ໃນໄລຍະເດືອນມິຖຸນາ-ກໍລະກົດ 2021, ສະພາບການຄວບຄຸມ ແລະ ແກໄຂການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ ສາມາດຄວບຄຸມໄດ້ເຮັດໃຫ້ບໍ່ມີຜູ້ຕິດເຊື້ອພາຍໃນຊຸມຊົນ. ແຕ່ເນື່ອງຈາກສະ ພາບການແພ່ລະບາດຢູ່ຕ່າງປະເທດ ໂດຍສະ ເພາະປະເທດເພື່ອນບ້ານ ຍັງມີການແພ່ລະບາດຮຸນແຮງ; ພ້ອມດຽວກັນນັ້ນ, ແຮງງານລາວ ໄດ້ພາກັນເດີນທາງກັບ ແລະ ເຂົ້າມານະຄອນຫຼວງວຽງຈັນ ຢ່າງຫຼວງຫຼາຍ; ເຊິ່ງຈຳນວນໜຶ່ງແມ່ນໄດ້ຕິດເຊື້ອກັບມາ ຈຶ່ງເຮັດໃຫ້ການຄວບຄຸມການແພ່ເຊື້ອພົບຄວາມຫຍຸ້ງຍາກ, ເຊິ່ງກໍ່ໃຫ້ເກີດມີການລະບາດໃນຊຸມຊົນຢູ່ໃນຂອບເຂດຫຼາຍບ້ານເພີ່ມຂຶ້ນໃນປັດຈຸບັນ ບວກກັບຍັງມີກຸ່ມຄົນໜຶ່ງ ຍັງຖືເບົາຕໍ່ການປະຕິບັດມາດຕະການ ປ້ອງກັນພະຍາດໂຄວິດທີ່ຂັ້ນເທິງວາງ ອອກເປັນຕົ້ນແມ່ນ: ການຈໍາກັດການ ອອກເຮືອນ ແລະ ຍັງມີການຊຸມແຊວ ເປັນວົງກວ້າງຢູ່ ເຮັດໃຫ້ເກີດການລະບາດເປັນຈຸ້ມຢູ່ບາງເຂດທີ່ຍັງບໍ່ສາມາດລະບຸແຫຼ່ງທີ່ມາຂອງການຕິດເຊື້ອໄດ້ຢ່າງຊັດເຈນ.

ຈາກການຖະແຫຼງຂ່າວປະຈໍາວັນຂອງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຊີ້ໃຫ້ເຫັນຕົວເລກຜູ້ຕິດເຊື້ອໃນຊຸມຊົນ ເພີ່ມຂຶ້ນທຸກມື້ນັບແຕ່ມີກໍລະນີຜູ້ຕິດເຊື້ອສາຍພັນເດວຕ້າ ກໍຍິ່ງມີຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ; ຈາກການຖະແຫຼງໃນວັນທີ 31 ສິງຫາ 2021, ໃນທົ່ວປະເທດມີ ຜູ້ຕິດເຊື້ອໃນຊຸມຊົນສູງເຖິງ 64 ຄົນ; ໃນນີ້, ນະຄອນຫຼວງວຽງຈັນ 24 ຄົນ ແລະ ເບິ່ງຈາກທາມລາຍຂອງຜູ້ຕິດເຊື້ອຈໍານວນໜຶ່ງແລ້ວເຫັນໄດ້ຊັດເຈນວ່າ ຫຼາຍຄົນຍັງຖືເບົາຕໍ່ການປ້ອງກັນພະຍາດໂຄວິດ, ເຊິ່ງຍັງມີການໄປມາຫາສູ່ກັນທັງທີ່ຮູ້ວ່າຂອບເຂດດັ່ງກ່າວເປັນເຂດບ້ານແດງ ແລະ ຍັງມີການຕັ້ງວົງຊຸມແຊວກັນເປັນກຸ່ມຄົນຈໍານວນຫຼາຍ, ບາງກໍລະນີຮູ້ ວ່າຕົນເອງໄດ້ສໍາພັດກັບກຸ່ມຊ່ຽງສູງ ແຕ່ກໍຍັງບໍ່ມີການກັກຕົວເອງແຕ່ຢ່າງໄດ; ຈາກຄວາມຂາດສະຕິ ແລະ ຍັງຖືເບົາຂອງກຸ່ມຄົນຈໍານວນໜຶ່ງຈຶ່ງເຮັດໃຫ້ພະຍາດໂຄວິດ -19 ກັບມາລະບາດໃນຊຸມຊົນຢູ່ນະຄອນຫຼວງອີກຄັ້ງ.

