ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນ ສ່ວນຫຼາຍແລ້ວເກີດຈາກຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ເປັນຕົ້ນແມ່ນຂັບຂີ່ລົດໄວເກີນກຳນົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່, ຊິງຂຶ້ນໜ້າບໍ່ຮັບປະກັນ, ບໍ່ໃຫ້ກຽດເຊິ່ງກັນແລະກັນ, ຂັບຂີ່ບໍ່ຖືກຊ່ອງທາງຈະລາຈອນ, ຂັບຂີ່ດ້ວຍຄວາມປະໝາດ ແລະອື່ນໆ; ເຊິ່ງສາເຫດທີ່ພາໃຫ້ເກີດອຸບັດຕິເຫດຫຼາຍກວ່າໝູ່ໃນ 6 ເດືອນຕົ້ນປີ 2021 ແມ່ນໃຊ້ຄວາມໄວເກີນກຳນົດສູງ.

ໄລຍະຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ສຸມໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງຕັ້ງໜ້າ ເປັນຕົ້ນແມ່ນລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ, ອອກອາທິດສັນຈອນ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ກວດກາທາດເຫຼົ້າ ແລະ ຈັບຄວາມໄວ. ແຕ່ເຫັນວ່າບັນຫາອຸບັດຕິເຫດຍັງສືບຕໍ່ເກີດຂຶ້ນ ຍ້ອນການລະເມີດຂອງຜູ້ຂັບຂີ່ຍັງມີຫຼາຍ; ສະແດງອອກໃນເດືອນ 6 ເດືອນຕົ້ນປີ 2021 ທົ່ວປະເທດມີອຸບັດຕິເຫດ 3.391 ຄັ້ງ ແລະ ເສຍຊີວິດ 484 ຄົນ; ໃນຈໍານວນອຸບັດຕິເຫດທີ່ເກີດຂຶ້ນນັ້ນ ເກີດຈາກຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນດ້ວຍການໃຊ້ຄວາມໄວເກີນທັງ ໝົດ 1.031 ຄັ້ງ, ຮອງລົງມາ ແມ່ນດື່ມ ສິ່ງມຶນເມົາແລ້ວຂັບຂີ່ 791 ຄັ້ງ, ປ່ຽນ ທິດທາງ 345 ຄັ້ງ, ບໍ່ປ່ອຍສິດ 302 ຄັ້ງ, ຊິງບໍ່ຮັບປະກັນ 229 ຄັ້ງ, ລ່ວງປ້າຍຫ້າມ 119 ຄັ້ງ, ເຕັກນິກລົດບໍ່ຮັບປະກັນ 63 ຄັ້ງ ແລະອື່ນໆ 536 ຄັ້ງ.

ເພື່ອຮັບປະກັນບໍ່ໃຫ້ຜູ້ຂັບຂີ່ລະເມີດດ້ວຍການໃຊ້ຄວາມໄວຢູ່ນະຄອນຫຼວງວຽງຈັນ ໄດ້ຕິດປ້າຍກຳນົດຄວາມໄວຢູ່ບັນດາເສັ້ນທາງສາຍຫຼັກ ຄື: ເສັ້ນທາງທ່າເດື່ອ ປ້າຍຄວາມໄວຈຳກັດແມ່ນ 50-80 ກິໂລແມັດຕໍ່ຊົ່ວໂມງ, ເສັ້ນທາງ 450 ປີ ປ້າຍຄວາມໄວຈຳກັດແມ່ນ 80 ກິ ໂລແມັດຕໍ່ຊົ່ວໂມງ, ເສັ້ນທາງ 13 ໃຕ້ ປ້າຍຄວາມໄວຈຳກັດແມ່ນ 50 ກິໂລ ແມັດຕໍ່ຊົ່ວໂມງ, ເສັ້ນທາງ 13 ເໜືອ ປ້າຍຄວາມໄວຈຳກັດແມ່ນ 30-50 ກິ ໂລແມັດຕໍ່ຊົ່ວໂມງ, ເສັ້ນທາງ ເລກ 10 (ທ່າງ່ອນ-ບ້ານເກິນ) ປ້າຍຄວາມໄວ ຈຳກັດແມ່ນ 30 ກິໂລແມັດຕໍ່ຊົ່ວໂມງ, ເສັ້ນ ທາງ ເລກ 11 (ເມືອງ ສັງທອງ) ປ້າຍ ຄວາມໄວຈຳກັດແມ່ນ 50 ກິໂລແມັດ ຕໍ່ຊົ່ວໂມງ ແລະ ມອບໃຫ້ເຈົ້າໜ້າທີ່ຕໍາ ຫຼວດຈະລາຈອນ ເປັນຜູ້ບັງຄັບໃຊ້ກົດ ໝາຍຕໍ່ຜູ້ຂັບຂີ່ທີ່ລະເມີດ.

