ວນັດຊື້-ຂາຍ ຢູ່ເຂດບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍ ລິຄໍາໄຊ ຈໍານວນ 3 ຄັນ, ເປັນເງິນ ທັງໝົດ 10 ລ້ານກີບ ໂດຍຂາຍໃຫ້ຊາຍຄົນ ໜຶ່ງບໍ່ຮູ້ຊື່, ບໍ່ຮູ້ບ້ານ ແລ້ວໄດ້ເອົາເງິນຈໍານວນດັ່ງກ່າວແບ່ງປັນກັນ, ເຊິ່ງຜູ້ກ່ຽວໄດ້ 2.500.000 ກີບ. ຕົກມາຮອດ ວັນທີ 11 ກໍລະກົດ 2021, ໄດ້ມີ ທ້າວ ໄອວ່າງ , ທ້າວ ນົງວ່າງ , ທ້າວ ເຢັງທໍ່ ໄດ້ ຂັບຂີ່ລົດຈັກເວບໄອສີແດງດໍາ ໄປຊອກລັກລົດຢູ່ເເຂດ ເມືອງວຽງທອງ; ເຊິ່ງຜູ້ກ່ຽວແມ່ນໄດ້ລໍຖ້າຢູ່ເຮືອນ, ມາຮອດເວລາປະມານ 16 ໂມງ, ທ້າວ ນົງວ່າງ ໄດ້ໂທລະສັບຫາຜູ້ກ່ຽວວ່າລັກລົດຈັກເວບ 100 ໄດ້ 2 ຄັນ, ສີດໍາແດງ ແລະ ສີຂຽວ ໃຫ້ຜູ້ກ່ຽວຕິດຕໍ່ຂາຍໃຫ້ ຜູ້ກ່ຽວຈຶ່ງໂທຫາຜູ້ທີ່ເຄີຍຕິດຕໍ່ຊື້ນໍາຕົນໃນຄັ້ງຜ່ານມາ. ພໍມາຮອດວັນທີ 12 ກໍລະກົດ 2021, ຈຶ່ງໄດ້ນັດຊື້-ຂາຍລົດນໍາກັນບ່ອນເກົ່າ ຜູ້ກ່ຽວຈຶ່ງຂັບຂີ່ລົດຈັກໄປສະຖານທີ່ນັດໝາຍ ຈຶ່ງຖືກເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ທ້າວ ເສັງ ທໍ່ ແມ່ນມີເຈດຕະນາເຄື່ອນໄຫວຊື້-ຂາຍ ຊັບ ແລະ ລັກຊັບຂອງພົນລະເມືອງ, ແລະ ມີການເຄື່ອນໄຫວລັກຊັບເປັນກຸ້ມແກ້ງ, ການກະທໍາດັ່ງກ່າວແມ່ນຜິດໃນ ມາດຕາ 231 ແລະ 244 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ.

ປັດຈຸ ບັນຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຂະຫຍາຍຜົນ ເພື່ອຕິດຕາມນໍາຈັບຕົວກຸ່ມແກ້ງພັກພວກຮ່ວມຂະບວນມາການດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ. ນອກນັ້ນ, ການແກ້ໄຂຄະດີໃນຄັ້ງນີ້ ຍັງສາມາດກັກຕົວຜູ້ຊື້-ຂາຍຊັບຜິດກົດໝາຍ ຈໍານວນ 3 ຄົນ ຄື: ທ້າວ ສໍລະພົງ ອາຍຸ 34 ປີ, ທ້າວ ມືດ ອາຍຸ 22 ປີ, ແລະ ທ້າວ ພອນເທວາ ອາຍຸ 20 ປີ, ທັງ 3 ຄົນ ແມ່ນປະຊາຊົນ ຢູ່ບ້ານໂພນແຍງ ເມືອງປາກກະດິງ ແຂວງບໍລິຄໍາໄຊ. ເຈົ້າໜ້າທີ່ ໄດ້ສຶກສາອົບຮົມ, ສ້າງບົດບັກທຶກ ແລະ ປ່ອຍຕົວ ຫາກພວກກ່ຽວທັງ 3 ໄດ້ກະທໍາຜິດອີກ, ທາງເຈົ້າໜ້າທີ່ ຈະໄດ້ນໍາຕົວພວກກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ໃນວັນທີ 3 ສິງຫາ 2021, ພະແນກສືບສວນ-ສອບສວນຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ຈຶ່ງໄດ້ຈັດພິທີມອບ-ຮັບລົດຈັກຈໍານວນ 3 ຄັນ, ທີ່ເກັບກູ້ໄດ້ຈາກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ, ຕາງໜ້າກ່າວມອບໂດຍ ພັຕ ຕີບຸນປະ ດິດ ພັນດານຸວົງ ແລະ ຕາງໜ້າກ່າວຮັບ ໂດຍ ທ່ານ ວອນສີ ປະຊາຊົນ ບ້ານທົ່ງພັນຄໍາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ມີພະນັກງານ-ພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າຂອງລົດເຂົ້າຮ່ວມ.