ເຈົ້າໜ້າທີ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ກວດພົບເຫັນຮ້ານ ອິນເຕີເນັດຄາເຟ MN ຕັ້ງຢູ່ບ້ານໂຊກນ້ອຍ ເມືອງໄຊເສດຖາ ຍັງລັກລອບເປິດບໍລິການເຕີມ ເຊີເກມໃຫ້ລູກຄ້າ, ເຊິ່ງເປັນການລະເມີດ ແລະ ບໍ່ປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດວາງອອກ ໃນວັນທີ 3 ກັນຍາ 2021. ກ່ອນນໍາຕົວເຈົ້າຂອງຮ້ານ ໄປສຶກສາອົບຮົມ ພ້ອມທັງປັບໃໝຕາມລະບຽບການ.

ຜ່ານການເກັບກໍາຂໍ້ມູນ ສາມາດຮູ້ໄດ້ວ່າ: ຮ້ານດັ່ງກ່າວ ແມ່ນອອກຊື່ ທ້າວ ຄໍາມອນ ອາຍຸປະມານ 27 ປີ ຢູ່ບ້ານສາລະຄໍາ ເມືອງຫາດຊາຍຟອງ ທີ່ໄດ້ມີການເຄື່ອນໄຫວລັກລອບເປີດ ໃຫ້ບໍລິການເຕີມເຊີເກມໃຫ້ລູກຄ້າ, ເຊິ່ງເຫັນວ່າ ເປັນການລະເມີດຕໍ່ຄໍາສັ່ງຂອງຄະນະສະເພາະ ກິດວາງອອກ. ສະນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດສະເພາະກິດ ຈຶ່ງໄດ້ນໍາຕົວຜູ້ກ່ຽວໄປສຶກ ສາອົບຮົມ ແລະ ໃຊ້ມາດຕະການປັບໃໝ ພ້ອມທັງຢຶດຄອມພິວເຕີ ຈໍານວນ 1 ຊຸດ ແລະ ອຸປະກອນປິ່ນເຕີ 1 ໜ່ວຍທີ່ກ່ຽວຂ້ອງໃນຄັ້ງນີ້.