ຢ່າງໃດກໍຕາມ, ເຖິງວ່າເຈົ້າໜ້າທີ່ຈະສຸມໃສ່ປະຕິບັດໜ້າທີ່ວຽກງານວິຊາສະ ເພາະຢ່າງຕໍ່ເນື່ອງກໍຕາມ ແຕ່ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໜົນກໍຍັງເກີດຂຶ້ນ ແລະ ມີຜູ້ເສຍຊີວິດໃນແຕ່ລະ ວັນ; ເຊິ່ງສາເຫດຫຼັກໆທີ່ພາໃຫ້ເກີດອຸບັດຕິເຫດແມ່ນເກີດຈາກຕົວຂອງຜູ້ຂັບຂີ່ເອງທີ່ບໍ່ຄໍານຶງ ແລະ ປະຕິບັດຕາມ ກົດລະບຽບຈະລາ ຈອນ ສ່ວນຫຼາຍທີ່ ລະເມີດແລ້ວພາໃຫ້ເກີດອຸບັດຕິເຫດ ແມ່ນ: ເກີດຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາ ແລ້ວຂັບຂີ່ຍານພາຫະນະ, ຂັບຂີ່ໃຊ້ ຄວາມໄວເກີນກຳນົດ, ລ້ຽວບໍ່ຮັບປະກັນ, ຂັບຂີ່ລົດບໍ່ຖືກຊ່ອງທາງຈະລາຈອນ, ບໍ່ຮັກສາໄລ ຍະຫ່າງ, ໃຊ້ໂທລະສັບໃນ ເວລາຂັບຂີ່, ລ່ວງປ້າຍຫ້າມ-ໄຟອໍານາດ ແລະອື່ນໆ.

ເພື່ອແກ້ໄຂບໍ່ໃຫ້ມີຜູ້ຂັບຂີ່ລະເມີດ ກົດລະບຽບຈະລາຈອນຫຼາຍຈົນເກີນໄປ ກົມຕໍາຫຼວດຈະລາຈອນ ໃນນາມທີ່ເປັນກົມຊີ້ນຳມະຫາພາກວຽກງານຈະລາຈອນ ຈະສືບຕໍ່ຄົ້ນຄວ້າຮ່າງຍຸດ ທະສາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂອຸບັດຕິເຫດຈະລາຈອນທາງ ຫຼວງ, ສືບຕໍ່ສ້າງຮູບຈໍາລອງກ່ຽວກັບ ການຂັບຂີ່ລົດ, ການແຊງລົດ, ການ ຈອດລົດທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ ເພື່ອໄປຜັນຂະຫຍາຍ ໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຮັບຮູ້ ແລະ ເປັນ ແຜນອັນລະອຽດຂອງຕໍາຫຼວດຈະລາ ຈອນນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ເພື່ອພ້ອມກັນແກ້ໄຂ ບັນຫາການເກີດອຸບັດຕິເຫດໃຫ້ຫຼຸດ ໜ້ອຍຖອຍລົງເທື່ອລະກ້າວ; ນອກນີ້, ຍັງຈະສືບຕໍ່ໃນການຊີ້ນໍາ-ນຳພາກໍາລັງ ຕໍາຫຼວດຈະລາຈອນໃນທົ່ວປະເທດປະຕິບັດໜ້າທີ່ວິຊາສະເພາະຢ່າງເຂັ້ມງວດ ໂດຍສຸມໃສ່ໃນການໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ, ປະຈໍາປ້ອມ, ລະບາຍການສັນຈອນ, ຕັ້ງຈຸດກວດກາ ຍານພາຫະນະ, ຈັບຄວາມໄວ, ກວດ ທາດເຫຼົ້າຢູ່ຕາມເສັ້ນທາງຕ່າງໆເພື່ອເປັນການສະກັດກັ້ນບັນຫາຕົ້ນໆທີ່ພາໃຫ້ ເກີດອຸບັດຕິເຫດ ໂດຍໃຊ້ມາດຕະການຕ່າງໆຕໍ່ຜູ້ລະເມີດ ເພື່ອໃຫ້ພວກເຂົາ ເຫຼົ່ານັ້ນທີ່ລະເມີດກົດລະບຽບຈະລາ ຈອນມີຄວາມຍ້ານກົວຕໍ່ມາດຕະການ ຂອງເຈົ້າໜ້າທີ່ ແລະ ບໍ່ກັບຄືນມາລະ ເມີດໃນຮູບແບບເກົ່າຊໍ້າອີກ; ຖ້າຫາກ ວ່າຜູ້ຂັບຂີ່ໃສ່ໃຈໃນການປະຕິບັດກົດ ລະບຽບຈະລາຈອນໃຫ້ຫຼາຍຂຶ້ນສະ ພາບການເກີດອຸບັດຕິເຫດຕາມທ້ອງ ຖະໜົນກໍຈະຫຼຸດໜ້ອຍຖອຍລົງ.