ວັນທີ 31 ສິງຫາ ຜ່ານມາ, ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ແລະ ທີມກິລາເພື່ອຕຳຫຼວດ ໄປມອບເຄື່ອງບໍລິໂພກໃຫ້ຄອບຄົວພະນັກງານຕຳຫຼວດ ທີ່ພັກຢູ່່ໃນເຮືອນລວມຂອງກົມໃຫຍ່ການເມືອງ, ໂດຍມີ ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມກິລາ ກະ ຊວງ ປກສ ເຂົ້າຮ່ວມໃນການມອບເຄື່ອງໃນຄັງນີ້ ເພື່ອສ້າງກຳລັງໃຈ ແລະ ແບ່ງເບົາພາລະຄ່າໃຊ້ຈ່າຍໃຫ້ແກ່ພະນັກງານ ໃນໄລຍະການເຝົ້າລະວັງການລະບາດຂອງພະຍາດໂຄວິດ-19.

ພັອ ທອງເພັດ ມະນີສະຫວັນ ຫົວໜ້າກົມກິລາ ກະຊວງ ປກສ ກ່າວວ່າ: ເຄື່ອງທີ່ນຳມາມອບໃນຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນຈາກ ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ແລະ ທີມກິລາເພື່ອຕຳຫຼວດ ທີ່ເຫັນໄດ້ຄວາມຫຍຸ້ງຍາກໃນຊ່ວງການແພ່ລະບາດຂອງ ພະຍາດໂຄວິດ-19 ເຊິ່ງເຄື່ອງທີ່ນຳມາມອບໃຫ້ແກ່ຄອບຄົວພະນັກງານ ທີ່ເຝົ້າລະວັງການລະບາດຂອງພະຍາດໂຄວິດ-19 ລວມມີ: ໄຂ່, ມີ່ ແລະ ນົມ ລວມມູນຄ່າ 800.000 ກີບ.

ໃນໂອກາດນີ້,ທ່ານຫົວໜ້າກົມກິລາ ກະຊວງ ປກສ ໄດ້ກ່າວສະແດງຄວາມຂອບໃຈຕໍ່ວິສາຫະກິດ ຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ, ໂດຍສະເພາະ ທ່ານ ສີວຽງແກ້ວ ທຳມະວົງ ແລະ ທ່ານ ພູມປັນຍາ ໄຊຊະນະ ພ້ອມທີມເຕະບານເພື່ອຕຳຫຼວດ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຕໍ່ຄອບຄົວພະນັກງານຂອງພວກເຮົາ,ພ້ອມທັງ ອວຍພອນໄຊມາຍັງບັນດາທ່ານທີ່ມາຊຸກຍູ້ໃນຄັ້ງນີ້ ຈົ່ງມີສະຂຸພາບແຂງແຮງປະສົບສຳ ເລັດໃນໜ້າທີ່ວຽກງານສ່ວນຕົວ ແລະ ຄອບຄົວ,ປະສົບຜົນສຳເລັດໃນການດຳເນີນທຸລະກິດ ທີ່ມີກຽດຂອງທ່ານ.

ຂ່າວ:ສຸກກັນຍາ ວົງຈັນມີ