ໃນວັນທີ 2 ກັນຍາ 2021, ເວລາປະມານ 24:15 ໂມງ, ເຈົ້າໜ້າທີ່ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ທາດຫຼວງ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມຂອບເຂດຄວາມຮັບຜິດຊອບ; ໃນນັ້ນ, ພົບເຫັນຮ້ານຂາຍເຂົ້າປຽກທີ່ລະເມີດຄໍາສັ່ງ ເລກທີ 15/ນຍ ໂດຍການເປີດໃຫ້ບໍລິການກາຍໂມງທີ່ກໍານົດ ຈໍານວນ 4 ຮ້ານ ຄື: ຮ້ານ ນາງ ຄໍາເພັງ, ຮ້ານ ນາງ ຂັນແກ້ວ, ຮ້ານ ນາງ ໄມວົງ ແລະ ຮ້ານ ທ້າວ ແກ້ວຕາ; ດັ່ງນັ້ນ, ຈຶ່ງໄດ້ລົງບົດບັນທຶກການເຄື່ອນໄຫວ ແລະ ສຶກສາອົບຮົມກ່າວເຕືອນເຈົ້າຂອງຮ້ານດັ່ງກ່າວ.

ນອກນັ້ນ, ໃນເວລາປະມານ 1:30 ໂມງ ຂອງວັນທີ 3 ກັນຍາ 2021, ເຈົ້າໜ້າທີ່ສະຖານີ ຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ທາດຫຼວງ ນະຄອນຫຼວງວຽງຈັນ ຍັງໄດ້ສົມທົບກັບ ປກສ ກຸ່ມຈອມມະນີ ແລະ ປກຊ-ປກສ ບ້ານໂພນພະເນົາ ເມືອງໄຊເສດຖາ ເຂົ້າກວດກາພ້ອມ ທັງນໍາຕົວກຸ່ມໄວລຸ້ນທີ່ຕັ້ງວົງດື່ມສິ່ງມຶນເມົາຢູ່ຫ້ອງແຖວເຂດບ້ານໂພນພະເນົາ ຂຶ້ນມາຫ້ອງການບ້ານໂພນພະເນົາ ເພື່ອມອບໃຫ້ ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານສຶກສາອົບຮົມ ກ່າວເຕືອນ ແລະ ນໍາໃຊ້ມາດຕະການຕາມຄໍາສັ່ງ ແລະ ແຈ້ງການຂອງຄະນະສະເພາະກິດກໍານົດໄວ້.

ເພື່ອເປັນການປ້ອງກັນສະກັດກັ້ນ, ຄວບຄຸມ ແລະ ຕ້ານການແພ່ລະບາດຂອງພະຍາດໂຄ ວິດ-19 ບໍ່ໃຫ້ສືບຕໍ່ແພ່ລະບາດອອກໄປສູ່ວົງກວ້າງ. ເຈົ້າໜ້າທີ່ ຈຶ່ງໄດ້ຮຽກຮ້ອງເຖິງບຸກຄົນ, ນິຕິບຸກຄົນ, ຊາວຄ້າຂາຍທຸກພາກສ່ວນ ໂດຍສະເພາະກໍຄືບັນດາຮ້ານອາຫານ, ຜູ້ປະກອບການ ແລະ ທຸກຄົນໃນທົ່ວສັງຄົມໃຫ້ຮ່ວມແຮງຮ່ວມໃຈ ພ້ອມທັງເປັນເຈົ້າການເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ຫຼີກລ່ຽງການໄປ-ມາຫາສູ່ກັນແບບເປັນກຸ່ມເປັນກ້ອນ ແລະ ຢຸດການຊຸມແຊວ-ສ້າງສັນກັນທຸກປະເພດ.