ກອງປະຊຸມຄົບຄະນະບໍລິຫານງານພັກເມືອງທົ່ງມີໄຊ ຄັ້ງທີ 6 ສະໄໝທີ IV ໄດ້ປິດລົງໃນທ້າຍອາທິດຜ່ານມາ, ພາຍຫຼັງດໍາເນີນເປັນເວລາ 2 ວັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມ ພອນ ໄຊດວງຕາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເຈົ້າ ເມືອງທົ່ງມີໄຊ; ມີບັນດາຄະນະປະຈຳ ພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການອົງການກົມກອງອອ້ມຂ້າງເມືອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 8 ເດືອນຕົ້ນປີ ແລະ ທິດ ທາງແຜນການ 4 ເດືອນທ້າຍປີ 2021; ໂດຍໄດ້ປະຕິບັດໄປຕາມ 6 ເປົ້າໝາຍ ຂອງການພັດທະນາ ແລະ ໄດ້ຜັນຂະ ຫຍາຍເປັນແຜນຢ່າງລະອຽດ, ການລົງ ທຶນຂອງລັດ ປະຈຳປີ 2021 ໄດ້ຮັບ ແຈ້ງອະນຸມັດຈາກຂັ້ນເທິງ 10 ໂຄງ ການມູນຄ່າລວມ 60,71 ຕື້; ພ້ອມນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນເພື່ອລົງເລີກວິເຄາະ, ວິໄຈບັນຫາຄົງຄ້າງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າພ້ອມທັງຕີລາຄາຄືນຜົນສຳເລັດການຈັດຕັ້ງປະຕິບັດ ວຽກງານໃນແຕ່ລະຂົງເຂດເພື່ອຊອກ ໃຫ້ເຫັນໄດ້ດ້ານດີ, ດ້ານຕັ້ງໜ້າເພື່ອຊຸກ ຍູ້ສົ່ງເສີມ, ຊອກໃຫ້ເຫັນໄດ້ດ້ານອອ່ນ, ຂໍ້ຄົງຄ້າງເພື່ອພ້ອມກັນຊອກຫາວິທີທາງແກ້ໄຂໃນຕໍ່ໜ້າ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເນື້ອໃນມະຕິກອງປະຊຸມຄົບຄະນະສະໄໝສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາ ພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິ ວັດລາວ ສະໄໝທີ XI, ບົດແນະນໍາຂອງ ຄະນະກວດກາສູນກາງພັກ ວ່າດ້ວຍການ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝ ທີ XI ກ່ຽວກັບການຕິດຕາມ, ກວດກາ ຂອງພັກ, ຄະນະກວດກາພັກ ແລະ ຄະ ນະວິໄນຂອງພັກແຕ່ລະຂັ້ນ.

ນອກນັ້ນ, ໃນຕອນທ້າຍກອງປະ ຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ ທິດຊີ້ນຳຂອງ ສະຫາຍ ສົມພອນ ໄຊ ດວງຕາ ກຳມະການພັກແຂວງ ເລຂາຄະ ນະບໍລິຫານງານພັກເມືອງ ເຈົ້າເມືອງ ທົ່ງມີໄຊ.