ເພື່ອສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນເຊື້ອພະຍາດບໍ່ໃຫ້ມີການແພ່ລະບາດໃນຊຸມຊົນເປັນວົງກວ້າງເຈົ້າຄອງນະຄອນຫຼວງວຽງຈັນ ຈຶ່ງອອກຄຳສັ່ງເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021 ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກ ທີ 15/ນຍ, ລົງວັນທີ 20 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ ໄປຈົນກວ່າຈະສາມາດຄວບຄຸມການແພ່ລະບາດພະຍາດຢູ່ ໃນຊຸມຊົນໄດ້; ເພີ່ມທະວີຈັດຕັ້ງປະຕິບັດ ມາດຕະການຫ້າມປິດທົ່ວໄປຢ່າງເຂັ້ມ ງວດ ດັ່ງນີ້: ຫ້າມບຸກຄົນທີ່ຢູ່ໃນເຂດ ບ້ານແດງ ຂອງນະຄອນຫຼວງວຽງຈັນ ອອກໄປຕ່າງແຂວງ ແລະ ຫ້າມບຸກຄົນຈາກເຂດບ້ານແດງຂອງຕ່າງແຂວງ ເດີນທາງເຂົ້າມານະຄອນຫຼວງວຽງຈັນ, ຍົກເວັ້ນຜູ້ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບຢູ່ທຸກສະຖານທີ່, ຜູ້ທີ່ລະເມີດຈະຖືກນຳຕົວໄປຈຳກັດບໍລິເວນຢູ່ສູນ ຫຼື ໂຮງແຮມຈຳກັດບໍລິເວນຂອງນະຄອນຫຼວງວຽງຈັນ ຕາມລະບຽບການທາງການແພດ, ພ້ອມທັງຖຶກປັບໄໝ ແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນດ້ວຍຕົນເອງທັງໝົດ.

ນອກນັ້ນ, ຍັງຫ້າມຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກຳຕ່າງໆເກີນ 20 ຄົນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ;ຫ້າມເປີດຮ້ານຄາຣາໂອເກະ, ສະຖານທີ່ບັນເທິງ, ສະຖານທີ່ທ່ອງທ່ຽວ, ຕະຫຼາດກາງຄືນ, ສວນອາຫານ, ຮ້ານກິນດື່ມ (ລວມທັງຮ້ານປະເພດ ປິ້ງຕ່າງໆ ທີ່ມີການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ), ໂຮງສາຍຮູບເງົາ, ຮ້ານ ສະນຸກເກີ, ຮ້ານນວດ, ຮ້ານສະປາ, ຮ້ານເສີມຄວາມງາມ, ຮ້ານອິນເຕີເນັດໄຟ ແລະ ຮ້ານເກມທຸກປະເພດ; ຫ້າມ ເປີດສູນກິລາໃນຮົ່ມ-ກາງແຈ້ງ ເປັນຕົ້ນແມ່ນ: ສູນອອກກໍາລັງກາຍ, ເດີນ ດອກປີກໄກ, ເດິນບານເຕະ, ເດີນເປຕັງ, ສະໜາມຕີມວຍ, ສະລອຍນໍ້າ, ສັງ ວຽນຕິໄກ ແລະ ກິລາປະເພດອື່ນໆ ທີ່ ຮ່າງກາຍສຳຜັດກັນ; ຫ້າມພາຫະນະ ສັນຈອນ ໃນຂອບເຂດທົ່ວນະຄອນ ຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ-5:00 ໂມງເຊົ້າ, ຍົກເວັ້ນ ລົດຂົນ ສົ່ງສິນຄ້າ, ສະບຽງອາຫານ, ອຸປະ ກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພິ່ງ, ລົດໄຟ, ລົດຄະນະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ; ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນ ລາຄາສິນຄ້າອຸປະໂພກ, ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈຳເປັນຕໍ່ຊີວິດປະຈຳວັນຢ່າງເດັດຂາດ; ຫ້າມໂຄສະນາເຜີຍແຜ່, ສົ່ງຕໍ່ຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງຜ່ານສື່ຕ່າງໆ ທີ່ເຮັດໃຫ້ເກີດຄວາມເຂົ້າໃຈຜິດ, ສ້າງຄວາມແຕກຕື່ນ ແລະ ສົ່ງຜົນກະທົບດ້ານລົບຕໍ່ສັງຄົມ; ປິດດ່ານປະເພນີ ແລະ ດ້ານທ້ອງຖິ່ນໃນທົ່ວ ນະຄອນຫຼວງວຽງຈັນ, ປິດການຂົນ ສົ່ງໂດຍສານ ຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ 1, ຍົກເວັ້ນລົດຂົນສົ່ງສິນຄ້າ ແລະ ບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ; ປິດການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ແລະ ການເສັງເຂົ້າຮຽນສາຍອາຊີວະສຶກສາສ້າງຄູ ແລະ ການສຶກສາຊັ້ນສູງຢູ່ນະ ຄອນຫຼວງວຽງຈັນ.

