ຄະນະສານອາຍາ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ພິຈາລະນາຕັດສິນລົງໂທດຈຳຄຸກ 5 ປີ ປັບໃໝ 10 ລ້ານກີບ ຈຳເລີຍ ຊື່ ທ້າວ ອຸດຸນ ຫຼື ດຸນ, ອາຍຸ 43 ປີ ກໍາມະກອນ. ປັດຈຸ ບັນ, ຢູ່ບ້ານນາຄວາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ພາຍຫຼັງທີ່ຜູ້ກ່ຽວເສບ ແລະ ຂາຍຢາເສບຕິດໃນຂໍ້ຫາການຄ້າຂາຍຢາເສບຕິດ (ຢາບ້າ) ໃນວັນທີ 31 ມີນາ 2021 ຜ່ານມາ.

ທ້າວ ອຸດຸນ ເລີ່ມເສບຢາບ້າແຕ່ປີ 2010 ເປັນຕົ້ນມາ ຢາບ້າທີ່ເອົາມາເສບແມ່ນຊື້ນໍາໄວລຸ້ນ ທົ່ວໄປ ຄັ້ງລະ 1 ເມັດ, ມາຮອດເດືອນ 12 ປີ 2018, ທ້າວ ອຸດຸນ ເລີ່ມຄ້າຂາຍຢາບ້ານໍາ ທ້າວ ໄຂ ແລະ ນາງ ໜຸຍ (ຜົວ-ເມຍ) ຢູ່ບ້ານນາຄວາຍ ເມືອງໄຊເຊດຖາ ຄັ້ງລະ 10-100 ເມັດ ເພື່ອເອົາໄປຂາຍຕໍ່ ແລະ ຂາຍໃຫ້ ທ້າວ ຄໍາວີ ຈໍານວນ 100 ເມັດ. ວັນທີ 30 ເມສາ 2019, ເວລາປະມານ 17 ໂມງ, ທ້າວ ອຸດຸນ ໄດ້ຊື້ຢາບ້ານໍາ ທ້າວ ໄຂ ຕື່ມອີກຈໍານວນ 100 ເມັດ ເອົາໄປຂາຍໃຫ້ ທ້າວ ຄໍາວີ ຈໍານວນ 50 ເມັດ, ຮອດເວລາປະມານ 17:40 ໂມງ ຂອງວັນດຽວກັນ ຈຶ່ງຖືກເຈົ້າໜ້າ ທີ່ຕໍາຫຼວດຈັບຕົວພ້ອມກາງຢາບ້າ ຈໍານວນ 50 ເມັດ.

ສານໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ທ້າວ ອຸດຸນ (ຈໍາເລີຍ) ເປັນການກະທໍາຜິດທາງອາຍາໃນຂໍ້ຫາ ການຄ້າຂາຍຢາເສບຕິດ (ຢາບ້າ), ເຊິ່ງແຕະຕ້ອງເຖິງເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີ ຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມທີ່ກໍານົດໄວ້ໃນປະ ມວນກົດໝາຍອາຍາ ມາດຕາ 315.

ການກະທໍາດັ່ງກ່າວ, ຈໍາເລີຍ ກໍໃຫ້ການຮັບສາລະພາບວ່າ ຢາບ້າຈໍານວນ 50 ເມັດ ແມ່ນຂອງ ຈໍາເລີຍແທ້ຕາມບົດບັນທຶກຄໍາໃຫ້ການຮັບສາລະພາບ ສະບັບລົງ ວັນທີ 15 ພຶດສະພາ 2019, ຜ່ານການກວດພິສູດວິໄຈແລ້ວ ຢາບ້າຈໍານວນດັ່ງກ່າວແມ່ນບັນຈຸສານເສບຕິດແທ້. ຕາມໃບຢັ້ງຢືນຜົນການກວດພິສູດວິໄຈຂອງສູນວິໄຈອາຫານ ແລະ ຢາ ສະບັບເລກທີ 0269-19/ສອຍ, ລົງວັນທີ 5 ສິງຫາ 2018. ສ່ວນຢາບ້າທີ່ຈຳນວນທັງໝົດນັ້ນ ເຈົ້າໜ້າທີ່ໄດ້ນຳໄປທໍາລາຍຖິ້ມຕາມລະບຽບການ.

ການກະທໍາຂອງ ທ້າວ ອຸດຸນ (ຈໍາເລີຍ) ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍ ມີຄວາມຕັ້ງໃຈຊື້ຢາບ້າ ເພື່ອຂາຍເອົາກໍາໄລ, ເຊິ່ງຮູ້ວ່າ ເປັນການກະທໍາຜິດຕໍ່ກົດໝາຍ ແລະ ຈໍາເລີຍເປັນບຸກຄົນທີ່ມີ ສະຕິສໍາປະຊັນຍະສົມບູນດີ ແລະ ມີກະສຽນອາຍຸທາງອາຍາແລ້ວ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ສານຈຶ່ງຕັດສິນລົງໂທດ ທ້າວ ອຸດຸນ ຈຳຄຸກ 5 ປີ ປັບໃໝ 10 ລ້ານກີບ.

ສ່ວນ ທ້າວ ໄຂ ແລະ ນາງ ໝຸຍ ທີ່ຈຳເລີຍ ຊັດທອດຫານັ້ນ. ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດກຳລັງຕິດຕາມນຳຕົວພວກກ່ຽວມາດຳເນີນຄະດີ.