ປັດຈຸບັນ, ບັນຫາລັກລອບນໍາເຂົ້າ ສິນຄ້າທີ່ບໍ່ຖືກຕ້ອງຈາກຕ່າງປະເທດ ໂດຍສະເພາະແມ່ນ: ເຄື່ອງອຸປະໂພກ-ບໍລິໂພກ ປະເພດພືດຜັກ, ໝາກໄມ້, ເຄື່ອງດື່ມ ແລະ ເຄື່ອງໃຊ້ສອຍ ແມ່ນຍັງ ມີໃຫ້ເຫັນກັນເປັນປະຈໍາຢູ່ບັນດາດ່ານຕ່າງໆ ແລະ ບັນດາບ້ານທີ່ມີຊາຍແດນຕິດຈອດກັບບັນດາປະເພດໄກ້ຄຽງ; ເຊິ່ງບັນຫາດັ່ງກ່າວນີ້ ສົ່ງຜົນເຮັດໃຫ້ກຸ່ມຜູ້ຜະລິດສິນຄ້າແບບດຽວ ກັນທີ່ສາມາດຜະລິດໄດ້ຢູ່ພາຍໃນປະເທດໄດ້ຮັບຜົນກະທົບ ແລະ ຍັງສົ່ງຜົນກະທົບໂດຍກົງຕໍ່ການເກັບພາສີຈາກການນໍາເຂົ້າຕື່ມອີກ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ສະພາແຫ່ງຊາດ ຊຸດທີ IX ທີ່ຫາກໍສໍາເລັດໄປໃນເມື່ອບໍ່ດົນມານີ້ ກ່ຽວກັບການນໍາໃຊ້ມາດຕະການ ເພື່ອຕ້ານ ແລະ ລັກລອບນໍາເຂົ້າສິນຄ້າທີ່ຜະລິດໄດ້ຢູ່ພາຍໃນ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ພ້ອມທັງເປັນການປົກປ້ອງຜູ້ຜະລິດພາຍໃນວ່າ: ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ເຮັດໜ້າທີ່ ໃນການສົ່ງເສີມການຜະລິດ ແລະ ຕ້ານ ການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ໄດ້ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຈຸງານ ເພື່ອເຮັດໜ້າທີ່ເຄື່ອນໄຫວຕິດຕາມ, ກວດກາການລັກລອບນໍາເຂົ້າສິນຄ້າອຸປະໂພກ, ບໍລິໂພກ ປະເພດສະບຽງອາຫານ ແລະ ພືດຜັກ; ພ້ອມທັງລົງເຄື່ອນໄຫວຕິດຕາມກວດກາການລັກລອບນໍາເຂົ້າສິນຄ້າດັ່ງກ່າວຢູ່ຕາມດ່ານຕ່າງໆ ແລະ ຕາມຈຸດລຽບແມ່ນໍ້າຂອງ ເປັນຕົ້ນແມ່ນ: ດ່ານຂົວມິດຕະພາບສາ ກົນລາວ-ໄທ 1, ດ່ານທ້ອງຖິ່ນທ່າເດື່ອ, ເກົ້າລ້ຽວ, ບ້ານວັງ ແຂວງວຽງຈັນ ສາມາດຕ້ານສະກັດກັ້ນ ແລະ ຢຶດສິນຄ້າປະເພດພືດຜັກທີ່ລັກລອບນໍາເຂົ້າ ແລະ ມີສານເຄມີເຈືອປົນເກີນມາດຕະຖານກໍານົດ (ສານປົນເປື້ອນ) ໄດ້ຈໍານວນຫຼວງຫຼາຍ ແລະ ເພື່ອເປັນການສ້າງສິ່ງອໍານວຍຄວາມ ສະດວກໃຫ້ເຈົ້າໜ້າທີ່ປະຈໍາດ່ານ ແລະ ຜູ້ປະກອບການໃນການນໍາເຂົ້າສິນຄ້າ, ກະຊວງ (ອຄ) ພາຍໃຕ້ຄະນະສະເພາະກິດ ດັ່ງກ່າວໄດ້ສໍາເລັດການສັງລວມບັນດາກົດໝາຍ ແລະ ລະບຽບການທີ່ຕິດພັນກັບການນໍາເຂົ້າສິນຄ້າທີ່ເປັນເປົ້າໝາຍ ສົ່ງເສີມການຜະລິດພາຍໃນຂອງບັນດາຂະແໜງການລວມທັງຂະແໜງອຸດສາຫະກໍາ ແລະ ການຄ້າ (ການເກືອດຫ້າມ ແລະ ຂໍອະນຸຍາດນໍາເຂົ້າ ແລະ ການປົກ ປ້ອງຜູ້ຊົມໃຊ້), ຂະແໜງກະສິກໍາ ແລະ ປ່າໄມ້ (ມາດຕະການສຸຂານາໄມ ແລະ ສຸ ຂານາໄມພືດ (SPS) ຕໍ່ການນໍາເຂົ້າພືດ ແລະ ສັດ), ຂະແໜງສາທາລະນະສຸກ (ມາດຕະການ SPS ແລະ ການຕິດສະ ຫຼາກອາຫານ ແລະ ເຄື່ອງດື່ມ) ແລະ ຂະແໜງການເງິນ (ຂັ້ນຕອນແຈ້ງເສຍພາສີ-ອາກອນ ແລະ ການກວດກາແຫຼ່ງກໍາເນີດສິນຄ້າ).