ສ່ວນມາດຕະການຜ່ອນຜັນ ແມ່ນໃຫ້ປະຕິບັດ ດັ່ງນີ້: ອະນຸຍາດໃຫ້ເປີດຮ້ານຂາຍຍົກ-ຂາຍຍ່ອຍ, ສູນການຄ້າ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ແຕ່ບໍ່ໃຫ້ ຈັດກິດຈະກຳເຕົ້າໂຮມຄົນຫຼາຍ ແລະ ບໍລິການເຄື່ອງຫຼິ້ນທຸກປະເພດຜູ້ໃຫ້ບໍລິການ ຕ້ອງໄດ້ຮັບວັກຊິນຄົບໂດດ; ພ້ອມກັນນັ້ນ, ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອ ພະຍາດໂຄວິດ-19 (ມາດຕະການທາງການແພດ) ຢ່າງເຂັ້ມງວດ ເຊັ່ນມີການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ນໍ້າຂ້າເຊື້ອ ແລະ ໃຫ້ປິດບໍລິການຕໍ່າ ສຸດບໍ່ໃຫ້ກາຍ 11:00 ໂມງ; ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຝ ໂດຍໃຫ້ບໍລິການໃນຮູບແບບຊື່ເມື່ອເຮືອນເປັນຕົ້ນຕໍ, ຖ້າບໍລິການໃຫ້ນັ່ງກິນໃນຮ້ານ ຕ້ອງຮັກສາໄລຍະຫ່າງໃຫ້ໄດ້ 1 ແມັດຂຶ້ນໄປ ແລະ ຫ້າມບໍລິການເຄື່ອງດື່ມທີ່ມີທາດເຫຼົ່າທຸກປະເພດ, ຜູ້ໃຫ້ບໍລິການຕ້ອງໄດ້ຮັບວັກຊີນຄົບໂດດ; ພ້ອມກັນນັ້ນ, ໃຫ້ປະຕິບັດມາດຕະການທາງການແພດຢ່າງເຂັ້ມງວດ ແລະ ໃຫ້ປິດບໍລິການສູງສູດບໍ່ໃຫ້ກາຍ 20:00 ໂມງ; ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ໃນຮູບແບບຕັດແຕ່ງຜົມເປັນຕົ້ນຕໍ, ສ່ວນການບໍລິການອື່ນ ທີ່ເປັນການສໍາຜັດໃກ້ຊິດ, ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ແພ່ເຊື້ອພະຍາດ ແມ່ນຫ້າມບໍລິການ ແລະ ບໍ່ໃຫ້ມີຄວາມແອອັດຢູ່ໃນຮ້ານບໍລິການ, ຜູ້ໃຫ້ບໍລິການຕ້ອງໄດ້ຮັບວັກຊີນຄົບໂດດ ແລະ ໃຫ້ປະຕິບັດມາດຕະການທາງການແພດຢ່າງເຂັ້ມງວດ ແລະ ໃຫ້ປິດບໍລິການຊ້າສຸດບໍ່ໃຫ້ກາຍ 19:00 ໂມງ; ອະນຸຍາດໃຫ້ນໍາໃຊ້ເຮືອໄປທໍາການຜະລິດ ແລະ ຫາປາຕາມລໍາແມ່ນໍ້າຂອງ ໃນໄລຍະແຕ່ 6:00-18:00 ໂມງ ໂດຍມີການບັນທຶກການເຂົ້າ-ອອກ ຂອງເຮືອແຕ່ລະລຳ ຢ່າງລະອຽດ, ໃຫ້ອົງການປົກຄອງເມືອງ ສົມທົບກັບກໍາລັງ ປກຊ-ປກສ ແລະ ອົງການປົກຄອງບ້ານ ເພື່ອຄຸ້ມຄອງຢ່າງເຂັ້ມງວດ; ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ເພື່ອດຳເນີນກິດຈະການໄດ້ ໂດຍພະນັກງານ, ກຳມະກອນ ຕ້ອງໄດ້ຮັບວັກຊີນ ຄົບໂດດ ແລະ ບໍ່ມາຈາກພື້ນທີ່ ທີ່ມີການຕິດເຊື້ອ (ເຂດບ້ານແດງ) ພ້ອມທັງ ປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ; ສໍາລັບ ໂຮງງານໃດທີ່ມີເງື່ອນໄຂ ກໍໃຫ້ຈັດສັນທີ່ພັກອາໃສກັບທີ່ໃຫ້ ແຮງງານຂອງຕົນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດ ແລະ ແຜ່ເຊື້ອ; ອະນຸຍາດໃຫ້ສໍານັກງານ, ອົງການທັງພາກລັດ ແລະ ເອກະຊົນ ຢູ່ນະຄອນຫຼວງວຽງຈັນ ຄົ້ນຄວ້າການປະຈໍາການ ໃຫ້ພະນັກງານຂອງຕົນ ບົນພື້ນຖານຮັບປະກັນໃນການປ້ອງກັນການຕິດເຊື້ອ ແລະ ແພ່ເຊື້ອພະຍາດ ເປັນຕົ້ນ: ຜູ້ທີ່ໄດ້ຮັບວັກຊິນຄົບໂດດ, ວັດແທກອຸນຫະພູມ, ຮັກສາໄລຍະຫ່າງ, ໃສ່ອັດປາກ – ດັ່ງ, ລ້າງມືດ້ວຍນໍ້າສະອາດໃສ່ສະພູ ຫຼື ນ້ຳຢາຂ້າເຊື້ອ.

ສະເພາະບ້ານທີ່ມີການແຜ່ເຊື້ອໃນຊຸມຊົນ (ເຂດບ້ານແດງ) ແມ່ນໃຫ້ປິດການສັນຈອນ ແລະ ຫ້າມບຸກຄົນ ເຂົ້າ-ອອກ ເຂດບ້ານແດງ ພາຍໃນ 14 ວັນ ນັບແຕ່ກວດພົບຜູ້ຕິດເຊື້ອພະຍາດ ຢ່າງເດັດຂາດ, ຜູ້ທີ່ລະເມີດຈະຖືກນໍາຕົວໄປຈຳກັດບໍລິເວນຢູ່ສູນ ຫຼື ໂຮງແຮມຈຳກັດບໍລິເວນຂອງນະຄອນຫຼວງວຽງຈັນ ຕາມລະບຽບການທາງການແພດ ແລະ ໃຫ້ຮັບຜິດຊອບຄ່າໃຊ້ຈ່າຍທີ່ເກີດຂຶ້ນດ້ວຍຕົນເອງທັງໝົດ, ຍົກເວັ້ນເຈົ້າໜ້າທີ່ ແລະ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດເມືອງ-ບ້ານ; ຫ້າມຄົນ ເຂົ້າ-ອອກ ໂດຍໃຫ້ຈັດຕັ້ງການປ້ອງກັນເວນຍາມ ແລະ ຕັ້ງຈຸດກວດກາ ເພື່ອຄວບຄຸມ ເຂດບ້ານແດງ ຕະຫຼອດ 24 ຊົ່ວໂມງ ພາຍໃນ 14 ວັນ ຢ່າງເຂັ້ມງວດ; ພ້ອມກັນນັ້ນ, ກໍໃຫ້ອໍານວຍຊ່ວຍເຫຼືອ ເພື່ອບໍລິການຈັດຊື້ສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ຄອບຄົວທີ່ມີຄວາມຫຍຸ້ງຍາກ ຢູ່ເຂດບ້ານແດງ; ຫ້າມຈັດກອງປະຊຸມ, ຝຶກອົບຮົມ, ງານບຸນປະເພນີ ແລະ ກິດຈະກໍາອື່ນໆ ຢ່າງເດັດຂາດ; ປິດຮ້ານຂາຍຍົກ-ຂາຍຍ່ອຍ, ສູນການຄ້າ, ຮ້ານຊຸບເປີມາເກັດ, ຮ້ານມິນິມາ, ຕະຫຼາດ, ຮ້ານອາຫານ, ຮ້ານກາເຟ, ຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ເຂດບ້ານແດງ; ຫ້າມໄປເຄື່ອນໄຫວອອກກຳລັງກາຍ ຕາມສວນສາທາລະນະາງໆ ລວມທັງຫຼິ້ນກິລາກ໋ອບ ໃນເຂດບ້ານແດງ; ປິດໂຮງຈັກ-ໂຮງງານ ໃນເຂດບ້ານແດງ, ຍົກເວັ້ນໂຮງງານທີ່ມີທີ່ພັກ, ມີລົດຮັບສົ່ງກຳມະກອນສະເພາະ ແລະ ຮັບປະກັນ ໃນການປະຕິບັດມາດຕະການທາງການແພດ ຢ່າງເຂັ້ມງວດ; ນໍາເອົາຜູ້ຕິດເຊື້ອໄປປີ່ນປົວ ແລະ ນໍາເອົາຜູ້ສໍາຜັດໃກ້ຊິດມາກວດຫາເຊື້ອ ແລະ ຈຳກັດບໍລິເວນໂດຍໄວ; ອະນາໄມພົ່ນຢາຂ້າເຊື້ອ ຕາມສະຖານທີ່ເຮັດວຽກ ແລະ ທີ່ພັກອາໃສຂອງຜູ້ຕິດເຊື້ອ; ດຳເນີນການໃຫ້ວັກຊີນເຄື່ອນທີ່ ແກ່ບຸກຄົນ ທີ່ຍັງບໍ່ທັນໄດ້ຮັບວັກຊີນ; ໂຄສະນາປະຊາສໍາພັນ, ໃຫ້ຂໍ້ມູນຂ່າວສານ ແລະ ຄຳແນະນຳ ກ່ຽວກັບການປະຕິບັດມາດຕະການຕ່າງ ສະເພາະກິດວາງອອກຢ່າງທົ່ວເຖິງ.

ສໍາລັບມາດຕະການປ້ອງກັນຕົນເອງ ທຸກຄົນຕ້ອງຫຼຸດຜ່ອນການພົບປະທາງສັງຄົມ ຫຼື ຫຼີກລ່ຽງໄປບ່ອນທີ່ມີຄົນຈໍານວນຫຼາຍ, ໃນກໍລະນີຈຳເປັນຕ້ອງອອກເຮືອນ ແມ່ນໃຫ້ປ້ອງກັນຕົນເອງດ້ວຍການໃສ່ຜ້າອັດປາກ-ດັ່ງ ທຸກຄັ້ງ, ຮັກສາໄລຍະຫ່າງກັບຄົນອື່ນໃຫ້ໄດ້ 1 ແມັດຂຶ້ນໄປ ແລະ ລ້າງມືດ້ວຍນໍ້ສະອາດໃສ່ສະບູ ຫຼື ນ້ໍາຢາຂ້າເຊື້ອ ຕະຫຼອດເວລາ; ບຸກຄົນໃນເກນອາຍຸ 18 ປີຂຶ້ນໄປ ໃຫ້ຮັບວັກຊີນຢູ່ຕາມສະຖານທີ່ ບໍລິການໃຫ້ວັກຊີນ ທີ່ຄະນະເພາະກິດໄດ້ກຳນົດໄວ້; ຍົກສູງສະຕິເປັນເຈົ້າການຕົນເອງໃນການປະຕິບັດມາດຕະການຕ່າງໆ, ທັງເປັນເຈົ້າການຕິດຕາມ ແລະ ລາຍງານກໍລະນີພົບເຫັນ ການລະເມີດລະບຽບການ ຫຼື ລະເມີດມາດຕະການຕ່າງໆ ໃຫ້ແກ່ຄະນະສະເພາະກິດລົງກວດກາ ແລະ ແກ້ໄຂບັນຫາຢ່າງທັນການ ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດແຜ່ລະບາດເປັນວົງກວ້າງຢູ່ນະຄອນຫຼວງວຽງຈັນ.