ທ່ານ ປີເຕີ ເຣມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າພົບປະທານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ໃນທ້າຍອາທິດ ຜ່ານມາ, ເພື່ອລາຍງານຈຸດປະສົງຂອງ ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຊຽງຂວາງ.

ທ່ານ ປີເຕີ ເຮມ໋ອນ ກ່າວວ່າ: ການ ເຂົ້າພົບປະທ່ານຮອງເຈົ້າແຂວງຊຽງຂວາງ ຄັ້ງນີ້; ເພື່ອເປັນການລາຍງານຜົນ ຫຼື ຈຸດປະສົງຂອງການມາເຮັດວຽກຢູ່ແຂວງຊຽງຂວາງ ເປັນຕົ້ນແມ່ນການເຊັນສັນຍາໂຄງການອະນຸລັກ ແລະ ປະຕິສັງຂອນໄຫຫີນ ທີ່ສະໜັບສະໜູນໂດຍກອງທຶນທູດອາເມລິກາ ເພື່ອບູລະນະ ແລະ ຮັກສາວັດທະນະທຳຢູ່ທົ່ງໄຫຫີນ ແຫຼ່ງທີ 1 ແລະ ຕິດຕາມວຽກງານບໍລິຫານ-ຈັດການສັກຢາວັກແຊັງປ້ອງ ກັນໂຄວິດ-19 ຈອນສັນແອນຈອນສັນ ທີ່ໄດ້ຮັບການສະໜັບສະໜູນຈາກສະ ຫະລັດອາເມລິກາ; ຢ້ຽມຢາມໂຄງການໂອກາດທີ່ໄດ້ຮັບການສະໜັບສະໜູນຂອງຢູເຊດ (USAID), ຢ້ຽມຢາມຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການໂອກາດຢູ່ຫ້ອງການສະມາຄົມຟື້ນຟູຄຸນນະພາບຊີວິດ (QLA), ຢ້ຽມຢາມກິດ ຈະກຳຂອງໂຄງການເກັບກູ້ລະເບີດ UXO Lao ຢູ່ບ້ານບີ້ເມືອງແປກ, ຢ້ຽມ ຢາມສະຖານທີ່ທ່ອງທ່ຽວທົ່ງໄຫຫີນ 2, ສະຖານທີ່ທ່ອງທ່ຽວເມືອງຄູນ, ທ່ຽວ ຊົມການເຮັດເຝີ ບ້ານນາອູ.

ໂອກາດນີ້, ທ່ານຮອງເຈົ້າແຂວງ ຊຽງຂວາງໄດ້ກ່າວສະແດງຄວາມດີໃຈ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ຂອງ ທ່ານເອກອັກຄະລັດຖະທູດອາເມລິກາ ຄັ້ງນີ້; ສະແດງຄວາມຂອບໃຈຕໍ່ການນຳ ກໍຄືປະຊາຊົນສະຫະລັດທີ່ໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ວັກແຊັງໃຫ້ແກ່ ສປປ ລາວ ໂດຍສະເພາະແມ່ນແຂວງຊຽງຂວາງ, ປັດຈຸບັນແຂວງຊຽງຂວາງ ໄດ້ສັກວັກແຊັງໃຫ້ພົນລະ ເມືອງໄດ້ 86 ພັນກ່ວາຄົນ ແລ້ວ.