ທ້າວ ນົກ ອາຍຸ 26 ປີ ບ້ານຫ້ວຍແກ້ວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຖືກເຈົ້າໜ້າທີ່ພະ ແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັບຕົວໄປດໍາເນີນຄະດີພາຍຫຼັງຜູ້ກ່ຽວກໍ່ເຫດລັກເອົາຕູ້ເຊັບນາຍຈ້າງ ແລ້ວນຳໄ ງັດເອົາເງິນໄດ້ຫຼາຍລ້ານ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນວັນທີ 4 ກັນຍາ 2021 ວ່າມີຄົນລັກເອົາຕູ້ເຊັບໄປ. ເຈົ້າໜ້າທີ່ຈຶ່ງໄດ້ນໍາກໍາລັງລົງຕິດຕາມການເຄື່ອນໄຫວຂອງເປົ້າໝາຍ ຈຶ່ງສາມາດຈັບຕົວຜູ້ກໍ່ເຫດມາດໍາເນີນຄະດີໄດ້ ແລະ ຜ່ານ ການສອນສວນຂອງເຈົ້າໜ້າທີ່ ທ້າວ ນົກ ສາລະພາບວ່າ: ໃນວັນທີ 4 ສິງຫາ 2021, ຜູ້ກ່ຽວໄດ້ເຂົ້າມາເຮັດວຽກເປັນກໍາມະກອນຢູ່ທີ່ຮ້ານ ນາງ ດາວັນ (ນາຍຈ້າງ). ມາຮອດວັນທີ 2 ກັນ ຍາ 2021, ຂະນະທີ່ນາຍຈ້າງອອກຈາກຮ້ານໄປວຽກນອກ ພ້ອມທັງໄດ້ຝາກລູກ 2 ຄົນ ໄວ້ນໍາຕົນໃຫ້ເປັນຄົນເບິ່ງແຍງຖ້າ; ຈາກນັ້ນ, ເວລາປະມານ 17:00 ໂມງ ຂອງວັນດັ່ງກ່າວ, ຜູ້ກ່ຽວສັງເກດເຫັນປະຕູຫ້ອງແມ່ນບໍ່ໄດ້ລ໋ອກຈຶ່ງໄດ້ຍ່າງເຂົ້າໄປເບິ່ງ ແລ້ວພົບເຫັນຕູ້ເຊັບ ຈຶ່ງໄດ້ເຂົ້າໄປລັກເອົາ ແລ້ວນໍາໄປເຊືີ່ອງໄວ້ໃນປ່າທີ່ຢູ່ໃກ້ກັບເຮືອນ (ບ່ອນພັກເຊົາ) ຂອງຕົນ ແລະ ເມື່ອຮອດເວລາ 20:00 ໂມງ ນາຍຈ້າງໄດ້ກັບມາເຮືອນແລ້ວບໍ່ເຫັນຕູ້ເຊັບ ຈຶ່ງໄດ້ແຈ້ງຄວາມຕໍ່ເຈົ້າໜ້າທີ່.

ຈາກນັ້ັ້ນ, 2 ວັນຕໍ່ມາ, ເວລາປະມານ1:00 ໂມງ ຜູ້ກ່ຽວໄດ້ເອົາເຫຼັກງັດຕູ້ເຊັບດັ່ງກ່າວ ພາຍ ຫຼັງທີ່ງັດແລ້ວ ພົບເຫັນເງິນຈໍານວນໜຶ່ງ ແລ້ວໄດ້ນຳເອົາເງິນໄປຊຸກເຊື່ອງໄວ້ຢູ່ຄອກໝູ ໂດຍທີ່ຜູ້ກ່ຽວບໍ່ໄດ້ນັບວ່າມີເງິນຫຼາຍເທົ່າໃດ ແລະ ຮອດເວລາປະມານ 10:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວ ພ້ອມດ້ວຍຂອງກາງໄປດໍາເນີນຄະດີຕາມລະບຽບກົດ ໝາຍ.

ສໍາລັບຂອງກາງທີ່ເຈົ້າໜ້າທີ່ສາມາດເກັບກູ້ ຄືນໄດ້ໃນຄັ້ງນີ້ ມີຕູ້ເຊັບ 1 ໜ່ວຍ ພ້ອມດ້ວຍເງິນ 7.000.000 ກີບ, 14.000 ຢວນ ແລະ 350 ໂດລາສະຫະລັດ, ເຊິ່ງເຈົ້າໜ້າທີ່ ປກສ ເມືອງສີ ໂຄດຕະບອງ ແມ່ນໄດ້ມອບຄືນໃຫ້ຜູ້ເສຍຫາຍ ໃນວັນທີ 6 ກັນຍາ 2021 ທີ່ຜ່ານມາ ມອບໂດຍ ພັທ ຄຳປ່ຽນ ອຸດົມວິໄລ ຫົວໜ້າພະແນກຕຳຫຼວດ.