ຫ້ອງຕຳຫຼວດ ປກສ ແຂວງເຊກອງ ໄດ້ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ ຈຳນວນ 7 ຄົນ ໃນວັນທີ 24 ສິງຫາ ທີ່ຜ່ານມາ, ມີ ພັທ ສຸລິສັກ ຄຳພາຊີງອາຢິງ ຫົວໜ້າພະແນກກວດກາ, ຄວບ ຄຸມຢາເສບຕິດ, ພ້ອມດ້ວຍບັນດາຄະນະພັກ-ຄະນະບັນຊາ ພາກສ່ວນກ່ຽວຂ້ອງ ແລະ ອຳ ນາດການປົກຄອງບ້ານ-ນາຍບ້ານ, ພໍ່ແມ່ຜູ້ປົກ ຄອງ ແລະ ຜູ້ຖືກສຶກສາອົບຮົມ ເຂົ້າຮ່ວມ.


ພັທ ສຸລິສັກ ຄຳພາຊີງອາຢິງ ໄດ້ຍົກໃຫ້ ເຫັນບັນດາກົດລະບຽບ, ກົດໝາຍຢາເສບຕິດບາງມາດຕາ ແລະ ບັນຫາຢາເສບຕິດພາຍໃນ ແຂວງເຊກອງ, ເຊິ່ງໄດ້ແພ່ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດໃນຫຼາຍລະດັບທີ່ແຕກຕ່າງກັນ, ເຊິ່ງເປັນໜຶ່ງໃນສາເຫດທີ່ກໍ່ໃຫ້ ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາ ກຳປະເພດຕ່າງໆ, ໃນແຕ່ລະປີຕົວເລກການກະທຳຜິດເພີ່ມຂຶ້ນ, ການເຄື່ອນໄຫວມີການຈັດຕັ້ງເປັນເຄືອຂ່າຍເປັນກຸ່ມແກ້ງອິດທິພົນໃນລະດັບທີ່ແຕກຕ່າງກັນ, ເມື່ອມີຜູ້ຕິດຢາຫຼາຍເທົ່າໃດສັງຄົມຍິ່ງມີຄວາມວຸ້ນວາຍ ເພາະຜູ້ຕິດຢາເສບຕິດຈະມີການກະທຳເຊັ່ນ: ຂີ້ລັກ-ງັດແງະ, ປຸ້ນຈີ້ຊິງຊັບ, ຂ້າເຈົ້າເອົາຂອງກໍ່ອະລະວາດຕີກັນ, ຂີ່ລົດກວນເມືອງກາຍເປັນນັກເລງອັນຕະພານ ໂດຍບໍ່ເຄົາບົບລະບຽບກົດໝາຍຂອງບ້ານເມືອງພາໃຫ້ເກີດບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ.

ດັ່ງນັ້ນ, ເຈົ້າໜ້າທີ່ພະແນກກວດກາ, ຄວບຄຸມຢາເສບຕິດ ຈຶ່ງໄດ້ນໍາພວກກ່ຽວມາສຶກສາອົບຮົມ ເພື່ອໃຫ້ເຂົ້າເຈົ້າມີຄວາມເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຂອງຕົນເອງ, ຢຸດເຊົາມົ້ວສຸມສິ່ງເສບຕິດທຸກປະເພດ ( ຢາບ້າ, ສານລະເຫີຍທຸກປະເພດ ) ມີສະຕິເຄົາລົບປະຕິບັດລະບຽບ, ກົດໝາຍ ແລະ ປ່ຽ ແປງຕົນເອງໃຫ້ເປັນພົນລະເມືອງດີຂອງສັງຄົມ.

ຈາກນັ້ນ, ເຈົ້າໜ້າຕຳຫຼວດກໍໄດ້ເຮັດບົດບັນທຶກສຶກສາອົບຮົມໃຫ້ພວກກ່ຽວທັງ 7 ຄົນ, ເພື່ອ ເປັນຫຼັກຖານ ແລະ ສົ່ງມອບໃຫ້ອຳນາດການປົກຄອງບ້ານ, ພໍ່-ແມ່ຜູ້ປົກຄອງນຳຕົວພວກກ่ຽວໄປຕິດຕາມ ແລະ ສຶກສາອົບຮົມຕໍ່ໄປ ເພື່ອບໍ່ໃຫ້ໄປກະທຳຜິດຊໍ້າອີກ.