ໃນໄລຍະຕົ້ນເດືອນສິງຫາ 2021 ຢູ່ເທດສະບານເມືອງໄຊ ແຂວງອຸດົມໄຊ ເກີດຄະດີອຸບັດຕິ ເຫດລົດໃຫຍ່ຕຳຄົນເສຍຊີວິດ ແລ້ວເອົາຕົວຫຼົບໜີ ຈຳນວນ 2 ກໍລະນີ. ໃນນີ້, ເຮັດໃຫ້ມີຜູ້ເສຍຊີວິດເປັນເພດຊາຍ 2 ຄົນ ອາຍຸປະມານ 7 ປີ ແລະ 51 ປີ.

ຕໍ່ກັບອຸບັດຕິເຫດດັ່ງກ່າວ, ເຈົ້າໜ້າທີ່ພະແນກຈະລາຈອນ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ສໍາລັບກໍລະນີທີ 1 ເກີດຂຶ້ນໃນເວລາປະມານ 10:45 ໂມງ ຂອງວັນທີ 9 ສິງຫາ 2021 ອຸບັດຕິເຫດລົດກະບະຮຸນໄດ ໄດ້ຕຳຄົນຍ່າງຂ້າມທາງຢູ່ຈຸດເສັ້ນທາງ ເລກທີ 13 ເໜືອ ເຂດ ບ້ານໂຮມສຸກ ເຮັດໃຫ້ເດັກນ້ອຍຜູ້ຊາຍ ອາຍຸ 7 ປີ ຢູ່ບ້ານໂຮມສຸກ ໄດ້ຮັບບາດເຈັບສາຫັດແລ້ວ ເສຍຊີວິດໃນຂະນະນຳສົ່ງໂຮງໝໍ ແລະ ກໍລະນີທີ 2 ເກີດຂຶ້ນໃນເວລາປະມານ 19:10 ໂມງ ຂອງວັນທີ 15 ສິງຫາ 2021 ມີອຸບັດຕິເຫດລົດຈິບຕໍາຄົນຢູ່ຈຸດເສັ້ນທາງລະຫວ່າງບ້ານຖິ່ນຫາ ບ້ານນາແລ ເມືອງໄຊ ເຮັດໃຫ້ທ້າວ ບຸນຍັງ ອາຍຸ 51 ປີ ຢູ່ບ້ານນໍ້າງາ ເມືອງນໍ້າບາກ ແຂວງຫຼວງພະບາງ ເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ທັງສອງກໍລະນີແມ່ນໄດ້ເອົາຕົວຫຼົບໜີ.

ພາຍຫຼັງເກີດເຫດ, ເຈົ້າໜ້າທີ່ວິຊາສະເພາະ ພະແນກຕຳຫຼວດຈະລາຈອນ ປກສ ແຂວງອຸດົມໄຊ ໄດ້ແຕ່ງຕັ້ງພະນັກງານ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາຊັນນະສູດສະຖານທີ່ຈຸດເກີດເຫດທັງ 2 ກໍລະນີ ພ້ອມທັງຕິດຕາມສືບຄົ້ນຫາບັນດາຮ່ອງຮອຍ ເພື່ອໃຫ້ໄດ້ເປົ້າໝາຍທີ່ເອົາຕົວຫຼົບໜີມາດຳເນີນຄະດີຕາມກົດລະບຽບກົດໝາຍ.

ດ້ວຍຄວາມເອົາໃຈໃສ່ຕິດຕາມຢ່າງເຂັ້ມງວດຂອງເຈົ້າໜ້າທີ່ວິຊາສະເພາະ, ເວລາຕໍ່ມາຂອງມື້ເກີດເຫດ ກໍສາມາດຮູ້ໄດ້ເປົ້າໝາຍກໍລະນີທີ 1 ຊື່ ທ້າວ ນຸ ອາຍຸ 26 ປີ ຢູ່ບ້ານກັດ ເມືອງ ໄຊ ພ້ອມພາຫະນະປະເພດລົດຮຸນໄດ ໝາຍເລກທະບຽນ ກທ 0593 ກຳແພງນະຄອນ ຈຶ່ງ ນຳຕົວມາດຳເນີນຄະດີ ແລະ ມາຮອດວັນທີ 17 ສິງຫາ 2021, ສາມາດກັກຕົວຜູ້ລະເມີດ (ກໍລະນີທີ 2) ຊື່ ທ້າວ ຄຳຍອດ ອາຍຸ 59 ປີ ຢູ່ບ້ານນາແລ ເມືອງໄຊ ພ້ອມພາຫະນະ (ລົດຈິບຍີ່ຫໍ້ແລນອິນ) ບໍ່ມີໝາຍເລກທະບຽນມາດໍາເນີນ ຄະດີຕາມລະບຽບກົດໝາຍ.