ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ມອບເຄື່ອງກິລາ ໃຫ້ 4 ພາກສ່ວນ

0
985

ໃນອາທິດ ຜ່ານມາ, ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ, ນຳໂດຍ ທ່ານ ສີວຽງແກ້ວ ທຳມະວົງ, ທ່ານ ພູມປັນຍາ ໄຊຊະນະ  ແລະ ທີມກິລາເພື່ອຕຳ ຫຼວດ ໄດ້ນຳເອົາເຄື່ອງກິລາ ແລະ ເຄື່ອງບໍລິໂພກ ມອບໃຫ້ 4 ພາກສ່ວນ ຄື:

ມອບບານຕີ, ກະຕໍ້, ຕາໜ່າງບານຕີ ແລະ ຕາໜ່າງກະຕໍ້ ໃຫ້ອົງການປົກຄອງບ້ານຄວາຍແດງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມູນຄ່າ 700.000 ກີບ.

 ມອບເຄື່ອງກິລາໃຫ້ນັກກິລາ ລຸ້ນສືບທອດ ກະຊວງ ປກສ, ມູນຄ່າ 500.000 ກີບ, ມອບເຄື່ອງບໍລິໂພກ ໃຫ້ກົມ 203 ແລະ ເຄື່ອງໃຫ້ພໍ່ແມ່ປະຊາຊົນ ຜູ້ມີຄວາມສ່ຽງທີ່ຈະຕິດເຊື້ອໂຄວິດ-19 ແລະ ກັກຕົວ ລວມມູນຄ່າ 1.550.000 ກີບ.

 ທ່ານ ສີວຽງແກ້ວ ທຳມະວົງ ກ່າວວ່າ: ເຄື່ອງກິລາທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ມອບບານຕີ, ກະຕໍ້ ແລະ ຕາໜ່າງບານຕີ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນວຽກງານກິ ລາລວມຂອງບ້ານ ແລະ ນັກກິລາລຸ້ນສືບທອດ ຂອງກະຊວງ ປກສ ໃຫ້ມີການພັດທະນາດ້ານກິລາ ແລະ ໄດ້ມອບອາຫານການກິນໃຫ້ພໍ່ແມ່ປະຊາຊົນ ເປັນຕົ້ນ: ໄຂ່, ມີ່ ແລະ ປາກະປ໋ອງ ໃຫ້ຜູ້ມີຄວາມສ່ຽງທີ່ຈະຕິດເຊື້ອ ແລະ ກັກຕົວເປັນເວລາຫຼາຍວັນ ເພື່ອໃຫ້ເຂົາເຈົ້າມີກຳລັງໃຈໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19.

ໃນໂອກາດນີ້, ທ່ານ ພົງພອນ ແພງມະນີວັນ ເລຂາໜ່ວຍພັກບ້ານຄວາຍແດງ ໄດ້ຕາງໜ້າໃຫ້ຄະນະປົກຄອງບ້ານຄວາຍແດງ ຮັບເຄື່ອງກິລາ ແລະ ພ້ອມກ່າວສະແດງຄຳຂອບໃຈ ມາຍັງວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ແລະ ທີມເຕະບານເພື່ອຕຳຫຼວດ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານຂະບວນການກິລາ ແລະ ອຸປະກອນກິລາດັ່ງກ່າວນີ້ ແມ່ນຈະມອບໃຫ້ນັກກິລາຊາວໜຸ່ມພາຍໃນບ້ານຄວາຍແດງ ນຳໃຊ້ເຂົ້າໃນການເຄື່ອນໄຫວເຝິກສອບ ແລະ ແຂ່ງຂັນກິລາ ຢູ່ພາຍໃນເມືອງຫາດຊາຍຟອງ ໃຫ້ມີຂະບວນການຟົດຟື້ນ.

ພ້ອມທັງ, ອວຍພອນໄຊ ໃຫ້ບັນດາທ່ານທີ່ໄດ້ຊຸກຍູ້ເຄື່ອງໃນຄັ້ງນີ້ຈົ່ງມີສະຂຸພາບແຂງແຮງ ປະສົບສຳເລັດໃນໜ້າທີ່ວຽກງານສ່ວນຕົວ ແລະ ຄອບຄົວ.

ພາບ-ຂ່າວ: ສຸກກັນຍາ ວົງຈັນມີ