ເກີດເຫດລົດບັນທຸກ 10 ລໍ້ ຕໍາທ້າຍລົດຈັກແລ້ວຢຽບຜູ້ຊ້ອນທ້າຍລົດຈັກ ລາກເອົາລົດຈັກໄປໄກ 10 ກວ່າແມັດ ກ່ອນຢຸດລົດໄດ້ເຮັດໃຫ້ຜູ້ຊ້ອນທ້າຍເສຍ ຊີວິດ ຄາທີ່ ສ່ວນຜູ້ຂັບຂີ່ລົດຈັກໄດ້ຮັບບາດເຈັບສົມຄວນ ໃນວັນທີ 30 ສິງຫາ 2021 ເວລາ 11:15 ໂມງ ຢູ່ເສັ້ນ ທາງເລກທີ 13 ເໝືອບໍລິເວນໄຟອຳນາດໜອງໜ້ຽວ.

ພັຕ ເດດລືຊາ ໄຊຍະສານ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວວ່າ: ຕາມຂໍ້ມູນທີ່ໄດ້ຮັບຈາກການສອບຖາມ ທ້າວ ຄໍາຫຼ້າ ອາຍຸ 29 ປີ ຢູ່ບ້ານຫາດຂັ່ງ ເມືອງປາກອູ ແຂວງຫຼວງພະບາງ ຜູ້ຂັບຂີ່ລົດ 10 ລໍ້ ວ່າ: ກ່ອນເກີດເຫດໄດ້ຂັບລົດບັນທຸກ 10 ລໍ້ ຍີຫໍ້ໂຮໂວ້ ໝາຍເລກທະບຽນ ບຂ 7509 ກຳແພງນະຄອນ ຂັບຂີ່ມຸ່ງໜ້າມາແຕ່ໄຟ ອໍານາດໜອງແຕ່ງ ຈະໄປທາງບ້ານນາເລົາ. ພໍມາຮອດໄຟອໍານາດໜອງໜ້ຽວໄດ້ຢຸດຈອດລໍສັນຍານໄຟ ພໍສັນຍານໄຟເປັນໄຟຂຽວ ຈຶ່ງຂັບລົດອອກໄປແລ້ວຕໍາເອົາທ້າຍລົດຈັກຢູ່ທາງດ້ານໜ້າທີ່ຂັບຂີ່ມາທາງດຽວກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກຟົ້ງອອກຂ້າງທາງ, ສ່ວນຜູ້ຊ້ອນທ້າຍຖືກຕີນລົດກໍ້າຂວາມືຜູ້ຂັບຢຽບ ເອົາສົ່ງຜົນເຮັດໃຫ້ ທ້າວ ຄໍາເພົ້າ ອາຍຸ 70 ປີ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ລົດ ຊື່ ນາງ ລຽນ ອາຍຸ 47 ປີ ຢູ່ບ້ານດຽວກັນ ບາດເຈັບສົມຄວນ.

ຕາມການສັນນິຖານຂອງເຈົ້າໜ້າທີ່, ການເກີດອຸບັດຕິເຫດໃນຄັ້ງນີ້ອາດເກີດຍ້ອນຜູ້ຂັບຂີ່ລົດບັນທຸກແນມບໍ່ເຫັນລົດຈັກທີ່ຈອດລໍໄຟອຳນາດຢູ່ດ້ານໜ້າໃນເວລາຂັບອອກໄປ ຈຶ່ງພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ມີຜູ້ເສຍຊີວິດຕາມມາ; ປັດຈຸບັນ, ເຈົ້າໜ້າທີ່ກຳລັງປະກອບເອກະສານຂໍຄໍາສັ່ງເປີດການສືບສວນ-ສອບສວນຕາມຫຼັກການວິຊາສະເພາະຂອງເຈົ້າໜ້າທີ່.

ໂອກາດດຽວກັນ, ພັຕ ເດດລືຊາ ໄຊຍະສານ ຍັງໄດ້ຮຽກຮ້ອງມາຜູ້ຂັບຂີ່ທີ່ໃຊ້ລົດ-ໃຊ້ຖະໜົນ ຈົ່ງຂັບຂີ່ຢ່າງມີສະຕິ, ຄ່ອຍໄປ-ຄ່ອຍມາ, ເບິ່ງໃຫ້ຊັດເຈນກ່ອນຈະອອກລົດ ແລະ ທີ່ສຳຄັນໃນເວລາ ບັນດາທ່ານຈອດລໍໄຟອານາດ ທ່ານຄວນຮັກສາໄລຍະຮ່າງໃຫ້ດີບໍ່ຄວນຢຸດຈອດແບບໃກ້ກັນຫຼາຍຈົນເກີນໄປເພາະອາດເຮັດໃຫ້ບັນດາທ່ານເກີດອຸບັດຕິເຫດໄດ້ງ່າຍ ແລະ ບັນຫາສຳຄັນ ທີ່ຜູ້ຂັບຂີ່ລົດຈັກ ຄວນປະຕິບັດ ເມື່ອເຫັນລົດໃຫຍ່ລໍໄຟອໍານາດທ່ານບໍ່ຄວນໝົ້ນຊ້າຍ, ໝົ້ນຂວາແລ້ວຂີ່ໄປຈອດຢູ່ຕໍ່ ໜ້າລົດໃຫຍ່ເພາະທ່ານອາດຈະຖືກຕໍາ ຫຼື ຢຽບໄດ້ໃນເວລາລົດອອກຈາກໄຟອໍານາດເພາະຜູ້ຂັບຂີ່ລົດໃຫຍ່ອາດຈະແນມບໍ່ເຫັນລົດຂອງທ່ານດັ່ງທີ່ອຸບັດຕິເຫດດັ່ງກ່າວນີ້ເກີດຂຶ້ນ.