ອາທິດຜ່ານມາ (30 ສິງຫາ-5 ກັນຍາ 2021), ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 16 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 21 ຄົນ ແລະ ເສຍຊີວິດ 2 ຄົນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນ 7 ວັນຜ່ານມາ, ຢູ່ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 16 ຄັ້ງ, ພາຫະນະເປ່ເພທັງໝົດ 31 ຄັນ; ໃນນີ້, ເປ່ເພເລັກໜ້ອຍ 13 ຄັນ ແລະ ສົມຄວນ 18 ຄັນ; ຄົນໄດ້ຮັບບາດເຈັບ ທັງໝົດ 21 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 7 ຄົນ, ສົມຄວນ 10 ຄົນ, ສາຫັດ 4 ຄົນ ແລະ ເສຍຊີວິດ 2 ຄົນ, ລວມມູນຄ່າເສຍຫາຍຄິດເປັນ ເງິນ 252.000.000 ກີບ.

ສຳລັບອຸບັດຕິເຫດທີ່ມີຜູ້ເສຍຊີວິດເກີດຂຶ້ນໃນເວລາ 11:15 ໂມງ ຂອງວັນທີ 30 ສິງຫາ 2021, ເກີດເຫດລົດບັນທຸກ 10 ລໍ້ (ລົດດ້າມ) ຕໍາທ້າຍລົດຈັກຢູ່ເສັ້ນທາງເລກທີ 13 ເໝືອ ບໍລິເວນໄຟອຳນາດໜອງໜ້ຽວ ຢຽບເອົາຜູ້ຊ້ອນທ້າຍລົດຈັກແລ້ວລາກເອົາລົດຈັກໄປໄກ 10 ກວ່າແມັດ ກ່ອນຢຸດລົດໄດ້ ສົ່ງຜົນເຮັດໃຫ້ ທ້າວ ຄໍາເພົ້າ ອາຍຸ 70 ປີ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ຊ້ອນທ້າຍເສຍຊີວິດຄາທີ່, ສ່ວນຜູ້ຂັບຂີ່ລົດຈັກບາດເຈັບສົມຄວນ.

ອີກເຫດການໜຶ່ງແມ່ນລົດຍົນຕໍາຄົນຍ່າງເສຍຊີວິດຄາທີ່ ເຫດດັ່ງກ່າວເກີດຂຶ້ນໃນວັນທີ 31 ສິງຫາ 2021, ເວລາ 18:20 ໂມງ ກ່ອນເກີດເຫດ ທ້າວ ສົດດີ ອາຍຸ 35 ປີ ຢູ່ບ້ານດອນສ້າງໃຜ່ ເມືອງປາກງື່ມ ນວ ຂັບຂີ່ລົດໄປຕາມເສັ້ນທາງເລກທີ 13 ໃຕ້. ພໍຮອດຈຸດເກີດເຫດເຂດບ້ານໂຄກສາ ເມືອງປາກງື່ມ ໄດ້ຕໍາເອົາ ທ້າວ ໂມເຈັງ ອາຍຸ 4 ປີ ຢູ່ບ້ານໂພນ ຂາມເມືອງປາກງື່ມ ທີ່ຍ່າງຢູ່ແຄມທາງເສຍຊີວິດຄາທີ່.