ປັດຈຸບັນ, ສະພາບການເກີດອຸບັດຕິເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດມີທ່າອ່ຽງເພີ່ມຂຶ້ນຫຼາຍ ເຖິງແມ່ນວ່າພາກສ່ວນທີ່ກ່ຽວຂ້ອງຈະສຸມໃສ່ຈັດຕັ້ງປະຕິບັດຄວາມປອດໄພຂອງຜູ້ຂັບຂີ່ ພ້ອມທັງປັບປຸງເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ຄຽງຄູ່ກັນນີ້, ກໍຍັງບັງຄັບໃຊ້ກົດໝາຍ ວ່າດ້ວຍທາດເຫຼົ້າ ແລະ ລະບຽບຫຼັກການອື່ນໆ. ທັງນີ້, ກໍເພື່ອ ຢັບ ຢັ້ງການເກີດອຸບັດຕິເຫດທາງຖະໜົນໃຫ້ຫຼຸດລົງ.

ໃນນີ້, ກະຊວງ ປກສ ເອງກໍໄດ້ມີໂຄງການຫຼຸດຜ່ອນອຸບັດຕິເຫດ, ເຊິ່ງໂຄງການດັ່ງກ່າວ ປກສ ແຂວງໃນຂອບເຂດທົ່ວປະເທດ ກໍນໍາໄປຈັດປະຕິບັດຢ່າງຕໍ່ເນື່ອງ-ລຽນຕິດ; ໂດຍໂຄສະນາດໍາລັດ 188/ນຍ ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ທີ່ລ່ວງລະເມີດກົດໝາຍກ່ຽວກັບຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ເພື່ອການປູກຈິດສໍານຶກຂອງຜູ້ຂັບຂີ່ໃນການໃຊ້ລົດ-ໃຊ້ຖະໜົນ, ຈັດຕັ້ງໂຄສະນາໃຫ້ຄວາມຮູ້, ດ້ານກົດລະບຽບການສັນຈອນ, ສະພາບການລະເມີດ ແລະ ສະພາບເກີດອຸບັດຕິເຫດທາງບົກໃຫ້ແກ່ທຸກຊັ້ນຄົນໃນສັງຄົມ, ຢູ່ໃນບ້ານ ແລະ ກຸ່ມບ້ານ, ຊາວຄ້າຊາຍຕາມຕະຫຼາດ, ສູນການຄ້າ, ກໍາມະກອນຢູ່ຕາມໂຮງຈັກ, ໂຮງງານ, ພະນັກງານຕາມອົງການຂອງລັດ, ເອກະຊົນຕະ ຫຼອດຮອດນັກຮຽນ-ນັກສຶກສາໃຫ້ທົ່ວເຖິງ ພ້ອມທັງປັບປຸງກໍາລັງ, ເຄື່ອງມື, ອຸປະກອນຮັບໃຊ້ໃຫ້ພຽງພໍ ຄວາມຄວາມຕ້ອງການໃນໜ້າທີ່ວຽກງານຢ່າງກວ້າງຂວາງ.

ໃນໄລຍະຜ່ານມາ, ການເກີດອຸບັດຕິເຫດຕາມທ້ອງຖະໜົນໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຢູ່ ໃນສ່ວນສູງເຮັດໃຫ້ຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ, ໃນການສະກັດກັ້ນ ແລະ ຫຼຸດຜ່ອນບັນຫາດັ່ງກ່າວລັດຖະບານໄດ້ອອກກົດໝາຍ, ລະບຽບການ, ດໍາລັດ, ນິຕິກໍາ ເປັນຕົ້ນແມ່ນກົດລະບຽບການສັນຈອນຕາມເສັ້ນທາງຫຼວງ ສະບັກເລກທີ 107/ປສລ, ດໍາລັດ 188/ນຍ ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ; ໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ. ກະຊວງ ປກສ ກໍໄດ້ຈັດຕັ້ງ ປະຕິບັດຢ່າງແຂງແຮງ ທັງນີ້ ກໍເພື່ອຫຼຸດຜ່ອນອຸບັດຕິເຫດໃຫ້ຫຼຸດລົງ.