ນອກຈາກນີ້, ກົມການຄ້າພາຍໃນ ຍັງໄດ້ສ້າງຕັ້ງອົງການກວດກາການຄ້າຂຶ້ນ ກັບກົມການຄ້າພາຍໃນ ຢູ່ທ້ອງຖິ່ນຂຶ້ນ ກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງ ເພື່ອເຮັດໜ້າທີ່ຕິດຕາມກວດກາສິນຄ້ານອກລະບົບ, ການດໍາເນີນທຸລະກິດທີ່ບໍ່ມີໃບທະບຽນ, ບໍ່ຖືກກັບວັດຖຸປະສົງ ແລະ ກວດກາດ້ານລາຄາສິນຄ້າ, ສິນຄ້າໝົດອາຍຸ, ບໍ່ໄດ້ຄຸນນະພາບ, ປອມແປງ, ຮຽນ ແບບ ນີ້ກໍເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ພ້ອມທັງເປັນການປົກປ້ອງຜູ້ຜະລິດພາຍໃນ.

ໃນ 3 ປີຜ່ານມາ (2018-2020), ອົງການປະຕິບັດວຽກງານກວດກາການຄ້າໃນຂອບເຂດທົ່ວປະເທດ ລວມທັງ ສູນກາງ ແລະ ທ້ອງຖິ່ນໄດ້ເຄື່ອນໄຫວ ຕິດຕາມກວດກາການລະເມີດລະບຽບ ການຄຸ້ມຄອງການຄ້າ, ການຄ້າສິນຄ້າ ນອກລະບົບ ແລະ ການດໍາເນີນທຸລະ ກິດທີ່ບໍ່ມີທະບຽນວິສາຫະກິດໄດ້ທັງ ໝົດ 3.454 ກໍລະນີ; ໃນນີ້, ແກ້ໄຂແລ້ວ 3.400 ກໍລະນີ, ຍັງຄ້າງ 54 ກໍລະນີ; ນອກນີ້, ຍັງໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຕ້ານ ແລະ ສະກັດກັ້ນການຄ້າ-ຂາຍນອກລະບົບ, ເຊິ່ງສາມາດກັກ, ຢຶດບາງປະເພດສິນຄ້າອຸປະໂພກ ແລະ ບໍລິໂພກໄດ້ຈໍານວນໜຶ່ງ ເປັນຕົ້ນແມ່ນສິນຄ້າບໍລິໂພກທີ່ໝົດອາຍຸການນໍາໃຊ້, ສິນຄ້າເສື່ອມຄຸນນະພາບ ແລະ ສິນຄ້າປອມແປງ.

ຢ່າງໃດກໍຕາມ, ເພື່ອອັດຊ່ອງຫວ່າງໃນການລັກລອບນໍາເຂົ້າສິນຄ້າອຸປະໂພກ, ບໍລິໂພກຈາກຕ່າງປະເທດທີ່ປະເທດເຮົາສາມາດຜະລິດໄດ້ເອງ ບັນດາພາກສ່ວນກ່ຽວຂ້ອງຕ້ອງເຂັ້ມງວດກວດກາການນຳເຂົ້າສິນຄ້າຢູ່ຕາມດ່ານສາກົນ ແລະ ດ່ານປະເພນີຕ່າງໆຢ່າງເນື່ອງນິດລຽນຕິດ ເພື່ອບໍ່ໃຫ້ຜູ້ຂົນສົ່ງ ຫຼື ພໍ່ຄ້າ ຄົນກາງສວຍໂອກາດລັກລອບນໍາເຂົ້າໄດ້ ແລະ ທີ່ສຳຄັນພະນັກ ງານທີ່ເຮັດວຽກກວດກາການນຳເຂົ້າສິນຄ້າກໍບໍ່ຄວນຮັບສິນບົນຈາກພໍ່ຄ້າຄົນກາງ ເພາະຜ່ານມາຍັງມີບາງສະຫາຍຮັບສິນບົນຈາກຜູ້ລັກລອບນໍາເຂົ້າ; ນອກນີ້, ພາກສ່ວນທີ່ກ່ຽວຂ້ອງຕ້ອງເຂັ້ມງວດກວດກາການລັກລອບນໍາເຂົ້າສິນຄ້າຢູ່ຕາມປ່ອງຂ້າມລອຍ ແລະ ຢູ່ຕາມບ້ານທີ່ມີຊາຍແດນຕິດຈອດກັບບັນດາປະເທດອ້ອມຂ້າງ ເມື່ອພົບເຫັນການລັກລອບນໍາເຂົ້າຕ້ອງໃຊ້ມາດຕະການເດັດຂາດຕໍ່ຜູ້ລະເມີດນັ້ນ ເພື່ເປັນການສະກັດກັ້ນ ແລະ ແກ້ໄຂບັນຫາສິນຄ້າ ນໍາເຂົ້າບໍ່ຖືກຕ້ອງໃຫ້ເຂົ້າສູ່ລະບົບຄຸ້ມຄອງຂອງລັດ ສາມາດເກັບພາສີເຂົ້າງົບປະມານຂອງລັດໄດ້ເຕັມເມັດເຕັມໜ່ວຍ.