ຫ້ອງສັນຕິບານກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ຈັດພິທີປະກາດສັບບຊ້ອນພະນັກງານຢູ່ພະແນກ ຕມ ປະຈໍາດ່ານ ໃນວັນທີ 27 ສິງຫານີ້; ເຂົ້າຮ່ວມມີ ພັທ ສຸວັດ ເທບສົມບັດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຫົວໜ້າພະແນກຮອງພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ແສງເພັດ ວົງຄຳ ຫົວໜ້າພະແນກກວດຄົນເຂົ້າ-ອອກເມືອງ ຜ່ານຂໍ້ຕົກ ລົງຂອງກອງບັນຊາການ ປກສ ແຂວງ ຄຳມ່ວນ ວ່າດ້ວຍການສັບຊ້ອນພະນັກ ງານພະແນກ ຕມ ເຮັດໜ້າທີ່ປະຈຳຢູ່ ແຕ່ລະດ່ານ; ໜ່ວຍງານທີ່ຂຶ້ນກັບພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ ສົກປີ 2021-2022 ໂດຍອີງຕາມ ຄຳ ແນະນຳຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບວຽກງານ ກວດຄົນເຂົ້າ-ອອກເມືອງ ຢູ່ດ່ານໃນ ຂອບເຂດທົ່ວປະເທດ ແລະ ອີງຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະພັກ-ຄະນະຫ້ອງສັນຕິບານ ປກສ ແຂວງຄຳມ່ວນ ໃນນີ້; ສັບຊ້ອນໜ່ວຍງານຂໍ້ມູນຂ່າວສານ-ສະຖິຕິ, ຄົ້ນຄວ້າ-ສັງລວມ ຈຳນວນ 10 ສະຫາຍ ຍິງ 2 ສະຫາຍ; ໜ່ວຍງານອອກບັດຜ່ານແດນ 8 ສະຫາຍ ຍິງ 5 ສະຫາຍ, ໜ່ວຍງານ ຕໍ່ເອກະສານ 6 ສະຫາຍ ຍິງ 2 ສະຫາຍ, ດ່ານຂົວມິດຕະພາບ 3 ຈຳນວນ 63 ສະຫາຍ; ໜ່ວຍງານບໍລິຫານສັງລວມ 7 ສະຫາຍ ຍິງ 3 ສະຫາຍ; ໜ່ວຍງານ ປະສານພາຍໃນ ແລະ ຕ່າງປະເທດ 7 ສະຫາຍ ຍິງ 2 ສະຫາຍ; ໜ່ວຍງານຈ້ຳແຈ້ງເອກະສານຂາເຂົ້າ 12 ສະຫາຍ ຍິງ 4 ສະຫາຍ, ໜ່ວຍງານຈ້ຳແຈ້ງເອກະ ສານຂາອອກ 12 ສະຫາຍ ຍິງ 5 ສະຫາຍ ແລະ ໜ່ວຍງານອື່ນໆ ອີກຈຳນວນໜຶ່ງ.

ໂອກາດນີ້, ພັທ ສຸວັດ ເທບສົມບັດ ໄດ້ເໜັ້ນໜັກໃຫ້ຜູ້ທີ່ຖືກສັບຊ້ອນໜ້າທີ່ໃໝ່ຄັ້ງນີ້, ຈົ່ງສືບຕໍ່ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເຂັ້ມແຂງ, ມີແບບແຜນການເຮັດວຽກທີ່ທັນສະໄໝ, ເພີ່ມທະວີຍົກສູງ ຄວາມຮັບຜິດຊອບໃຫ້ສູງຂຶ້ນ.