ກະຊວງປ້ອງກັນຄວາມສະຫງົບ ມອບເງິນ 400 ລ້ານກີບ ໃຫ້ແຂວງຈຳປາສັກ ເພື່ອຮ່ວມແຮງ ຮ່ວມໃຈ ນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັນກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ເງິນຈໍານວນດັ່ງກ່າວນີ້, ໄດ້ແບ່ງອອກເປັນ 2 ສ່ວນ. ໃນນີ້, ມອບໃຫ້ຄະນະສະເພາະກິດສະກັດກ້ັ້ນ ແລະ ຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຈຳນວນ 300.000.000 ກີບ ແລະ ມອບໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ຕ້ານການແພ່ລະບາດຂອງພະຍາດໂຄວິດ-19 ກອງບັນຊາການ ປກສ ແຂວງ ຈຳນວນ 100.000.000 ກີບ.

ພິທີມອບ-ຮັບເງິນ ຊ່ວຍເຫຼືອດັ່ງກ່າວນີ້, ຈັດຂຶ້ນໃນວັນທີ 31 ສິງຫາ 2021, ທີ່ສຳນັກງານຫ້ອງວ່າການແຂວງ, ຕາງໜ້າໃຫ້ຄະນະນຳຂອງ ກະຊວງປ້ອງກັນຄວາມສະຫງົບ ກ່າວມອບໂດຍ ພັທ ທະນົງສັກ ເທບພະວົງ ຮອງຫົວໜ້າກົມເສນາ ຫ້ອງວ່າການກະຊວງ ປກສ ແລະຕາງໜ້າໃຫ້ ຄະນະນຳ, ອົງການປົກຄອງແຂວງ ກ່າວຮັບໂດຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະຈຳການຊີ້ນຳວຽກງານຕ້ານໂຄວິດ-19 ຂັ້ນແຂວງ, ມີ ພັທ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຕາງໜ້າໃຫ້ ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ໄດ້ຕາງໜ້າໃຫ້ຄະນະພັກອົງ ການປົກຄອງແຂວງຈຳປາສັກ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໄປຍັງ ຄະນະພັກ ນະຄະນຳ ກະຊວງປ້ອງກັນຄວາມສະຫງົບ ທີ່ຍາມໄດ ກໍ່ເຫັນໄດ້ເຖິງຄວາມສຳຄັນ ແລະ ມີຄວາມເປັນຫ່ວງເປັນໃຍ ຕໍ່ ຄວາມຫຍຸ້ງຍາກຂອງບັນດາແຂວງ ເວົ້າລວມ, ເວົ້າສະ ເພາະແຂວງຈຳປາສັກ ຕໍ່ກັບວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແລະ ເງິນຊ່ວຍເຫຼືອດັ່ງກ່າວ ອົງການປົກຄອງແຂວງຈຳປາສັກ ຈະນໍາໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ເກີດປະໂຫຍດອັນສູງສຸດ.

ຂ່າວ: ທັດຊະນະ