ວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ ມອບເຄື່ອງກິລາ ແລະ ອວຍພອນ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ

0
785

ວັນທີ 8 ກັນຍາ 2021,ວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ, ທ່ານ ສີວຽງແກ້ວ ທຳມະວົງ ແລະ ທ່ານພູມປັນຍາ ໄຊຊະນະ ໄດ້ນຳເອົາເສື້ອກິລາ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ພັອ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ພ້ອມດ້ວຍຄະນະ.

ທ່ານ ສີວຽງແກ້ວ ທຳມະວົງ ກ່າວວ່າ: ການມອບເສື້ອກິລາ ແລະ ກະຕ່າຂອງຂວັນໃນຄັ້ງນີ້ ເພື່ອເປັນການຊຸກຍູ້ ແລະ ໃຫ້ກຳລັງໃຈພະນັກ ງານ-ນັກຮົບ ຂອງຄະນະຊາວໜຸ່ມກະຊວງ ປກສ ທີ່ພວມປະຕິບັດໜ້າທີ່ຢາງເຂັ້ມງວດ ໃນການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງລະນຶກເຖິງບຸນຄຸນຜົນງານການນຳພາຂອງຊາວໜຸ່ມກະຊວງ ປກສ.

ກໍຄື ການນຳພາຂອງ ພັອ ບຸນຈັນ ອິນພົມມາ ທີ່ໄດ້ສ້າງຜົນງານອັນມີກຽດສະຫງ່າໃຫ້ແກ່ຊາວໜຸ່ມ ປກສ ໃນໄລຍະຜ່ານມາ ເຊິ່ງສາມາດນຳ ພານັກກິລາ ກະຊວງ ປກສ ຍາດໄດ້ຂັນຊະນະເລີດຂອງຮອງປະທານປະເທດ ເຊິ່ງເປັນຄວາມພາກພູມໃຈຂອງພະນັກງານ-ນັກຮົບ ທົ່ວກຳລັງປ້ອງກັນຄວາມສະຫງົບ.

ໃນໂອກາດດັ່ງກ່າວ: ພັອ ບຸນຈັນ ອິນພົມມາ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ ທີ່ໄດ້ນຳເອົາເຄື່ອງກິລາ ແລະ ກະຕ່າຂອງຂວັນ ມາມອບໃນຄັ້ງນີ້ ເຊິ່ງເປັນການສ້າງຂວັນ ແລະ ກຳ ລັງໃຈໃຫ້ແກ່ພະນັກງານສືບຕໍ່ເຮັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ພ້ອມທັງ ອວຍພອນໄຊ ໃຫ້ບັນດາທ່ານທີ່ນຳເຄື່ອງມາມອບໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານໃນສ່ວນຕົວ ແລະ ຄອບຄົວ, ດຳເນີນທຸລະກິດໃຫ້ປະສົບຜົນສຳເລັດທຸກປະການ.