ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດການແຂ່ງຂັນກິລາຍິງປືນ ຊິງຂັນເຈົ້າແຂວງ ຂຶ້ນໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມໂດຍ ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊ ຍະບູລີ; ມີການນຳຂັ້ນແຂວງ, ເມືອງ, ກອງບັນຊາການທະຫານແຂວງ, ກອງພົນທີ 2, ກອງບັນຊາການ ປກສ ແຂວງ, ບໍລິສັດ, ພະແນກການອ້ອມຂ້າງແຂວງ, ພະນັກ ງານວິຊາການ, ນັກກິລາ ເຂົ້າຮ່ວມ.

ພັທ ບຸນລ້ອມ ທຳມະຈັນ ຫົວໜ້າພະແນກອົບຮົມຫ້ອງເສນາທິການກອງບັນຊາການທະຫານແຂວງໄຊຍະບູລີ ກ່າວວ່າ: ການແຂ່ງຂັນກິລາຍິງປືນຄັ້ງນີ້, ເປັນ ການສ້າງບັນຍາກາດແຫ່ງຄວາມສາມັກຄີໄມຕີຈິດມິດຕະພາບ ແລະ ຄວາມເບີກ ບານມ່ວນຊື່ນຟົດຟື້ນຮ່ວມກັນລະຫວ່າງກອງບັນຊາການທະຫານແຂວງໄຊຍະບູລີ ກັບພາກສ່ວນຕ່າງໆ; ພ້ອມທັງອະທິບາຍລະບຽບການ, ຫຼັກການໃນການຍິງ, ຈັງຫວະ, ໄລຍະໃນການຍິງຂອງປືນແຕ່ລະຊະນິດ, ເປົ້າໝາຍ ແລະ ການຕັ້ງເວລາ ໃຫ້ຄະແນນຂອງອະນຸກໍາມະການ, ການຈັດຕັ້ງການແຂ່ງຂັນ.

ຜ່ານການແຂ່ງຂັນສາມາດຕີລາຄາຜົນໄດ້ຮັບດັ່ງນີ້: ປະເພດປືນສັ້ນ k 54 ໄລຍະຍິງ 25 ແມັດ; ມີທິມເຂົ້າຮ່ວມແຂ່ງຂັນ 12 ທິມ, ເພດຍິງ 4 ທິມ, ທິມ ຊາຍລາງວັນທີ 1 ໄດ້ແກ່ສະຫາຍ ພັຕ ສີວົງ ກອງພົນທີ 2 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນ 1 ລ້ານກີບ, ທີ 2 ສະຫາຍ ພັອ ຄໍາແພງ ເພັດ ໄດ້ຮັບຂັນ 1 ໜ່ວຍ; ເງິນສົດ 7 ແສນກີບ; ທີ 3 ສະຫາຍ ພົຈວ ກູດ ພົມມາ ໄດ້ຮັບຂັນ 1 ໜ່ວຍ; ເງິນ 5 ແສນກີບ, ທິມເພດຍິງ ລາງວັນທີ 1 ໄດ້ແກ່ ສະຫາຍ ວາທີ ນາງ ວັນນາ ແພດປະຈໍາກອງພັນ 609 ໄດ້ຮັບຂັນ 1 ໜ່ວຍ; ເງິນ 1 ລ້ານກີບ, ທີ 2 ສະຫາຍ ສິບເອກ ນາງ ບົວສອນ ໄດ້ຮັບຂັນ 1 ໜ່ວຍ, ເງິນ 7 ແສນກີບ, ທີ 3 ສະຫາຍ ສິບເອກ ນາງ ນິດສາ ໄດ້ຮັບຂັນ 1 ໜ່ວຍ; ເງິນ 5 ແສນກີບ, ປະເພດປືນ AK ໄລຍະຍິງ 100 ແມັດ, ຍິງເປົ້າຈານເຫຼັກ, ມີທິມເຂົ້າຮ່ວມແຂ່ງຂັນ 26 ທິມ, ເພດຍິງ 8 ທິມ; ທີມຊາຍລາງວັນທີ 1 ໄດ້ແກ່ກອງບັນຊາການທະຫານແຂວງ 1 ໄດ້ຮັບຂັນ 1 ໜ່ວຍ; ເງິນ 1 ລ້ານກີບ, ທີ 2 ກອງບັນຊາການທະຫານແຂວງ 2 ໄດ້ຮັບຂັນ 1 ໜ່ວຍ, ເງິນ 7 ແສນກີບ, ທີ 3 ບໍລິສັດອ້ອມຂ້າງແຂວງ ໄດ້ຮັບຂັນ 1 ໜ່ວຍ, ເງິນ 5 ແສນກີບ; ທີມເພດຍິງ ລາງວັນທີ 1 ກອງບັນຊາການ ປກສ ແຂວງ ໄດ້ຮັບຂັນ 1 ໜ່ວຍ, ເງິນ 1 ລ້ານກີບ, ທີ 2 ກອງພົນທີ 2 ໄດ້ຮັບຂັນ 1 ໜ່ວຍ; ເງິນ 7 ແສນ ກີບ, ທີ 3 ກອງບັນຊາການທະຫານແຂວງ ໄດ້ຮັບຂັນ 1 ໜ່ວຍ, ເງິນ 5 ແສນກີບ.