ຢ່າງໃດກໍຕາມ, ການລະເມີດກົດລະບຽບຈະລາຈອນຂອງຜູ້ຂັບຂີ່ຍັງພົບເຫັນເລື້ອຍໆ. ນອກນັ້ນ, ບັນດາສິ່ງອໍານວຍຄວາມສະດວກຕ່າງໆ ກໍຍັງບໍ່ພຽງພໍ ເຊັ່ນ: ເສັ້ນທາງຍັງເປັນບວກເປັນຂຸມ, ຂາດແສງສະຫວ່າງ ແລະ ມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ; ເຊິ່ງສະແດງອອກໃນສະຖິຕິການເກີດອຸບັດຕິເຫດໃນ 6 ເດືອນ ຕົ້ນປີ 2021 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 3.391 ຄັ້ງ, ພາຫະນະເປ່ເພ ທັງໝົດ 6.134 ຄັນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 5.228 ຄົນ ແລະ ເສຍຊີວິດ 484 ຄົນ ລວມມູນຄ່າເສຍຫາຍທາງເສດຖະກິດສູງເຖິງ 47. 962.336.000 ກີບ. ນອກຈາກບັນຫາທີ່ເກີດຂຶ້ນແລ້ວນັ້ນ ຍັງມີບັນຫາເລື່ອງເສັ້ນທາງການສັນຈອນ ເນື່ອງຈາກວ່າ ເສັ້ນທາງຍັງບໍ່ສາມາດຮອງຮັບການເພີ່ມຂຶ້ນຂອງພາຫະນະໄດ້ ເຮັດໃຫ້ເສັ້ນທາງມີຄວາມແອອັດ, ສັບສົນ ແລະ ອີກບັນຫາໜຶ່ງຜູ້ຂັບຂີ່ຍັງຂາດສະຕິບໍ່ເຄົາລົບລະບຽບກົດໝາຍ.

ການເກີດອຸບັດຕິເຫດສ່ວນໃຫຍ່ແມ່ນມາຈາກການດື່ມສິ່ງມືນເມົາຂັບຂີ່ລົດ, ເຊິ່ງກວມເອົາ 26,6%, ໃຊ້ຄວາມໄວເກີນກໍານົດ 19, 6%, ປ່ຽນທິດກະທັນຫັນ 12,8%, ແຊງບໍ່ຮັບ ປະກັນ 12,7%, ບໍ່ປ່ອຍສິດ 12, 4%, ເຕັກນິກບໍ່ຮັບປະກັນ 2,4%, ລ່ວງປ້າຍຫ້າມ 1,5%. ນອກນີ້, ມີຂີດ ເສັ້ນແບ່ງຈະລາຈອນບໍ່ຈະແຈ້ງ, ປ້າຍສັນຍານ ແລະອື່ນໆ ກວມ 11,7%.

ໃນຕໍ່ໜ້າ, ກະຊວງ ປກສ ສຸມໃສ່ໂຄສະນາລະບຽບການສັນຈອນ, ສະພາບການສັນຈອນ ແລະ ສະພາບເກີດອຸບັດຕິເຫດຜ່ານສື່ມວນຊົນ, ໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ, ປົດສະເຕີ, ປ້າຍແຄມທາງ, ປ້າຍໂຄສະນາໃຫຍ່, ທາງອິນເຕິເນັດ. ນອກນັ້ນ, ຍັງຕ້ອງໄດ້ສົມທົບກັບ ປກສ ກຸ່ມບ້ານ ລົງແຕ່ລະຄອບຄົວ, ບ້ານພັກ, ຫ້ອງແຖວ, ສະຖາບັນການສຶກສາ, ໂຮງຈັກ-ໂຮງງານ ເພື່ອແນະນໍາ, ຊີ້ນໍາ ແລະ ຕັກເຕືອນໃຫ້ກວ້າງຂວາງຢ່າງທົ່ວເຖິງ, ໂຄສະນາຜ່ານທາງໂທລະໂຄ່ງທີ່ມີຢູ່ຕາມບ້ານປະຊາຊົນ ໂດຍສະເພາະແມ່ນລາຍການຕ່າງໆ ເພື່ອໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເລືອກໃຊ້ເສັ້ນທາງຢ່າງປອດໄພ; ນໍາເອົາຫຼັກສູດປອດໄພເຂົ້າໃນຫຼັກການຮຽນ-ການສອນ ເພື່ອປູກຈິດສໍານຶກໃຫ້ຄວາມຮູ້, ເຂົ້າໃຈແກ່ນັກຮຽນຢູ່ຕາມໂຮງ ຮຽນແຫ່ງຕ່າງໆຕັ້ງແຕ່ຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະ ຕອນປາຍ, ເອົາໃຈໃສ່ລະບາຍ ການສັນຈອນທີ່ແອອັດໃນໂມງໄປການ-ເລີກການຕາມເສັ້ນທາງທີ່ສໍາຄັນໃຫ້ມີຄວມສະດວກ, ວ່ອງໄວ ແລະ ປອດໄພ.

ນອກນີ້, ສຸມໃສ່ກວດກາ, ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ລົດບໍ່ມີປ້າຍ, ປ້າຍບໍ່ຖືກຕ້ອງ, ທະ ບຽນບໍ່ຖືກຕ້ອງ ແລະ ລົດບໍ່ຮັບປະກັນທາງດ້ານເຕັກນິກ, ປັບປຸງກໍາລັງຕໍາຫຼວດຈະລາຈອນ ແລະ ເຄື່ອງມືຮັບໃຊ້ແກ່ວຽກງານດັ່ງກ່າວໃຫ້ເໝາະສົມກັບຕົວຈິງ ເປັນຕົ້ນແມ່ນລະບົບກ້ອງ ວົງຈອນປິດ, ລະບົບໄຟອໍານາດ, ເຄື່ອງກວດທາດເຫຼົ້າ, ເຄື່ອງຈັບຄວາມໄວ ແລະອື່ນໆ.